ເປັນຄັ້ງທຳອິດທີ່ປະເທດບຣາຊິນ ມີຜູ້ເສຍຊີວິດຈາກໂຄວິດ-19 ຈໍານວນ 2.000 ກວ່າຄົນພາຍໃນມື້ດຽວ

ຕາມ​ຂ່າວ​ຈາກ​ ບຣາຊິນ, ​ເມື່ອ​ບໍ່​ດົນ​ມາ​ນີ້ກະຊວງ​ສາທາລະນະ​ສຸກຂອງ​ບຣາຊິນລາຍ​ງານ​ວ່າ: ສະຖິຕິຕົວເລກເສຍຊີວິດ ​ໂຄ​ວິດ-19 ​ໃນ​ຮອບ 24 ຊົ່ວ​ໂມງ​ຂອງ ວັນພຸດ 10 ມີນາ ຜ່ານ​ມາ ໃນບຣາຊິນລວມມີ 2.286ຄົນ ນັບ​ເປັນຄັ້ງທຳ​ອິດຕັ້ງ​ແຕ່​ຜະ​ເຊີນ​ກັບການ​ແຜ່​ລະບາດເມື່ອ​ເດືອນ​ເມສາ​ປີ​ກາຍ​ນີ້.

อาจเป็นรูปภาพของ จักรยาน และกลางแจ้ง

ຂະນະ​ທີ່ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ຮອບ​ລາຍ​ວັນ​ລ້າ​ສຸດ​ເຮັດ​ໃຫ້​ສະຖິຕິ​ສະ​ສົມຂອງ​ຜູ້​ເສຍ​ຊີວິດ​ຈາກ​ໂຄ​ວິດ-19 ​ໃນ​ບຣາຊິນເພີ່ມ​ເປັນຢ່າງ​ໜ້ອຍ 270.656ຄົນ ຫລາຍ​ທີ່​ສຸດ​ໃນ​ທະວີບອາ​ເມ​ລິ​ກາ​ໃຕ້ ​ແລະ ​ເປັນອັນ​ດັບ 2 ຂອງ​ໂລກ​ ຮອງ​ຈາກ ສ.ອາ​ເມ​ລິ​ກາ.

อาจเป็นรูปภาพของ กลางแจ้ง

ສ່ວນ​ຜູ້​ຕິດ​ເຊື້ອ​ລາຍ​ວັນເພີ່ມ​ຂຶ້ນ 79.876ຄົນ ​​ເຮັດ​ໃຫ້ເພີ່ມ​ຈຳນວນ​ຜູ້​ຕິດ​ເຊື້ອ​ສະ​ສົມ​ຈາກ​ໂຄ​ວິດ-19 ​ໃນ​ບຣາຊິນມາ​ເປັນ 11,2 ລ້ານ​ກວ່າ​ຄົນ ຫລາຍ​ທີ່​ສຸດໃນ​ພາກ​ພື້ນ ​ແລະ ​ເປັນອັນ​ດັບ 3 ຂອງ​ໂລກຮອງ​ຈາກ ສ.ອາ​ເມ​ລິ​ກາ ​ແລະ ອິນ​ເດຍ.

อาจเป็นรูปภาพของ กำลังยืน และกลางแจ้ง
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ຂປລ.

Comments