ໄທ ອາດຖືກອາເມລິກາຂຶ້ນບັນຊີດຳ ໃນເລື່ອງປັ່ນຄ່າເງິນຕາຕ່າງປະເທດ…

ທະນາຄານເພື່ອການລົງລະຫວ່າງປະເທດ UBS ຂອງສະວິດເຊີແລນເປີດເຜີຍວ່າ ໄທ ແລະ ໄຕ້ຫວັນ ອາດຖືກກະຊວງການເງິນຂອງອາເມລິກາລົງບັນຊີດຳ ປະເທດທີ່ຕ້ອງເຝົ້າລະວັງ ເລື່ອງການແຊກແຊງອັດຕາເງິນແລກປ່ຽນເງິນຕາຕ່າງປະເທດ ເພື່ອໃຫ້ໄດປຽບໃນການສົ່ງອອກສິນຄ້າທີ່ອາເມລິກາ.

ກະຊວງການເງິນຂອງສະຫະລັດອາເມລິກາ ຈະຂຶ້ນບັນຊີດຳປະເທດທີ່ຕ້ອງເຝົ້າລະວັງ ຫາກເຂົ້າໃນເກນທີ່ກຳນົດໄວ້ 2 ໃນ 3 ຂໍ້ຄື: 1. ໄດ້ປຽບດຸນການຄ້າກັບອາເມລິກາ ຕັ້ງແຕ່ 20,000 ລ້ານໂດລາສະຫະລັດ, 2. ແຊກແຊງຄ່າເງິນຕໍ່ເນື່ອງເກີນ 6 ເດືອນ ໃນຮອບ 1 ປີ ຍ້ອນຫຼັງ ແລະ ເຂົ້າຊື້ເງິນໂດລາເກີນ 2% ຂອງ GDP ແຕ່ລະປະເທດ, 3. ເກີດດຸນບັນຊີເດີນຊຳພັດ ຫຼາຍກ່ວາ 2% ຂອງ GDP.

UBS ລະບຸວ່າ ປະເທດໄທເຂົ້າເກນທີ່ກຳນົດໄວ້ທັງ 3 ຂໍ້ ຄືກັບໄຕ້ຫວັນທີ່ຫາກໍຫຼຸດອອກຈາກບັນຊີດຳໃນປີ 2017 ແຕ່ທັງສອງປະເທດຍັງບໍ່ຖືກຂຶ້ນບັນຊີດຳໃນອາເມລິກາ ຈາກການເປີດເຜີຍຂໍ້ມູນຄັ້ງຫຼ້າສຸດ ໃນເດືອນມັງກອນທີ່ຜ່ານມາ.

ທາງດ້ານ ວິຣະໄທ ສັນຕິປະພົບ ຜູ້ວ່າການທະນາຄານແຫ່ງປະເທດໄທເປີດເຜີຍວ່າ ບໍ່ກັງວົນກ່ຽວກັບລາຍງານນີ້, ເນື່ອງຈາກທາງລັດຖະບານໄທ ໄດ້ຊີ້ແຈງນະໂຍບາຍການຊື້ເງິນໂດລາກັບກະຊວງການເງິນອາເມລິກາແລ້ວ.

ແຫຼ່ງຂໍ້ມູນ: Posttoday

Comments