ປ່ຽນລູກຄ້າໃຫ້ເປັນພະນັກງານຂາຍໄດ້ແນວໃດ?

ປັດຈຸບັນເປັນຍຸກທີ່ເອີ້ນໄດ້ວ່າ Smart Phone ຫຼື ໂທລະສັບມືຖື ຄອບຄອງທຸກສິ່ງ, ເປັນສິ່ງທີ່ທຸກຄົນຂາດບໍ່ໄດ້ຕ້ອງຈັບຕິດຕົວຢູ່ຕະຫຼອດເວລາ, ຍິ່ງເວລາໄປທ່ອງທ່ຽວ, ໄປກິນເຂົ້າ, ໄປສະຖານທີ່ໃໝ່ໆ ທີ່ມີຄວາມງົດງາມ ກໍບໍ່ພາດທີ່ຈະຈັບມືຖືມາຖ່າຍຮູບໂລດ ແລະ ພະຍາດອີກອັນໜຶ່ງທີ່ຄົນຍຸກນີ້ເປັນຄື ພະຍາດຕິດສື່ສັງຄົມອອນໄລ໌ (social media) ທີ່ໄປໃສ, ເຮັດຫຍັງກໍຕ້ອງມີຮູບໂພສລົງ ເພື່ອສະແດງໃຫ້ຮູ້ເຖິງການເຄື່ອນໄຫວ, Life Style ຂອງຕົນເອງ ໃຫ້ຜູ້ຕິດຕາມໄດ້ຮັບຮູ້ ຈົນບາງຄົນກາຍເປັນ “ນັກໂຄສະນາ” ໄປໃນຕົວເລີຍກໍວ່າໄດ້ ເພາະຮູບທີ່ຖ່າຍມາໄປສ້າງຄວາມສົນໃຈໃຫ້ແກ່ຜູ້ຕິດຕາມຢາກຮູ້, ຢາກລອງ ແລະ ກາຍເປັນການສ້າງລູກຄ້າໃຫ້ເພີ່ມຂຶ້ນ ໂດຍທີ່ເຈົ້າຂອງບໍ່ຕ້ອງເຮັດການຕະຫຼາດຫຍັງເລີຍ… ນີ້ຈຶ່ງຖືກເອີ້ນວ່າ “ຍຸດທະສາດ! ການສ້າງລູກຄ້າໃຫ້ເປັນພະນັກງານຂາຍ” ແລ້ວການສ້າງໃຫ້ລູກຄ້າເປັນພະນັກງານຂາຍໄດ້ນັ້ນ ເຮັດໄດ້ແນວໃດ? ມື້ນີ້ທາງວາລະສານທາເກັດເລີຍຢາກຈະນໍາສະເໜີ ຍຸດທະສາດນີ້ໂດຍການໃຊ້ປະໂຫຍດຈາກສື່ສັງຄົມອອນໄລ໌

