ຕາມຂ່າວຈາກ ວໍຊີງຕັນ, ອົງການອາຫານ ແລະ ຢາຂອງ ສ.ອາເມລິກາ(Fda) ອະນຸມັດໃຊ້ວັກຊິນ ປ້ອງກັນ ໂຄວິດ-19 ຂອງໄຟເຊີ/ໄບໂອເອັນເທັກ ໃນເດັກອາຍຸ 12-15 ປີ ແລະ ຄາດວ່າຈະເລີ່ມສັກ ໃນວັນທີ13 ພຶດສະພານີ້.

ການອະນຸມັດ ສັກວັກຊິນ ໃນເດັກໄວລຸ້ນຕອນຕົ້ນຈະເຮັດໃຫ້ປະຊາກອນ ສ.ອາເມລິກາ ໄດ້ຮັບວັກຊິນເພີ່ມຂຶ້ນ ແລະ ຄວບຄຸມກຸ່ມອາຍຸທີ່ມີໂອກາດສ່ຽງຕິດເຊື້ອໂຄວິດ-19ເຊັ່ນກັນ.
ສຳລັບຜົນການທົດລອງທາງຄຣີນິກ ໃນເດັກອາຍຸ12-15ປີ ຈຳນວນ 2.260ຄົນ ພົບວ່າ: ເດັກກຸ່ມ ທີ່ໄດ້ຮັບວັກຊິນມີປະສິດທິພາບປ້ອງກັນການຕິດເຊື້ອ ໄດ້ສູງເຖິງ 100% ຂະນະນີ້ ສ.ອາເມລິກາ ໄດ້ສັກວັກຊິນ ໃຫ້ປະຊາຊົນແລ້ວ 46%ຈາກປະຊາກອນ ທັງໝົດ 328,2 ລ້ານຄົນ.
ຂປລ.