ສົ່ງພົນລະເມືອງຈີນ 34 ຄົນ ເຂົ້າເມືອງຜິດກົດໝາຍ ກັບຄືນປະເທດ

ກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີມອບ ພົນລະເມືອງຈີນ 34 ຄົນ ທີ່ເດີນທາງເຂົ້າ ສປປ ລາວ ບໍ່ຖືກຕ້ອງຕາມກົດໝາຍ ໃຫ້ເຈົ້າໜ້າທີ່ ສປ ຈີນ ນໍາກັບຄືນປະເທດ.

ໃນວັນທີ 20 ກໍລະກົດ ຜ່ານມາ ທີ່ດ່ານສາກົນລານຕຸ້ຍ-ດ່ານເມືອງຄໍາ, ເຂດຫຼັກໝາຍ ທີ 7 ຊາຍແດນລາວ-ຈີນ. ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງຍອດອູ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 18-19 ກໍລະກົດ 2020 ໄດ້ກວດພົບ ພົນລະເມືອງຈີນ ຈໍານວນຫຼາຍລັກລອບເຂົ້າເມືອງ ໂດຍໃຊ້ເສັ້ນທາງນ້ອຍ (ບ້ານລົງທາງ) ເມືອງຍອດອູ ແຂວງຜົ້ງສາລີ.

ດັ່ງນັ້ນ, ປກສ ເມືອງຍອດອູ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງຕິດຕາມກວດກາ. ມາໃນວັນທີ 19 ກໍລະກົດ 2020 ພົບເຫັນລົດຂົນສົ່ງໂດຍສານຜົ້ງສາລີ-ອຸດົມໄຊ ມີພົນລະເມືອງຈີນ ຈໍານວນ 34 ຄົນ ຍິງ 7 ຄົນ ຈຶ່ງໄດ້ກັກຕົວໃນຂໍ້ຫາກະທໍາຜິດ ຕາມກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014 ແລະ ມາດຕາ 52 ຂໍ້ຫ້າມສໍາລັບຄົນຕ່າງປະເທດ ລັກລອບເດີນທາງເຂົ້າ-ອອກ ສປປ ລາວ. + ເຈົ້າໜ້າທີ່ ປກສ ໄດ້ສອບສວນ ຢ່າງຈະແຈ້ງແລ້ວ ຈິ່ງຮູ້ວ່າ: ພົນລະເມືອງຈີນຈໍານວນດັ່ງກ່າວ ແມ່ນມີຈຸດປະສົງ ທີ່ຈະເດີນທາງມາທ່ອງທ່ຽວ ແຕ່ຖືກກັກຕົວໄວ້ກ່ອນ ເນື່ອງຈາກວ່າ ລັດຖະບານ ຍັງຄຸມເຂັ້ມກ່ຽວກັບມາດຕະການສະກັດກັ້ນ ການແພ່ລະບາດຂອງໂຄວິດ-19. ພາຍຫຼັງກັກຕົວ ຈິ່ງໄດ້ມອບໃຫ້ເຈົ້າໜ້າທີ່ ສປ ຈີນ ນໍາໄປສຶກສາອົບຮົມ ເພື່ອບໍ່ໃຫ້ມີການກະທໍາຜິດຊໍ້າອີກ. + ການມອບ-ຮັບ ພົນລະເມືອງຈີນ ກັບຄືນປະເທດຄັ້ງນີ້, ຝ່າຍ ສປປ ລາວ ນໍາໂດຍ ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີ ແລະ ກ່າວຮັບໂດຍ ທ່ານ ເຈົາຊຸນລີ ຮອງຫົວໜ້າ ຕໍາຫຼວດເມືອງຈຽງເຊີນ ກອງບັນຊາການຕໍາຫຼວດ ນະຄອນພູເອີ ແຂວງຢູນນານ ແຫ່ງ ສປ ຈີນ, ມີເຈົ້າໜ້າທີ່ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຄີພະຍານ.

ແຫລ່ງຂ່າວ: ຂ່າວສານ ປກສ

Comments