ດັ່ງທີ່ກ່າວມາຂ້າງເທິງນັ້ນວ່າ ຍຸກປັດຈຸບັນນີ້ ເປັນຍຸກທີ່ Smart Phone ຫຼື ມືຖືເປັນສູນກາງຂອງຄົນ, ຫຼາຍຄົນຂາດມັນບໍ່ໄດ້ ແລະ ຄົນເຫຼົ່ານັ້ນກໍມັກສະແດງຕົວຕົນ ແລະ ການເຄື່ອນໄຫວຕ່າງໆ ຜ່ານໂລກ”ໂຊຊຽວ” ສະນັ້ນ ການເຮັດການຕະຫຼາດໂດຍໃຫ້ ລູກຄ້າມາເປັນພະນັກງານນັ້ນ ຈຶ່ງເປັນການຕະຫຼາດຮູບແບບໃໝ່ທີ່ຜູ້ປະກອບການຍຸກນີ້ ນິຍົມນໍາມາໃຊ້ຫຼາຍ ເຊິ່ງວິທີກໍຄືເຮັດແນວໃດກໍໄດ້ ໃຫ້ສິນຄ້າ, ຫຼື ແບຣນຂອງຕົນເອງໄປຢູ່ໃນໃຈລູກຄ້າ ໂດຍບໍ່ຕ້ອງເພິ່ງແອັດໂຄສະນາຜ່ານສື່ອອນໄລ໌, ບໍ່ຕ້ອງຈ່າຍເງິນໃຫ້ກັບນັກ”ຣີວິວ”ສິນຄ້າ… ແຕ່ສາມາດດຶງລູກຄ້າໃໝ່ໃຫ້ເຂົ້າມາຫາ ດ້ວຍຂໍ້ມູນຈາກລູກຄ້າເກົ່າ ແລະ ບຸກຄົນທົ່ວໄປ. ເນື່ອງຈາກວ່າຄົນທີ່ຫຼິ້ນ”ໂຊຊຽວ”ທຸກມື້ນີ້ ມີນິດໄສມັກຖ່າຍຮູບເປັນຊີວິດຈິດໃຈເຊັ່ນ: ຖ່າຍຮູບຕົວເອງ, ຖ່າຍຮູບສິ່ງທີ່ມັກ, ຖ່າຍຮູບສິ່ງທີ່ປະທັບໃຈ ເມື່ອຖ່າຍແລ້ວກໍນໍາມາບອກຕໍ່ຜ່ານທາງສື່ສັງຄົມອອນໄລ໌ ໂດຍເວົ້າເຖິງຄວາມຄິດທີ່ມີຕໍ່ສິ່ງນັ້ນໆ. ສະນັ້ນ ຖ້າຢາກໃຫ້ຍີ່ຫໍ້ສິນຄ້າ ຫຼື ບໍລິການຂອງທ່ານຖືກນໍາໄປບອກຕໍ່ນັ້ນ ສິ່ງທໍາອິດທີ່ຕ້ອງເຮັດຄືການຕົບແຕ່ງສະຖານທີ່ໃຫ້ມີຄວາມງົດງາມ ຕົວຢ່າງ: “ຮ້ານອາຫານ” ເຮົາຈະເຫັນວ່າ ໄລຍະບໍ່ດົນມານີ້ຮ້ານອາຫານເປີດໃໝ່ສ່ວນຫຼາຍຈະເນັ້ນເລື່ອງການຕົບແຕ່ງຫຼາຍ ເພາະນອກຈາກການປຸງແຕ່ງອາຫານໃຫ້ແຊບແລ້ວ ສໍາລັບນັກຖ່າຍຮູບທັງຫຼາຍ ການໃຊ້ຖ້ວຍຈານ ແລະ ຕົບແຕ່ງໜ້າຕາອາຫານໃຫ້ມີເອກະລັກຂອງຮ້ານຖືເປັນສິ່ງສໍາຄັນ ເພາະຈະເຮັດໃຫ້ລູກຄ້າຕື່ນຕາຕື່ນໃຈ, ແລະ ກໍຊ່ວຍຈູງໃຈໃຫ້ລູກຄ້າຢາກຈະນໍາໄປໂພສອວດໃນສື່ສັງຄົມອອນໄລ໌. ຕໍ່ມາກໍຄືການຕົບແຕ່ງຮ້ານໃຫ້ໂດດເດັ່ນ, ແຕກຕ່າງ ແລະ ດຶງດູດໃຈ ເຮັດໃຫ້ລູກຄ້າໃຫ້ຢາກເຂົ້າໄປຖ່າຍຮູບ ເພື່ອສະແດງເຖິງ Life Style ຂອງຕົນໃຫ້ຄົນອື່ນໄດ້ເຫັນ.

ແນ່ນອນວ່າ ຖ້າເມນູອາຫານ ຫຼື ຮ້ານອາຫານໃດທີ່ຖືກລົງຮູບໄປໃນ”ໂຊຊຽວ” ນັ້ນໝາຍເຖິງການບອກຕໍ່ ແລະ ການເຮັດການຕະຫຼາດທີ່ໄດ້ຜົນດີທີ່ສຸດ ເພາະປັດຈຸບັນກໍມີການສໍາຫຼວດອອກມາແລ້ວວ່າ ການບອກຕໍ່ຜ່ານປາກຕໍ່ປາກ ຫຼື ການໄດ້ຮັບຂໍ້ມູນຈາກບຸກຄົນທົ່ວໄປ ທີ່ບໍ່ແມ່ນນັກ”ຣີວວິວ”, ນັກໂຄສະນາ ຫຼື ດາຣານັກສະແດງນັ້ນ ໄດ້ຜົນຕອບຮັບຈາກລູກຄ້າດີກວ່າ ເພາະລູກຄ້າເຊື່ອວ່ານີ້ບໍ່ແມ່ນການໂຄສະນາ ຫຼື ການ”ຣີວິວ”ເພື່ອສ້າງພຽງຄວາມສົນໃຈ ແຕ່ເປັນການບອກຕໍ່ເຖິງຄວາມປະທັບໃຈທີ່ຜ່ານປະສົບການຈິງຂອງຜູ້ບອກເລົ່າ ຫຼັງຈາກທີ່ໄດ້ໄປທົດລອງໃຊ້ບໍລິການດ້ວຍຕົນເອງ. ແຕ່ແນວໃດກໍຕາມ ສິ່ງທ້າທາຍທີ່ສຸດສໍາລັບຜູ້ປະກອບການນັ້ນ ບໍ່ແມ່ນການຊອກລູກຄ້າໃໝ່ໃຫ້ເຂົ້າມາຫາຕະຫຼອດ ແຕ່ເປັນການຮັກສາລູກຄ້າເກົ່າໄວ້ໃຫ້ໄດ້ດົນຫຼາຍກວ່າ ສະນັ້ນ ສິ່ງທີ່ທ່ານຄວນຄໍານຶງໃຫ້ຫຼາຍນອກຈາການຕົບແຕ່ງເມນູອາຫານ ແລະ ຕົບແຕ່ງຮ້ານໃຫ້ມີຄວາມງົດງາມເປັນເອກະລັກແລ້ວ ເລື່ອງການບໍລິການກໍເປັນສິ່ງສໍາຄັນຫຼາຍ ເພາະເຖິງວ່າລົດຊາດອາຫານຈະແຊບ, ຕົບແຕ່ງຈານງາມ ຫຼື ຕົບແຕ່ງຮ້ານໄດ້ງາມປານໃດກໍຕາມ ຖ້າການບໍລິການບໍ່ປະທັບໃຈ ກໍຈະບໍ່ສາມາດດຶງລູກຄ້າໄວ້ໄດ້ເລີຍ ແລະ ການບອກຕໍ່ກໍອາດຈະບໍ່ເກີດຂຶ້ນໄດ້ອີກ.

