Author Archives: admin target

ນາຍົກລັດຖະມົນຕີ ເນັ້ນໃຫ້ສະມາຊິກລັດຖະບານ ສຸມໃສ່ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ

ກອງປະຊຸມລັດຖະບານ ປະຈໍາເດືອນກໍລະກົດ 2020 ທີ່ຈັດຂຶ້ນເມື່ອທ້າຍອາທິດຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍທ່ານ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ປະຕິບັດວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ຄາດຕະກໍາ, ປຸ້ນຈີ້-ຊິງຊັບ, ອຸບັດເຫດ, ອາວະລາດຕີກັນ, ຂີ້ລັກ-ງັດແງະ, ອັກຄີໄພ, ຢາເສບຕິດ, ການນໍາໃຊ້ສື່ອອນລາຍໄປໃນທາງທີ່ຜິດ ໂດຍໃຫ້ມີມາດຕະການທີ່ເຂັ້ມງວດ ເພື່ອເຮັດໃຫ້ບັນຫາເຫລົ່ານັ້ນສະຫງົບລົງໂດຍໄວ. ຄຽງຄູ່ກັນນັ້ນ, ກໍໃຫ້ສືບຕໍ່ສຸມໃສ່ການເກັບລາຍຮັບໃຫ້ຄົບຖ້ວນ ເພື່ອຮັບປະກັນໃຫ້ໄດ້ຕາມແຜນ, ຄຸ້ມຄອງລາຍຈ່າຍ ໂດຍຮັບປະກັນການເບີກຈ່າຍເງິນເດືອນໃຫ້ທັນຕາມກໍານົດເວລາ ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ນອກຈາກນີ້, ໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຄົ້ນຄວ້າມາດຕະການຜ່ອນຜັນຫລັງ 31 ກໍລະກົດ 2020, ພ້ອມທັງໃຫ້ຕິດຕາມສະພາບການລະບາດຂອງພະຍາດໄຂ້ຍຸງ ແລະ ພະຍາດອື່ນໆ ໃນຊ່ວງລະດູຝົນ ຢ່າງໃກ້ຊິດ ແລະ ໃຫ້ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມຢ່າງເຂັ້ມງວດ ເພື່ອຮັບປະກັນການຮັບມື ແລະ ແກ້ໄຂຢ່າງທັນການ, ...

Read More »

