ຄະນະແພດ ແລະ ຊ່ຽວຊານຈາກ ສປ ຈີນ ເດີນທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ

ວັນທີ 11 ພຶດສະພາ 2021 ນີ້, ທີ່ໂຮງແຮມໝອນທອງ ແຂວງບໍ່ແກ້ວ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ ບຸນຍາເວດ ວົງຄຳຊາວ , ຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະສະເພາະກິດ ແຂວງບໍ່ແກ້ວ ຕະຫຼອດຮອດພະນັກງານແພດໝໍ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ການລົງເຄື່ອນໄຫວຂອງຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຄັ້ງນີ້ ມີຊ່ຽວຊານຈາກ ສປຈີນ 9 ທ່ານ ຈາກກະຊວງສາທາລະນະສຸກ 3 ທ່ານ ເຊິ່ງ ຈະໄດ້ພົບປະກັບການນຳແຂວງ,ປະຊຸມຮ່ວມກັບຄະນະສະເພາະກິດແຂວງ ແລະ ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19. ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ ຈາກທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງ,ເມືອງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ. ເພື່ອແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19ໃຫ້ໝົດໄປຈາກແຂວງບໍ່ແກ້ວໂດຍໄວແນໃສ່ຟື່ນຟູແຂວງບໍ່ແກ້ວໃຫ້ຄືນສູ່ສະພາບເດີມ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง
อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืนอาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ແຫຼ່ງຂ່າວ:ໜັງສືພິມບໍ່ແກ້ວ Bokeo Newspaper

Comments