WHO ຈັດອັນດັບໃຫ້ໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ແຜ່ກະຈາຍເຊື້ອໄວ

ວັນທີ 11 ພຶດສະພາ 2021 ທີ່ຜ່ານມາ ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການວ່າ: ໄວຣັສໂຄວິດ-19 ກາຍພັນທີ່ລະບາດຄັ້ງທໍາອິດໃນປະເທດອິນເດຍແມ່ນໄດ້ຮັບການຈັດປະເພດໃຫ້ເປັນ “ໄວຣັສສາຍພັນທີ່ສ້າງຄວາມວິຕົກກັງວົນໄປທົ່ວໂລກ” ເຊິ່ງຜົນຂອງການສຶກສາຂັ້ນທໍາອິດພົບວ່າ ໂຄວິດສາຍພັນອິນເດຍລະບາດໄວ ແລະ ຕິດເຊື້ອໄດ້ງ່າຍ.

ທັງນີ້ໄວຣັສໂຄວິດ-19 ສາຍພັນອິນເດຍແມ່ນຖືກຈັດອັນດັບໃຫ້ເປັນສາຍພັນທີ 4 ເປັນສາຍພັນທີ່ສ້າງຄວາມວິຕົກກັງວົນໄປທົ່ວໂລກ ແລະ ຕ້ອງຕິດຕາມ ແລະ ວິເຄາະຢ່າງແນ່ນອນ ສ່ວນອີກ 3 ສາຍພັນທີ່ຖືກຈັດອັນດັບເຊັ່ນກັນໄດ້ແກ່: ສາຍພັນອັງກິດ, ສາຍພັນອາຟຣິກາໃຕ້ ແລະ ສາຍພັນບຣາຊິນ.

منظمة الصحة العالمية تدحض الانتقادات الأمريكية حول دورها في مكافحة الوباء

ດຣ. ມາເຣຍ ເຄີໂຄຟ ຫົວໜ້າຝ່າຍເທັກນິກດ້ານໂຄວິດ-19 ຂອງອົງການອະນາໄມໂລກໄດ້ກ່າວວ່າ: ອົງການອະນາໄມໂລກໄດ້ຈັດອັນດັບຂອງໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ສ້າງຄວາມວິຕົກກັງວົນໃນທົ່ວໂລກນັ້ນ ເນື່ອງມາຈາກມີຂໍ້ມູນທີ່ບົ່ງບອກວ່າ ເປັນສາຍພັນທີ່ມີການລະບາດ ແລະ ຕິດເຊື້ອໄດ້ງ່າຍກວ່າສາຍພັນອື່ນ.

ດັ່ງນັ້ນ, ບໍ່ວ່າເຮົາຈະອາໄສຢູ່ໃສ ແລະ ບໍ່ວ່າໄວຣັສທີ່ກະຈາຍຢູ່ອ້ອມໂຕເຮົາເປັນສາຍພັນໃດກໍຕາມ ເຮົາຕ້ອງໝັ້ນໃຈວ່າ ເຮົາໄດ້ປ້ອງກັນໂຕເອງຢ່າງປອດໄພທີ່ສຸດເພື່ອບໍ່ໃຫ້ຕິດເຊື້ອພະຍາດນີ້.

ເຖິງຢ່າງໃດກໍຕາມ ອົງການອະນາໄມໂລກຍັງເຕືອນວ່າ ການສັກວັກຊີນປ້ອງກັນໂຄວິດ-19 ຍັງເປັນສິ່ງທີ່ຈໍາເປັນ ແລະ ເປັນອາວຸດທີ່ມີປະສິດທິພາບໃນການຕໍ່ສູ້ກັບໂຄວິດ-19.

Comments