ໂຄວິດ-19 ສາຍພັນອິນເດຍ ກຳລັງແຜ່ລະບາດເຖິງ 44 ປະເທດ

ຕາມ​ຂ່າວ​ຈາກ ​ເຈ​ນີວາ, ວັນ​ທີ12​ພຶດສະພາ, ອົງການ ​ອະນາ​ໄມ​ໂລກ​ ​ເປີດ​ເຜີຍ​ວ່າ:​ ເຊື້ອ​ພະຍາດ ​ໂຄ​ວິດ-19 ສາຍ​ພັນ​ B.1.617 ທີ່​ພົບ​ການລະບາດຄັ້ງທຳ​ອິດ​ໃນອິນ​ເດຍ ​ພວມ​ແຜ່​ລະບາດ​ໃນ 44​ປະ​ເທດ ຈາກ 6 ພາກ​ພື້ນ ຂອງອົງການ​ອະນາ​ໄມ​ໂລກໃນ​ລະບົບຖານ​ຂໍ້​ມູນແບບ​ເປີດ​ຈີ​ໂນ​ມ (GISAID) ຂະນະ​ທີ່ອັງກິດ​ເປັນ​ປະ​ເທດ​ທີ​ມີ​ຍອດຜູ້​ຕິດ​ເຊື້ອ​ ໂຄ​ວິດ-19 ສາຍ​ພັນ​ນີ້ຫລາຍ​ທີ່​ສຸດ ຮອງ​ຈາກອິນ​ເດຍ.

​ໃນ​ຮອບ 24​ ຊົ່ວ​ໂມງ ​ຜ່ານ​ມາອິນ​ເດຍມີ​ຜູ້​ເສຍ​ຊີວິດຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ 4.205 ຄົນ ​ເຮັດ​ໃຫ້ຍອດ​ຜູ້​ເສຍ​ຊີວິດ ​ສະ​ສົມ 254.197ຄົນ ​ແລະ ຕິດ​ເຊື້ອ​ ສະ​ສົມ 23 ລ້ານ​ກວ່າ​ຄົນ.

Comments