ນະຄອນຫລວງວຽງຈັນ ເລີ່ມສັກວັກຊິນປ້ອງກັນພະບາດໂຄວິດ-19 ແລ້ວ

ນະຄອນຫລວງວຽງຈັນ ເລີ່ມສັກວັກຊິນປ້ອງກັນພະບາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ເຂັມທໍາອິດ ໃນລະຫວ່າງວັນທີ 9-14 ມີນາ ແລະ ຈະສັກເຂັມທີ 2 ພາຍໃນເດືອນເມສາ 2021 ໂດຍກໍານົດສັກຢູ່ໂຮງໝໍສູນ ກາງ ແລະ ໂຮງໝໍເມືອງທີ່ກໍານົດໄວ້ເທົ່ານັ້ນ.

อาจเป็นรูปภาพของ 14 คน และผู้คนกำลังยืน

ດຣ ນາງ ໄຊພອນ ນັນທະພອນ ຫົວຫນ້າພະແນກສາທາ ລະນະສຸກນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ນະ ຄອນຫລວງວຽງຈັນ ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 58.600 ໂດສ ຈາກການແບ່ງປັນຂອງຄະ ນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈາກທັງໝົດ 3 ແສນໂດສ ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານຈີນ ໂດຍໄດ້ແຈກຢາຍໃຫ້ 9 ເມືອງໃນນະຄອນຫລວງວຽງຈັນ ສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ຄື: ພະນັກງານແພດໝໍທີ່ສຳຜັດ ຫລື ໃກ້ຄຽງກັບຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ເຮັດວຽກຢູ່ຕາມດ່ານສາກົນ ແລະ ຜູ້ທີ່ເຮັດວຽກຢູ່ສູນຈຳ ກັດບໍລິເວນຂອງແຮງງານທີ່ເດີນທາງມາຈາກຕ່າງປະເທດ.

อาจเป็นรูปภาพของ 1 คน และกำลังยืน

ນອກຈາກນີ້ ຍັງຈະສັກໃຫ້ຄະນະສະເພາະກິດຂັ້ນບ້ານ ໂດຍສະເພາະບັນດາບ້ານທີ່ຢູ່ລຽບຕາມຊາຍແດນກັບປະ ເທດໃກ້ຄຽງຕື່ມອີກ. ຫົວຫນ້າພະແນກສາທາລະນະສຸກນະຄອນຫລວງວຽງ ຈັນ ຍັງໄດ້ຮຽກຮ້ອງໃຫ້ກຸ່ມເປົ້າໝາຍໃນການສັກວັກຊິນໃນຄັ້ງນີ້ຢູ່ທັງ 9 ເມືອງພາຍໃນນະຄອນຫລວງວຽງຈັນ ໃຫ້ເຂົ້າໄປສັກວັກຊິນຢູ່ຕາມໂຮງໝໍທີ່ກໍານົດໄວ້ ເພື່ອສ້າງພູມຄຸ້ມກັນໃນການປ້ອງກັນພະຍາດ ໂຄວິດ-19 ເພາະບໍ່ໄດ້ເສຍຄ່າໃຊ້ຈ່າຍແຕ່ຢ່າງໃດ, ພ້ອມນີ້ ກ່ອນ ແລະ ຫລັງສັກວັກຊິນຕ້ອງປະຕິບັດຕາມຂັ້ນຕອນທີ່ແພດໝໍແນະນຳທຸກຢ່າງເພື່ອຮັບປະກັນບໍ່ໃຫ້ມີບັນຫາເກີດຂຶ້ນຫລັງຈາກການສັກວັກຊິນ.

อาจเป็นรูปภาพของ 2 คน, ผู้คนกำลังยืน และผู้คนกำลังนั่ง
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง และผู้คนกำลังยืน
อาจเป็นรูปภาพของ 14 คน และผู้คนกำลังยืน

Comments