ສຸດທ້າຍນີ້ ຢາກບອກວ່າ ການເຮັດທຸລະກິດໃດໜຶ່ງນັ້ນ ມັນບໍ່ແມ່ນເລື່ອງຍາກ ແຕ່ກໍບໍ່ໄດ້ງ່າຍ ເພາະຍຸດທະສາດໃນການດໍາເນີນທຸລະກິດນັ້ນບໍ່ມີຮູບແບບທີ່ຕາຍຕົວ ວິທີນີ້ອາດຈະໃຊ້ໄດ້ສໍາລັບທຸລະກິດນີ້ ແຕ່ອາດຈະໃຊ້ບໍ່ໄດ້ໃນທຸລະກິດອື່ນ ຫຼື ທຸລະກິດໃນຮູບແບບດຽວກັນຍັງບໍ່ສາມາດໃຊ້ຍຸດທະສາດດຽວກັນເພື່ອດໍາເນີນທຸລະກິດໃຫ້ປະສົບຜົນສໍາເລັດຄືກັນໄດ້ເລີຍ. ສະນັ້ນ ການລົງມືທົດສອບດ້ວຍຕົນເອງຈຶ່ງເປັນສິ່ງທີ່ຜູ້ປະກອບການຄວນເຮັດ ລອງຜິດລອງຖືກໄປກັບມັນ ເພື່ອນໍາພາຕົວເອງໃຫ້ປະສົບຄວາມສໍາເລັດໃນທຸລະກິດນັ້ນໆໄດ້.

how to turn customers into your sales person?

Currently, we are living in the era of smart phone which can do almost everything. People have to have it with them all the time even when they travel, eat or visit new, beautiful places so that they can take pictures with the phone. Another disease which comes with smart phone is the addiction to social media. Wherever people go or whatever they do, they have to post pictures about it so that followers know about their activities and life style. Some people have done this to the point where they finally become an “influencer.” If someone posted photos of products or services on social media that are attractive enough, followers will want to know more, try and eventually become a customer without having to do any marketing further. This is called a “strategy in turning customers into a sales person.” However, some of you might wonder how we can turn customers into a sales person. Let us explore more about this strategy with Target Magazine.

As we mentioned above, we are living in the era of smart phone which is everything. This indispensable device has been used heavily by users to reveal their identity and share their activities with others via “social media.” Therefore, a marketing approach in turning customers into a sales person is a new marketing method which entrepreneurs nowadays are commonly applying i.e. how to stick our products or brand into the heart and mind of customers without relying on online advertisement or paying “reviewer” to review our goods. This method allows businesses to reach new customers utilizing information from old clients and people in general. Because “social media” users have a habit of taking pictures of everything, such as photos of self portrait, something they like or memorable moments before sharing them on social media with captions expressing their feeling upon the pictures. Thus, if we want our products or services to be spreaded through word-of-mouth recommendation, the first thing we should do is to decorate our shop with beautiful settings. For instance, “restaurants” nowadays as we have seen mostly focus on decoration. Apart from good food, people in this era like to take pictures of everything around them, such as beautiful plates, unique food decoration and so on making them feel excited and motivated to want to share the place with others via social media. The place itself needs to be decorated in an outstanding, unique and attractive way pursuading customers to want to take pictures and share their life style with followers.

Certainly, if photos of menu or restaurant are posted on “social media,” they will become the most effective recommendation and marketing tool. Currently, there is a survey exposing that word-of-mouth recommendation or information passed on by people in general who are not “reivewers,” marketers or celebrities is more well accepted by clients because they believe that this is not an advertisement or “review” just to spur attention, but rather a sharing of personal impression derived from their actual experience. Nevertheless, the most challenging thing for entrepreneurs is not about attracting new customers, but to keep them loyal as long as possible. As a result, what you need to consider is not only the decoration of dishes and restaurant in a uniquely elegant way, but also ensure quality service. Does not matter how tastety your food, and how unique and beautiful your restaurant is, if you provide an unimpressive service, you will not be able to keep your customers with you long and definitely, they will not recommend your business to people they know.

Finally, we would like to inform you that doing a business is neither difficult nor easy. There is no such thing as fixed strategy. Does not mean that one method used successfully in one business will produce the same outcome with others, not even with the same business type. To sum up, entrepreneurs should try out different methods and learn from experience until they can find the right formula which will lead them toward business success.

Comments