ສິ່ງທ້າທາຍໃໝ່ ທາງການຕະຫຼາດ

ສະຖານະການລະບາດຂອງເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ທີ່ເຮັດໃຫ້ຜູ້ບໍລິໂພກບໍ່ສາມາດໃຊ້ຊີວິດແບບປົກກະຕິດັ່ງທີ່ຜ່ານມາໄດ້ ອີງຕາມຫຼັກການແລ້ວ ຫາກຜູ້ບໍລິໂພກ ຕ້ອງໃຊ້ຊີວິດຢູ່ກັບສິ່ງໃດດົນເກີນ 6 ເດືອນ ສິ່ງນັ້ນຈະກາຍເປັນພຶດຕິກຳຖາວອນ ເຊິ່ງທຸກມື້ນີ້ການກັກຕົວຢູ່ເຮືອນ, ການເຮັດວຽກຢູ່ເຮືອນ ກໍກຳລັງກາຍເປັນວິຖີຊີວິດໃໝ່ ທີ່ເອີ້ນວ່າ “New Normal” ທີ່ກະທົບຕໍ່ແຜນການຕະຫຼາດຂອງທຸກໆຫົວໜ່ວຍທຸລະກິດໃຫ້ໃຊ້ບໍ່ໄດ້ຜົນອີກຕໍ່ໄປ. ແຕ່ທ່ານຮູ້ບໍ່ວ່າ ໃນທາງການຕະຫຼາດແລ້ວ ເມື່ອໃດກໍຕາມທີ່ລູກຄ້າມີການປ່ຽນແປງພຶດຕິກຳໃໝ່ ມີບັນຫາໃໝ່ ແມ່ນຖືວ່າເປັນໂອກາດຂອງນັກການຕະຫຼາດ ເພາະຫາກສາມາດຊອກຫາວິທີແກ້ໄຂບັນຫາຕ່າງໆເຫຼົ່ານີ້ໃຫ້ລູກຄ້າໄດ້ ມັນກໍໝາຍເຖິງ ຫົນທາງຢູ່ລອດຂອງທຸລະກິດ ແລະ ລາຍຮັບມະຫາສານຈະໄຫຼເຂົ້າມາທັນທີ ສະນັ້ນ ໃນເດືອນນີ້ ຄໍລຳເຮົາຈະພາທ່ານຜູ້ອ່ານໄປທຳຄວາມເຂົ້າໃຈສິ່ງທ້າທາຍໃໝ່ໆ ຈາກວິຖີດຳລົງຊິວິດແບບໃໝ່ນີ້ ເພື່ອໃຫ້ທ່ານສາມາດນຳມາປັບປຸງແຜນການຕະຫຼາດ ເພື່ອໃຫ້ທັນກັບສະຖານະການທີ່ປ່ຽນແປງຢ່າງໄວວານີ້.  ຫຼັງຈາກລັດຖະບານລາວໄດ້ປະກາດມາດຕະການປິດເມືອງ (Lockdown) ກໍເຮັດໃຫ້ຜູ້ບໍລິໂພກ ຕົກຢູ່ໃນພາວະຢ້ານການຕິດເຊື້ອ ເຊິ່ງສົ່ງຜົນໃຫ້ເກີດພຶດຕິກຳໃໝ່ ເອີ້ນວ່າ “4 ບໍ່” (4 No) ດັ່ງຕໍ່ໄປນີ້: No Touch: ບໍ່ສຳຜັດ ຫຼຸດຜ່ອນການຈັບບາຍ ໃກ້ຊິດ ໂອ້ລົມກັບຜູ້ອື່ນ ຈາກຄວາມກັງວົນຕໍ່ເຊື້ອພະຍາດ ສະນັ້ນ ຍຸດທະສາດເກົ່າ ກໍຄືການຈັດງານ”ອີເວັ້ນ” ການຕະຫຼາດທີ່ເນັ້ນສ້າງປະສົບການທາງກົງໃຫ້ແກ່ລູກຄ້າ ໃນການຊົມໃຊ້ສິນຄ້າ ແລະ ບໍລິການ ກໍຕ້ອງປ່ຽນໄປ ເພາະຂະນະນີ້ ບໍ່ມີໃຜຢາກມີປະສົບການຮ່ວມກັບຄົນອື່ນອີກແລ້ວ. ...

Read More »

