ແຂວງຊຽງຂວາງ ເລີ່ມສັກວັກຊີນ ຕ້ານໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງແລ້ວ

ແຫລ່ງຂ່າວຈາກແຂວງຊຽງຂວາງໃຫ້ຮູ້ວ່າ: ພະແນກສາທາລະນະສຸກ ແຂວງຊຽງຂວາງ ສັກຢາຕ້ານພະຍາດໂຄວິດ-19 ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີການນຳ ແຂວງ, ບັນດາເປົ້າໝາຍທີ່ມີຄວາມສ່ຽງເຂົ້າຮ່ວມສັກຢາວັກຊີນ,ທ່ານນາງ ສຸລິວັນ ແກ້ວມະນີວົງ ຫົວໜ້າສັກຢາກັນພະຍາດແຂວງ ໄດ້ໃຫ້ຂໍ້ມູນວ່າ: ຢາວັກຊີນທີ່ສັກກັນພະຍາດໂຄວິດ-19 ມີຊື່ວ່າ ຊີໂນຟາມ ເຊິ່ງເປັນຢາທີ່ໄດ້ຮັບຈາກການຊ່ວຍເຫລືອຈາກ ສປ ຈີນ, ເຊິ່ງເປົ້າໝາຍສັກຢາວັກຊີນຄັ້ງນີ້ປະກອບມີ ພະນັກງານແພດໝໍໂຮງໝໍແຂວງ, ພະແນກສາທາລະ ນະສຸກ, ໂຮງໝໍບໍລິເວນ 101, ການນຳແຂວງ, ຫ້ອງວ່າການແຂວງ, ພະແນກການຕ່າງປະເທດ, ກອງບັນຊາການ ປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫົງບ, ພະນັກງານປະຈຳສູນກັກກັນ, ພະນັກງານໂຮງແຮມ, ບ້ານພັກທີ່ເຮັດເປັນສູນກັກກັນ, ພະນັກງານດ່ານ, ການບິນລາວ, ລາວສະກາຍເວ, ບັນດາທະນາຄານ, ກອງພັນໃຫຍ່ 702, ສະພາປະຊາຊົນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກກະສິກຳ, ໄອຍະການ ແລະ ສານປະຊາຊົນ, ພະນັກງານ-ລັດຖະກອນ 7 ເມືອງຂອງແຂວງ, ພະນັກງານ ແລະ ນັກສຶກສາໂຮງຮຽນສາທາລະນະສຸກ ລວມທັງໝົດ 4.600 ຄົນ ແລະ ສ່ວນຄັ້ງທີສອງ ຄາດວ່າຈະມີຜູ້ໄດ້ຮັບວັກຊີນຈຳນວນ 5.000 ກ່ວາຄົນ.

อาจเป็นรูปภาพของ 3 คน, ผู้คนกำลังยืน และสถานที่ในร่ม

ໂອກາດນີ້, ທ່ານ ສຸລິວັນ ແກ້ວມະນີວົງ ກໍໄດ້ເຊີນຊວນຜູ້ທີ່ຢູ່ກຸ່ມໃນເປົ້າໝາຍ ໃຫ້ຕື່ນຕົວເຂົ້າຮ່ວມສັກວັກຊີນຕາມເງື່ອນໄຂ ແລະ ຕາມສຸຂະພາບຂອງຕົນເອງ, ທັງນີ້ ກໍເພື່ອຮັບປະກັນໃຫ້ກຸ່ມເປົ້າໝາຍໄດ້ຮັບການສັກວັກຊີນຢ່າງຄົບຖ້ວນ ແລະ ທົ່ວເຖິງ.

อาจเป็นรูปภาพของ 3 คน, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม

อาจเป็นรูปภาพของ 3 คน, ผู้คนกำลังนั่ง, ผู้คนกำลังยืน และสถานที่ในร่ม

ຂ່າວ: ບຸນມີ ແສງທຸມມີ

Comments