ຂ່າວດີມື້ນີ້!!! ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວດີ ອີກ 59 ຄົນ

ໃນວັນທີ 11 ພຶດສະພາ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການແລະການລົງທຶນ; ທ່ານ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດໃນການໃຫ້ວັກແຊັງ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ກ່າວວ່າ:ໃນວັນທີ 10 ພຶດສະພາ 2021  ເກັບຕົວຢ່າງໄປກວດທັງໝົດ ຈຳນວນ 3.247 ກໍລະນີ ຜົນກວດພົບຜູ້ຕິດເຊື້ອ 35 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 9 ຄົນ, ຈຳປາສັກ 5 ຄົນ(ເປັນແຮງງານລາວເດີນທາງມາຈາກປະເທດເພື່ອນບ້ານ), ຫຼວງນໍ້າທາ 1 ຄົນ ແລະ ບໍ່ແກ້ວ 20 ຄົນ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 1.362 ຄົນ ແລະ ເສຍຊີວິດສະສົມ 1 ຄົນ.

ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ ທັງໝົດ 297 ຄົນ; ໃນນີ້ປິ່ນປົວດີໃໝ່ 59ຄົນ(ນະຄອນຫຼວງ 52 ຄົນ ແລະ ແຂວງບໍ່ແກ້ວ 7 ຄົນ) ແລະ ຈະໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດ;  ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1.064 ຄົນບ

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ສຳລັບ ຜູ້ທີ່ຖືກກຳນົດໃຫ້ອອກໂຮງໝໍ ເພື່ອໄປສືບຕໍ່ຕິດຕາມອາການຂອງຕົນຢູ່ເຮືອນ ຕາມຄຳແນະນຳຂອງແພດ ສິ່ງທີ່ທ່ານຄວນປະຕິບັດ ມີຄືດັ່ງນີ້:


ແຍກຕົນເອງອອກຈາກຄົນໃນຄອບຄົວ ເປັນເວລາ 7 ວັນ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັນ
ວັດແທກ ແລະ ບັນທຶກອຸນຫະພູມທຸກວັນ ເຊົ້າ-ແລງ
ຕິດຕາມອາການຂອງຕົນ, ຖ້າຫາກ ຮູ້ສຶກບໍ່ສະບາຍ, ໃຫ້ທ່ານຮີບຮ້ອນໄປພົບແພດຢູ່
ສະຖານທີ່ບໍລິການໃກ້ບ້ານທ່ານ.

Comments