ອາເມລິກາວິກິດໜັກ!! ຜູ້ຕິດເຊື້ອລົ້ນໂຮງຫມໍ ຈົນຕ້ອງໄດ້ສົ່ງກັບໄປຕາຍຢູ່ບ້ານ…

ໃນວັນທີ 27 ກໍລະກົດ 2020 ທີ່ຜ່ານມາ ສໍານັກຂ່າວ CNN ລາຍງານເຖິງການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019 ຫຼືໂຄວິດ-19 ລະບາດໜັກໃນສະຫະລັດອະເມລິກາ ແລະ ຍັງຄົງສ້າງຄວາມວິຕົກກັງວົນຢ່າງໜັກ ຕາມຂໍ້ມູນແບບ real-time ຂອງມະຫາວິທະຍາໄລ John Hopkins ລະບຸວ່າ ມີຜູ້ເສີຍຊີວິດດ້ວຍພະຍາດໂຄວິດ-19 ໃນສະຫະລັດອາເມລິກາ ພາຍໃນມື້ດຽວ ເຖິງ 1.000 ຄົນຕໍ່ເນື່ອງເປັນມື້ທີ່ 4 ແລ້ວ ເຮັດໃຫ້ຈໍານວນຜູ້ເສີຍຊີວິດໃນສະຫະລັດອາເມລິກາ ເພິ່ມຂຶ້ນເປັນຈໍານວນ 146.000 ຄົນແລ້ວ, ຂະນະທີ່ຍອດສະສົມຜູ້ຕິດເຊື້ອໂຄວິດ-19 ສູງຂຶ້ນໄປຢູ່ທີ່ 4,2 ລ້ານຄົນ ແລະປິ່ນປົວດີແລ້ວ 1,29 ລ້ານຄົນ. ຕາມລາຍງານລະບຸວ່າໃນຊ່ວງວັນສຸກ ແລະ ວັນເສົາທີ່ຜ່ານມາ ລັດ California , ລັດ Georgia ແລະ Hawaii ພົບຜູ້ເສີຍຊີວິດດ້ວຍພະຍາດໂຄວິດ-19 ເປັນຈໍານວນຫຼາຍຈົນທໍາລາຍສະຖິຕິຂອງລັດ ໂດຍທີ່California ມີຜູ້ເສີຍຊີວິດເມື່ອວັນສຸກທີ່ຜ່ານມາເຖິງ 159 ຄົນ. ຈົນນັບເປັນຈໍານວນຜູ້ເສີຍຊີວິດຫຼາຍທີ່ສຸດຂອງລັດCalifornia ພາຍໃນມື້ດຽວ ນັບຕັ້ງແຕ່ເກີດການລະບາດຂອງເຊື້ອໄວຣັສໂຄໂຣນາ. ນອກຈາກນີ້, ນັກວິໄຈປະຈໍາສູນຄວບຄຸມ ແລະ ...

Read More »

ສົ່ງພົນລະເມືອງຈີນ 34 ຄົນ ເຂົ້າເມືອງຜິດກົດໝາຍ ກັບຄືນປະເທດ

ກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີມອບ ພົນລະເມືອງຈີນ 34 ຄົນ ທີ່ເດີນທາງເຂົ້າ ສປປ ລາວ ບໍ່ຖືກຕ້ອງຕາມກົດໝາຍ ໃຫ້ເຈົ້າໜ້າທີ່ ສປ ຈີນ ນໍາກັບຄືນປະເທດ. ໃນວັນທີ 20 ກໍລະກົດ ຜ່ານມາ ທີ່ດ່ານສາກົນລານຕຸ້ຍ-ດ່ານເມືອງຄໍາ, ເຂດຫຼັກໝາຍ ທີ 7 ຊາຍແດນລາວ-ຈີນ. ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງຍອດອູ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 18-19 ກໍລະກົດ 2020 ໄດ້ກວດພົບ ພົນລະເມືອງຈີນ ຈໍານວນຫຼາຍລັກລອບເຂົ້າເມືອງ ໂດຍໃຊ້ເສັ້ນທາງນ້ອຍ (ບ້ານລົງທາງ) ເມືອງຍອດອູ ແຂວງຜົ້ງສາລີ. ດັ່ງນັ້ນ, ປກສ ເມືອງຍອດອູ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງຕິດຕາມກວດກາ. ມາໃນວັນທີ 19 ກໍລະກົດ 2020 ພົບເຫັນລົດຂົນສົ່ງໂດຍສານຜົ້ງສາລີ-ອຸດົມໄຊ ມີພົນລະເມືອງຈີນ ຈໍານວນ 34 ຄົນ ຍິງ 7 ຄົນ ...

