ກະຊວງ ຮສສ ອອກນະໂຍບາຍ ແລະ ມາດຕະການແກ້ໄຂຕໍ່ແຮງງານ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລາຍງານໃຫ້ຮູ້ກ່ຽວກັບນະໂຍບາຍ ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ໃນວັນທີ 12 ພຶດສະພານີ້, ທີ່ກະຊວງສາທາລະນະສຸກວ່າ: ເພື່ອປະຕິບັດຕາມຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ນັ້ນ, ກະຊວງ ຮສສ ໄດ້ອອກແຈ້ງການ ສະບັບເລກທີ 1377/ຮສສ, ລົງວັນທີ 29 ເມສາ 2021 ເຖິງພະແນກ ຮສສ ແຂວງ ແລະ ນະຄອນຫຼວງວຽງຈັນ, ສູນບໍລິການຈັດຫາງານ, ວິສາຫະກິດບໍລິການຈັດຫາງານ ແລະ ຜູ້ອອກແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ກ່ຽວກັບການຕິດຕາມ ແລະ ເກັບກໍາຂໍ້ມູນຜູ້ອອກແຮງງານລາວທີ່ກັບມາຈາກປະເທດໄທ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນັ້ນ, ພະແນກ ຮສສ ແຂວງ ແລະ ນະຄອນຫຼວງວຽງຈັນ ປະສານໄປຍັງສູນກັກກັນແຕ່ລະແຫ່ງພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເກັບກໍາຂໍ້ມູນຂອງຜູ້ອອກແຮງງານລາວທີ່ກັບຈາກຕ່າງປະເທດ ແລ້ວລາຍງານໃຫ້ກະຊວງ ຮສສ ຊາບຢ່າງເປັນປົກກະຕິ, ສູນບໍລິການຈັດຫາງານ ແລະ ວິສາຫະກິດບໍລິການຈັດຫາງານຕິດຕາມ ແລະ ເກັບກໍາຂໍ້ມູນຈໍານວນຜູ້ອອກແຮງງານລາວທີ່ຍັງຄ້າງຢູ່ຕ່າງປະເທດ ທີ່ຖືກຈັດສົ່ງພາຍໃຕ້ຄວາມຮັບຜິດຊອບຂອງຕົນ ເພື່ອກະກຽມໃຫ້ການຊ່ວຍເຫຼືອຜູ້ອອກແຮງງານຢ່າງທັນການ, ໃຫ້ມີການປະຊາສໍາພັນ ແລະ ປະສານງານໄປຍັງຄອບຄົວຂອງຜູ້ອອກແຮງງານເພື່ອແນະນໍາ ແລະ ຊຸກຍູ້ຜູ້ອອກແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແຕ່ຍັງບໍ່ທັນສິ້ນສຸດສັນຍາ ຫຼື ບໍ່ຖືກເລີກຈ້າງງານໃຫ້ສືບຕໍ່ເຮັດວຽກນໍາຜູ້ໃຊ້ແຮງງານ ໂດຍບໍ່ໃຫ້ເຄື່ອນຍ້າຍໃນໄລຍະເວລານີ້. ສໍາລັບຜູ້ອອກແຮງງານທີ່ສິ້ນສຸດ ສັນຍາ ຫຼື ຖືກເລີກຈ້າງທີ່ມີຈຸດປະສົງກັບຄືນປະເທດໃຫ້ເດີນທາງກັບຄືນປະເທດ ໂດຍຜ່ານຊ່ອງທາງທີ່ຖືກຕ້ອງຕາມກົດໝາຍ, ອອກແຈ້ງການ ສະບັບເລກທີ 1531/ຮສສ, ລົງວັນທີ 5 ພຶດສະພາ 2021 ເຖິງພະແນກ ຮສສ ແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອເກັບກໍາຂໍ້ມູນແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນທຸກຍາກ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຈ້ງໃຫ້ພະແນກ ຮສສ ແຂວງ-ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງໂດຍສະເພາະແມ່ນອໍານາດການປົກຄອງແຂວງ, ນະຄອນ, ເມືອງ ແລະ ບ້ານ ເພື່ອເກັບກໍາຂໍ້ມູນຜູ້ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນແຮງງານນອກລະບົບ ປະກັນສັງຄົມ, ປະຊາຊົນທຸກຍາກ ແລະ ສົ່ງມາໃຫ້ກະຊວງ ຮສສ ບໍ່ໃຫ້ກາຍວັນທີ 15 ພຶດສະພາ 2021. ການເກັບກໍາຂໍ້ມູນນີ້ແມ່ນເລັ່ງໃສ່ຜູ້ທີ່ກະທົບໜັກເປັນຕົ້ນແມ່ນ: ຜູ້ທີ່ຢຸດວຽກ, ຜູ້ຫຍຸ້ງຍາກຂາດເຂີນທີ່ພັກອາໄສ, ອາຫານການກິນ ໃນຕົວເມືອງໃຫຍ່ ແລະ ເຂດທີ່ມີການລະບາດຂອງພະຍາດກ່ອນ, ໄດ້ອອກແຈ້ງການ ສະບັບເລກທີ 1532/ຮສສ, ລົງວັນທີ 5 ພຶດສະພາ 2021 ເຖິງພະແນກ ຮສສ ແຂວງ ແລະ ນະຄອນຫຼວງວຽງຈັນ, ຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການໃນຂອບເຂດທົ່ວປະເທດ ສໍາລັບຫົວໜ່ວຍແຮງງານທີ່ຖືກສັ່ງໂຈະການດໍາເນີນທຸລະກິດຊົ່ວຄາວຈາກຂະແໜງການທີ່ກ່ຽວຂ້ອງແມ່ນໃຫ້ພິຈາ ລະນາຊ່ວຍເຫຼືອຜູ້ອອກແຮງງານຕາມຄວາມສາມາດ ເພື່ອຮັກສາຜູ້ອອກແຮງງານໄວ້ ແລະ ເພື່ອເຮັດໃຫ້ຜູ້ອອກແຮງງານເຫຼົ່ານັ້ນໄດ້ສືບຕໍ່ດໍາລົງຊີວິດໄດ້ໂດຍພື້ນຖານ ພ້ອມດຽວກັນນັ້ນ, ກໍໃຫ້ເກັບກໍາຈໍານວນຜູ້ອອກແຮງງານຜູ້ທີ່ມີຄວາມຈໍາເປັນຕ້ອງໄດ້ຮັບການຊ່ວຍເຫຼືອສະເພາະຖ້າມີ ເພື່ອລາຍງານຫາອົງການລັດຄຸ້ມຄອງແຮງງານ (ພະແນກ ຮສສ ຂອງແຂວງ ແລະ ນະຄອນຫຼວງວຽງຈັນ) ເພື່ອເປັນຂໍ້ມູນໃນການຊອກຫາວິທີການຊ່ວຍເຫຼືອຕາມຄວາມເປັນຈິງຈາກລັດຖະບານ, ຜູ້ອອກແຮງງານທີ່ເປັນສະມາຊິກຂອງອົງການປະກັນສັງຄົມແຫ່ງຊາດທີ່ໄດ້ຖືກໃຫ້ພັກວຽກ ຫຼື ເຮັດວຽກຢູ່ໃນຫົວໜ່ວຍແຮງງານທີ່ຕ້ອງໄດ້ຢຸດກິດຈະການນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ ຈະໄດ້ຮັບເງິນນະໂຍບາຍອຸດໜູນວ່າງງານ ແຕ່ຕ້ອງມີເງື່ອນໄຂໃນການມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມຢ່າງໜ້ອຍ 6 ເດືອນຂຶ້ນໄປໃນໄລຍະ 12 ເດືອນ ນັບແຕ່ເດືອນ ເມສາ 2021 ຄືນຫຼັງ, ໄລຍະໃນການປະຕິບັດອຸດໜູນວ່າງງານ ແມ່ນຈະອີງໃສ່ໄລຍະທີ່ລັດຖະບານປະກາດມາດຕະການເພື່ອຕອບໂຕ້ກັບການແຜ່ລະບາດຂອງເຊື້ອພະຍາດເທົ່ານັ້ນ ຊຶ່ງຈະມີການກໍານົດໃນລະບຽບການສະເພາະຕ່າງຫາກ, ບັນດາຫົວໜ່ວຍແຮງງານທີ່ຍັງເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ຜູ້ອອກແຮງງານຕ້ອງໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມຕາມປົກກະຕິ ແລະ ຖ້າມີຄວາມຫຍຸ້ງຍາກດ້ານການເງິນ ແມ່ນສາມາດເລື່ອນມອບເງິນສົມທົບໄດ້ແຕ່ຕ້ອງໄດ້ແຈ້ງເປັນລາຍລັກອັກສອນແກ່ອົງການປະກັນສັງຄົມຮັບຊາບ, ສໍາລັບຫົວໜ່ວຍແຮງງານທີ່ໄດ້ຢຸດດໍາເນີນກິດຈະການຊົ່ວຄາວ ແລະ ບໍ່ໄດ້ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ແກ່ຜູ້ອອກແຮງງານຂອງຕົນ ແມ່ນສາມາດໂຈະການມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມ ຕາມໄລຍະທີ່ທາງການປະກາດມາດຕະການ ຊຶ່ງໃນໄລຍະການໂຈະມອບເງິນສົມທົບນີ້ ຍັງຈະເກີດສິດການອຸດໜູນປິ່ນປົວສຸຂະພາບ ແລະ ອຸດໜູນໄລຍະສັ້ນຕາມປົກກະຕິ ແຕ່ຈະບໍ່ໄດ້ນັບເຂົ້າເປັນໄລຍະປະກັນຕົນ ສໍາລັບການອຸດໜູນໄລຍະຍາວ,

อาจเป็นรูปภาพของ หนึ่งคนขึ้นไป และข้อความพูดว่า "ะสะเพาะภัด ถอบถุ ations Ce er for CO"

ສໍາລັບຜູ້ປະກັນຕົນພາກສະໝັກໃຈ ແມ່ນອະນຸຍາດໃຫ້ໂຈະການມອບເງິນສົມທົບໃນເດືອນພຶດສະພາ 2021 ຊຶ່ງໃນໄລຍະການໂຈະມອບເງິນສົມທົບນີ້ ຜູ້ປະກັນຕົນສະມໝັກໃຈຍັງເກີດສິດການອຸດໜູນປະກັນສັງຄົມທຸກປະເພດ ແລະ ນັບເຂົ້າເປັນໄລຍະປະກັນຕົນສໍາລັບການອຸດໜູນໄລຍະຍາວຕາມປົກກະຕິ, ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫົວໜ່ວຍແຮງງານສືບຕໍ່ປະຕິບັດຕາມກົດໝາຍ, ລະບຽບການດ້ານແຮງງານ ແລະ ສັນຍາແຮງງານທີ່ມີຜົນນໍາໃຊ້ຢູ່ໂດຍບໍ່ໃຫ້ສວຍໃຊ້ຜົນກະທົບດັ່ງກ່າວ ເຮັດສິ່ງທີ່ຂັດຕໍ່ກົດໝາຍ ແລະ ລະບຽບການ ໂດຍສະເພາະບໍ່ໃຫ້ມີການຍົກເລີກສັນຍາ ແຮງງານກັບຜູ້ອອກແຮງງານທີ່ກໍາລັງປະສົບກັບບັນຫາ ໂດຍບໍ່ໄດ້ຮັບການອະນຸຍາດຈາກກະຊວງ ຮສສ ໂດຍຜ່ານການປຶກສາຫາລືສາມຝ່າຍ. ຖ້າທ່ານໃດຕ້ອງການຂໍ້ມູນລະອຽດເພີ່ມເຕີມ ສາມາດຕິດຕໍ່ໂດຍກົງເຖິງພາກສ່ວນກ່ຽວຂ້ອງຂອງກະຊວງ ຮສສ ຕາມເບີໂທນີ້: ຫ້ອງການກະຊວງ ໂທ: 021 213003, ກົມສັງຄົມສົງເຄາະ ໂທ: 021 213005 , ກົມຄຸ້ມຄອງແຮງງານ ໂທ: 021 222781, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໂທ: 021 213011 , ອົງການປະກັນສັງຄົມແຫ່ງຊາດ ໂທ: 1508 ຫຼື 020 55489030

ແຫຼ່ງຂ່າວ: ຫນັງສືພິມປະຊາຊົນ

Comments