BIONTECH ປະກາດ ຈະຂະຫຍາຍການ ຜະລິດວັກຊີນ Pfizer ໃນ ສິງກະໂປ

ວັນທີ 10 ພຶດສະພາ ທີ່ຜ່ານມາ ປະທານບໍລິສັດ ຂອງ ໄບໂອເອນເທດ ປະເທດເຢຍລະມັນ ບໍລິສັດຜະລິດວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ຖະແຫຼງ ເຖິງການຂະຫຍາຍການຜະລິດວັກຊິນ ພ້ອມຈັດຕັ້ງສໍານັກງານໃຫຍ່ໃນສິງກະໂປເພື່ອກະຈາຍວັກຊີນໃນຂົງເຂດອາຊຽນ.

ไบโอเอนเทคจะตั้งสำนักงาน-โรงงานผลิตวัคซีนในสิงคโปร์ - สำนักข่าวไทย อสมท

ໂດຍໂຮງງານແຫ່ງນີ້ ຈະຊ່ວຍເພີ່ມການຜະລິດວັກຊິນໄດ້ປີລະຫຼາຍຮ້ອຍໂດສ ການສົ່ງມອບວັກຊີນ ແລະ ການຮັກສາໄປໃຫ້ກັບປະຊາກອນທົ່ວໂລກ.

ไฟเซอร์-ไบโอเอ็นเทค ดันอย.สหรัฐ "อนุมัติฉุกเฉิน" วัคซีนโควิดศุกร์นี้

ໂຮງງານນີ້ ໄດ້ຮັບການສະໜັບສະໜູນຈາກຄະນະກຳມະການພັດທະນາເສດຖະກິດສິງກະໂປ ຢ່າງຮອບດ້ານ ເມື່ອເລີ່ມເຂົ້າສູ່ການເຄື່ອນໄຫວ ຜະລິດວັກຊິນນີ້ ໃນປີ 2023 ຊຶ່ງ ຈະມີກຳລັງ ການຜະລິດວັກຊິນແບບເອັມອາຣເອັນເອ ຫລາຍຮ້ອຍໂດສ ຕໍ່ປີ ເພື່ອຊ່ວຍໃຫ້ໂລກມີວັກຊິນທີ່ຜະລິດດ້ວຍເຕັກໂນໂລຊີແບບນີ້ຫລາຍຂຶ້ນ ແລະ ຊ່ວຍໃຫ້ອາຊີຕາເວັນອອກສ່ຽງໃຕ້ມີໂຮງງານ ຜະລິດວັກຊິນເພື່ອສາມາດຮັບມືກັບການແຜ່ລະບາດຂອງພະຍາດໂຄວິດໃນອະນາຄົດໄດ້ຢ່າງວ່ອງໄວ.

Comments