Read More »

ຈີນ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 60 ກວ່າຄົນ

ຕາມ​ແຫ​ລ່ງຂ່າວ​ ຈາກCRI​ຂອງ​ຈີນ ເມື່ອ​ບໍ່​ດົນ​ມານີ້, ຄະນະ​ກຳມະການ ​ສາທາລະນະ​ສຸກ ​ແຫ່ງ​ຊາດ​ຈີນ​ ໄດ້​​ເປີດ​ເຜີຍ​ວ່າ:ມີ​ຜູ້​ຕິດ​ເຊື້ອ ​ພະຍາດ ​ໂຄ​ວິດ-19 ​ເພີ່ມ​ໃໝ່ 61 ຄົນ, ​ໃນ​ນັ້ນ ມີ​ຜູ້​ຕິດ​ເຊື້ອ ທີ່​ເດີນທາງ​ ມາ​ຈາກ​ຕ່າງປະ​ເທດ 4 ຄົນ, ຜູ້​ຕິດ​ເຊື້ອ ພາຍ​ໃນ​ປະ​ເທດ 57 ຄົນ, ບໍ່​ມີ​ຜູ້​ເສຍ​ຊີວິດ ​ແລະ ​ບໍ່​ມີ​ຜູ້​ສົງ​ໄສ​ວ່າ ​ມີເຊື້ອທີ່​ເພີ່ມ​ໃໝ່.ປັດຈຸບັນ​ ​ຍັງມີ​ຜູ້​ຕິດ​ເຊື້ອ ​ພະຍາດ ​ໂຄ​ວິດ-19 ຈຳນວນ 339 ຄົນ, ມີ​ຜູ້​ຕິດ​ເຊື້ອພະຍາດ​ 78.918 ຄົນ ​​ໄດ້​ປິ່ນປົວ ​ໃຫ້​ຫາຍ​ຂາດ, ມີ​ຜູ້​ເສຍ​ຊີວິດ ທັງ​ໝົດ 4.634 ຄົນ ​ແລະ ​ມີ​ຜູ້​​ເຄີຍຕິດ​ເຊື້ອ​ ພະຍາດ​ ທັງ​ໝົດ 83.891 ຄົນ, ຍັງ​ມີ​ຜູ້​ສົງ​ໄສ ​ມີເຊື້ອ 3 ຄົນ. ​ເຝົ້າ​ຕິດຕາມ​ຜູ້​ທີ່ຢູ່​ໃກ້ຊິດ​ ກັບ​ຜູ້​ຕິດ​ເຊື້​ອ ທັງ​ໝົດ 781.406 ຄົນ, ​ໃນ​ນັ້ນ ຍັງ​ມີ 13.935 ຄົນ ...

Read More »

ພາກທຸລະກິດຍີ່ປຸ່ນຈະໄດ້ເຮັດວຽກທາງໄກເພີ່ມຂຶ້ນຫຼາຍກວ່າ 70%

​ແຫ​ລ່ງຂ່າວ​ຈາກ​ໂຕ​ກຽວລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ , ລັດຖະບານ ຍີ່ປຸ່ນ ຈະ​ຂໍ​ໃຫ້​ພາກ​ທຸລະ​ກິດ ​ ​ເຮັດ​ວຽກ​ທາງ​ໄກ ​ເພີ່ມ​ຂຶ້ນ 70% ​ແລະ ສົ່ງ​ເສີມ ​ມາດ​ຕະການ​ ຮັກສາ​ໄລຍະ​ຫ່າງ ​ທາງ​ສັງຄົມ ​ເນື່ອງ​ຈາກ ​ຄົນ​ເຮັດ​ວຽກ ຕິດ​ເຊື້ອພະຍາດ ໂຄ​ວິດ-19 ​ເພີ່ມ​ສູງ​ຂຶ້ນ ຢ່າງ​ຕໍ່​ເນື່ອງ. ຂະນະ​ນີ້ ມີ​ຄົນ​ເຮັດ​ວຽກ​ທາງ​ໄກ ​ເຫລືອ​ພຽງ 30%​ເທົ່າ​ນັ້ນ ​ໂດຍ​ສະ​ເພາະ ​ຄົນ​ເຮັດ​ວຽກ ​ໃນ​ຮ້ານ​ບັນ​ເທີ​ງ, ຄົນ​ເຮັດ​ວຽກ​ຕາມ​ສຳນັກງານ ​ແລະ ການພົບ​ປະ​ສັງ​ສັນ ຫລັງ​ເລີກ​ວຽກ ​ເຖິງ​ວ່າ ຈຳນວນ​ຜູ້​ຕິດ​ເຊື້ອ ອາການ​ໜັກ ​ມີ​ບໍ່​ຫລາຍ ​ແຕ່​ລັດຖະບານ ​ເປັນ​ຫ່ວງ​ ກຸ່ມ​ຄົນ​ໄວ 40 ​ແລະ 50 ປີ​ຂຶ້ນ​ໄປ ຕິດ​ເຊື້ອ​ເພີ່ມ​ຂຶ້ນ. ປັດຈຸບັນ ຍີ່ປຸ່ນ ມີ​ຜູ້​ຕິດ​ເຊື້ອ​​ໂຄ​ວິດ-19 ສະ​ສົມ 30.000 ກວ່າ​ຄົນ ​ແລະ ​ເສຍ​ຊີວິດ​ເກືອບ 1.000 ຄົນ.

