ຄົນທົ່ວໂລກເຊື່ອໝັ້ນວັກຊິນຕ້ານໂຄວິດ-19 ຫຼາຍຂຶ້ນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອິມພີຣຽວ ຄອນເລດ ລອນດອນ ຂອງອັງກິດ ໄດ້ເປີດເຜີຍຜົນການສຳຫຼວດ ໂດຍຊີ້ໃຫ້ເຫັນວ່າ: ປະຊາຊົນທົ່ວໂລກ ມີຄວາມເຊື່ອໝັ້ນຫຼາຍຂຶ້ນ ທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19. ຂະນະທີ່ມີປະຊາຊົນຈຳນວນຫຼາຍຂຶ້ນເຂົ້າຮັບການສີດວັກຊິນນັບຕັ້ງແຕ່ເດືອນພະຈິກ 2020 ທີ່ຜ່ານມາ. ຕາມຜົນການສຳຫຼວດຫຼ້າສຸດ ຊຶ່ງຄວບຄຸມເຖິງປະຊາຊົນປະມານ 500-1.000 ຄົນ ໃນ 14 ປະເທດ ລວມເຖິງຍີ່ປຸ່ນ, ອັງກິດ, ຝຣັ່ງ ແລະ ສ.ເກົາຫຼີ ຜູ້ຕອບແບບສຳຫຼວດໄດ້ຖືກຖາມວ່າ: ພວກເຂົາພໍໃຈທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19, ປະຊາຊົນອັງກິດ ສະແດງຄວາມເຊື່ອໝັ້ນສູງສຸດ ໂດຍ 77% ຂອງຜູ້ຕອບແບບສຳຫຼວດພໍໃຈຫຼາຍທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19, ຮອງລົງມາໄດ້ແກ່ປະຊາຊົນໃນດານມາກ ກວມປະມານ 70% ລະບຸວ່າ: ພໍໃຈທີ່ຈະສີດວັກຊິນ.

ADB sets up $9bn Covid-19 vaccine fund | Dhaka Tribune

ສ່ວນປະຊາຊົນໃນຍີ່ປຸ່ນ ແລະ ສິງກະໂປ ປະມານ 48% ລະບຸວ່າ: ພໍໃຈທີ່ຈະສີດວັກຊິນ. ຂະນະທີ່ມີປະຊາຊົນໃນຝຣັ່ງ 40% ພໍໃຈທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19. ອັດຕາສ່ວນໂດຍລວມຂອງຜູ້ທີ່ລະບຸວ່າ: ຕ້ອງການທີ່ຈະສີດວັກຊິນກວມ 58%, ເພີ່ມຂຶ້ນ 17% ຈາກເດືອນພະຈິກທີ່ຜ່ານມາ ຊຶ່ງເລີ່ມມີການສຳຫຼວດເປັນຄັ້ງທຳອິດ. ຂະນະດຽວກັນ, ຜູ້ຕອບແບບສຳຫຼວດ 45% ລະບຸວ່າ: ພວກເຂົາມີຄວາມກັງວົນຫຼາຍກ່ຽວກັບຜົນຂ້າງຄຽງທີ່ອາດຈະເກີດຂຶ້ນຈາກການສີດວັກຊິນປ້ອງກັນພະຍາດໂຄວິດ-19. ທາງດ້ານຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ: ໃນປະເທດທີ່ປະຊາຊົນມີຄວາມພໍໃຈໜ້ອຍທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19 ພົບວ່າ: ມີປະຊາຊົນຈຳນວນຫຼາຍກັງວົນກ່ຽວກັບຜົນຂ້າງຄຽງຂອງວັກຊິນ.

Coronavirus Vaccine Australia: Australia to manufacture 'promising' virus  vaccine and give free to citizens | World News - Times of India

ແຫຼ່ງຂ່າວ: ຈາກ ໜັງສືພິມປະຊາຊົນ

Comments