ສຳນັກຂ່າວ CRI ຂອງຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້ ທ່ານ ຮຸນເຊນ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ຕົກລົງຕໍ່ບົດລາຍງານ ທີ່ສະເໜີໂດຍ ກະຊວງ ສາທາລະນະສຸກ ກຳປູເຈຍ ໂດຍລະບຸວ່າ ນັບແຕ່ວັນທີ 1 ສິງຫານີ້, ກຳປູເຈຍ ຈະຢຸດຕິຖ້ຽວບິນ ທີ່ມາຈາກ ມາເລເຊຍ ແລະ ອິນໂດເນເຊຍ ເພື່ອປ້ອງກັນ ຄວາມສ່ຽງຈາກ ການແຜ່ລະບາດ ຈາກຊາວຕ່າງປະເທດ ແລະ ປ້ອງກັນ ສຸຂະພາບຂອງ ປະຊາຊົນ.

ໃນໄລຍະວັນທີ 20 ມິຖຸນາ-25 ກໍລະກົດ ມີຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ລວມມີ 108 ຄົນ ຈາກຈຳນວນ ຜູ້ໂດຍສານ ທັງໝົດ ຂອງຖ້ຽວບິນ ທີ່ມາຈາກ ມາເລເຊຍ ແລະ ອິນໂດເນເຊຍ. ກະຊວງ ສາທາລະນະສຸກ ກຳປູເຈຍ ລະບຸວ່າ ໄລ່ເຖິງວັນທີ 25 ກໍລະກົດນີ້ ມີຜູ້ຕິດເຊື້ອ ສະສົມ 225 ຄົນ ແລະ ປິ່ນປົວ ຫລາຍດີແລ້ວ 143 ຄົນ.


ແຫຼ່ງຂໍ້ມູນ: ຂປລ