Read More »

ຈີນທົດລອງເຮືອບິນຂະໜາດໃຫຍ່ AG600 ທີ່ສາ​ມາດບິນ​​ໄດ້​ເທິງ​ໜ້າ​ນ້ຳ​ ແລະ ອາ​ກາດໄດ້ສຳເລັດ

​ ບໍລິສັດອຸດສະຫະກຳການບິນແຫ່ງຊາດຂອງຈິນ (AVIC) ໄດ້ເຜີຍວ່າ: ເຮືອ​ບິນ AG600 ໄດ້ດຳ​ເນີນ​ການ​​ບໍ​ລິ​ການແກ້​ຜູ້​ໂດຍ​ສານໃນເດ​ືອນ​ທັນ​ວາ ​ປີ 2017 ຢູ່ເມືອງ Zhuhai ແຂວງ Guangdong ​ຂອງ​ຈິນ ແລະ ​ໄດ້ເລີ່ມ​ການ​ທົດ​ລອງ​ບິນ​ເທິງ​ໜ້າ​ນ້ຳ​ເປັ​ນ​ຄັ້ງ​ທຳ​ອິດ​ໃນ​ອ່າງ​ເກັບ​ນ້ຳ ຢູ່ເມືອງ Jingmen ແຂວງ Hubei ໃນເດືອນຕຸລາປີ 2018. ລ່າ​ສຸດ ເມື​່ອວັນ​ທີ 26 ກໍ​ລະ​ກົດ 2020 ຕອນ​ເຊົ້າ​ເວ​ລາ 10:18 a.m ເຮືອ​ບິນ AG600 ຂະໜາດໃຫຍ່ໃນປະເທດຂອງຈີນກໍ່ປະສົບຜົນສຳເລັດໃນການທົດລອງທີ່ສາ​ມາດ​ບິນ​ໄດ້​ທັງ​້​ເທິງໜ້າ​ນ້ຳ ​ແລະ ເທິງ​ອາ​ກາດ ທີ່ທະເລໃນ​ເມືອງ Qingdao, ແຂວງ Shandong ທາງພາກຕາເວັນອອກຂອງຈີນ ໃຊ້​ເວ​ລາ 31 ນາ​ທີ​ໃນ​ການ​ທົດ​ລອງ, ເຊິ່ງ​ບໍລິສັດອຸດສະຫະກຳການບິນແຫ່ງຊາດຂອງຈິນ (AVIC) ໄດ້​ກ່​າວ​ອິກວ່າ: ເຮືອ​ບິນ​ດັ່ງ​ກ່າວຈະ​ຊ່ວຍ​ໃຫ້ການຂົນສົ່ງສິນຄ້າສະ​ດວກ​ສະ​ບາຍ​ຂື້ນ ແລະ ​ອິກ​ທັງ​ຍັງ​ສາ​ມາດ​ຄວບ​ຄຸມ​ຫ​າກເກີດກໍ​ລະ​ນີ​ພາ​ວະສຸກເສີນ​ເຮືອ​ບິນ​ຕົກ​ລົງ​ສູ້ນ້ຳ ເຮືອ​ບິນ AG600 ​​ມີ​ລະ​ບົບ​ກູ້​ໄພ​ສຸກ​ເສີນທີ່​ສາ​ມາດ​ບິນ​ເຫີນ​ເທິງ​ໜ້າ​ນ້ຳ​ບິນ​ເທິງ​ໜ້າ​ນ້ຳໄດ້​. ຂໍ້ມູນ: ຂ່າວສານລາວຈີນ

