ຕາມເວັບໄຊ ສເຕຣດ ທາມ(Straits Times),ວັນທີ15ມີນານີ້, ສິງກະໂປພວມດຳເນີນມາດຕະການ ດຶງດູດການລົງທຶນຈາກຕ່າງປະເທດໃນຖານະເປັນຕະຫລາດເສລີເກັບພາສີໃນອັດຕາຕ່ຳ ເຮັດໃຫ້ໃນໄລຍະເກີດການແຜ່ລະບາດ ໂຄວິດ-19 ບັນດານັກລົງທຶນຕ່າງປະເທດ ແລະ ບໍລິສັດ ຄຸ້ມຄອງຊັບສິນຂອງຕ່າງປະເທດຫັນມາລົງທຶນໃນປະເທດເພີ່ມຂຶ້ນໂດຍເສດຖີອາຊີມີຊັບສິນທັງໝົດ 22,2 ພັນຕື້ ໂດລາສະຫະລັດໃນປີ2019 ຫລາຍກວ່າອາເມລິກາເໜືອ, ສ.ອາເມລິກາ ແລະ ເອີຣົບ.

ຂະນະທີ່ໃນສິງກະໂປບັນດານັກລົງທຶນທີ່ໝັ້ນຄົງຕ່າງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນບັນດາສະຖາບັນການເງິນເລັ່ງຂະຫຍາຍການບໍລິການທາງການເງິນ ແລະ ລັດຖະບານສິງກະໂປເລັ່ງເຮັດວຽກເພື່ອແນະນຳບັນດາກອບງານໃໝ່ທີ່ຊ່ວຍອຳນວຍຄວາມສະດວກແກ່ກອງທຶນຕ່າງໆ ທີ່ຕ້ອງການເຂົ້າມາລົງທຶນໃນປະເທດນີ້
ຂປລ.