Read More »

ລະບາດຮອບສອງ ພົບຜູ້ຕິດເຊື້ອຫຼາຍຮ້ອຍຄົນພາຍໃນວັນດຽວ

ເມື່ອວັນທີ 26 ກໍລະກົດ 2020 ທີ່ຜ່ານມາ ສຳນັກງານຂ່າວຕ່າງປະເທດລາຍງານເຖິງສະຖານະການໂຄວິດ-19 ທີ່ກັບມາແຜ່ລະບາດອິກຄັ້ງໃນຍີ່ປຸ່ນ ເຮັດໃຫ້ປະຊາຊົນມີຄວາມວິຕົກກັງວົນຫຼາຍຂຶ້ນ ເຊິ່ງກະຊວງສາທາລະນະສຸກເຜີຍວ່າ ພົບຜູ້ຕິດເຊື້ອລາຍໃໝ່ພາຍໃນ 24 ຊົ່ວໂມງ ສະເພາະກຸງໂຕກຽວເພີ່ມຂຶ້ນ239 ລາຍ ແລະ ທົ່ວປະເທດພົບຜູ້ຕິດເຊື້ອພາຍໃນວັນດຽວ 803 ລາຍ ໃນຂະນະນີ້ ປະເທດຍີ່ປຸ່ນ ມີຜູ້ຕິດເຊື້ອສະສົມເພີ່ມຂື້ນ 30,017 ສະເພາະໃນກຸງໂຕກຽວມີທັງໝົດ 11,214 ລາຍ ແລະ ທົ່ວປະເທດມີຜູ້ເສຍຊິວິດຈາກໂຄວິດ-19 ມີ 997 ຄົນ.

Read More »

ກຳປູເຈຍ ຈະຢຸດຕິຖ້ຽວບິນຈາກມາເລເຊຍ-ອິນໂດເນເຊຍ

ສຳນັກຂ່າວ CRI ຂອງຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້ ທ່ານ ຮຸນເຊນ ນາຍົກລັດຖະມົນຕີ ກຳປູເຈຍ ​ໄດ້​ຕົກລົງຕໍ່ບົດລາຍງານ ທີ່ສະເໜີໂດຍ ກະຊວງ ສາທາລະນະສຸກ ກຳປູເຈຍ ໂດຍລະບຸວ່າ ນັບແຕ່ວັນທີ 1 ສິງຫານີ້, ກຳປູ​ເຈຍ ຈະຢຸດຕິຖ້ຽວບິນ ທີ່ມາຈາກ ມາເລເຊຍ ແລະ ອິນໂດເນເຊຍ ເພື່ອປ້ອງກັນ ຄວາມສ່ຽງຈາກ ການແຜ່ລະບາດ ຈາກຊາວຕ່າງປະເທດ ແລະ ປ້ອງກັນ ສຸຂະພາບຂອງ ປະຊາຊົນ. ພາບປະກອບເທົ່ານັັ້ນ ໃນໄລຍະວັນທີ 20 ມິຖຸນາ-25 ກໍລະກົດ ມີຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ລວມມີ 108 ຄົນ ຈາກຈຳນວນ ຜູ້ໂດຍສານ ທັງໝົດ ຂອງຖ້ຽວບິນ ທີ່ມາຈາກ ມາເລເຊຍ ແລະ ອິນໂດເນເຊຍ.  ກະຊວງ ສາທາລະນະສຸກ ກຳປູເຈຍ ລະບຸວ່າ ​ໄລ່​ເຖິງວັນທີ 25 ກໍລະກົດນີ້ ມີຜູ້ຕິດເຊື້ອ ສະສົມ 225 ຄົນ ແລະ ປິ່ນປົວ ຫລາຍດີແລ້ວ 143 ຄົນ. ແຫຼ່ງຂໍ້ມູນ: ​ຂປລ

Read More »

ໄທ ອາດຖືກອາເມລິກາຂຶ້ນບັນຊີດຳ ໃນເລື່ອງປັ່ນຄ່າເງິນຕາຕ່າງປະເທດ…

ທະນາຄານເພື່ອການລົງລະຫວ່າງປະເທດ UBS ຂອງສະວິດເຊີແລນເປີດເຜີຍວ່າ ໄທ ແລະ ໄຕ້ຫວັນ ອາດຖືກກະຊວງການເງິນຂອງອາເມລິກາລົງບັນຊີດຳ ປະເທດທີ່ຕ້ອງເຝົ້າລະວັງ ເລື່ອງການແຊກແຊງອັດຕາເງິນແລກປ່ຽນເງິນຕາຕ່າງປະເທດ ເພື່ອໃຫ້ໄດປຽບໃນການສົ່ງອອກສິນຄ້າທີ່ອາເມລິກາ. ກະຊວງການເງິນຂອງສະຫະລັດອາເມລິກາ ຈະຂຶ້ນບັນຊີດຳປະເທດທີ່ຕ້ອງເຝົ້າລະວັງ ຫາກເຂົ້າໃນເກນທີ່ກຳນົດໄວ້ 2 ໃນ 3 ຂໍ້ຄື: 1. ໄດ້ປຽບດຸນການຄ້າກັບອາເມລິກາ ຕັ້ງແຕ່ 20,000 ລ້ານໂດລາສະຫະລັດ, 2. ແຊກແຊງຄ່າເງິນຕໍ່ເນື່ອງເກີນ 6 ເດືອນ ໃນຮອບ 1 ປີ ຍ້ອນຫຼັງ ແລະ ເຂົ້າຊື້ເງິນໂດລາເກີນ 2% ຂອງ GDP ແຕ່ລະປະເທດ, 3. ເກີດດຸນບັນຊີເດີນຊຳພັດ ຫຼາຍກ່ວາ 2% ຂອງ GDP. UBS ລະບຸວ່າ ປະເທດໄທເຂົ້າເກນທີ່ກຳນົດໄວ້ທັງ 3 ຂໍ້ ຄືກັບໄຕ້ຫວັນທີ່ຫາກໍຫຼຸດອອກຈາກບັນຊີດຳໃນປີ 2017 ແຕ່ທັງສອງປະເທດຍັງບໍ່ຖືກຂຶ້ນບັນຊີດຳໃນອາເມລິກາ ຈາກການເປີດເຜີຍຂໍ້ມູນຄັ້ງຫຼ້າສຸດ ໃນເດືອນມັງກອນທີ່ຜ່ານມາ. ທາງດ້ານ ວິຣະໄທ ສັນຕິປະພົບ ຜູ້ວ່າການທະນາຄານແຫ່ງປະເທດໄທເປີດເຜີຍວ່າ ບໍ່ກັງວົນກ່ຽວກັບລາຍງານນີ້, ເນື່ອງຈາກທາງລັດຖະບານໄທ ໄດ້ຊີ້ແຈງນະໂຍບາຍການຊື້ເງິນໂດລາກັບກະຊວງການເງິນອາເມລິກາແລ້ວ. ແຫຼ່ງຂໍ້ມູນ: ...

Read More »