ແຫລ່ງຂ່າວຈາກໂຕກຽວລາຍງານເມື່ອບໍ່ດົນມານີ້ວ່າ , ລັດຖະບານ ຍີ່ປຸ່ນ ຈະຂໍໃຫ້ພາກທຸລະກິດ ເຮັດວຽກທາງໄກ ເພີ່ມຂຶ້ນ 70% ແລະ ສົ່ງເສີມ ມາດຕະການ ຮັກສາໄລຍະຫ່າງ ທາງສັງຄົມ ເນື່ອງຈາກ ຄົນເຮັດວຽກ ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ. ຂະນະນີ້ ມີຄົນເຮັດວຽກທາງໄກ ເຫລືອພຽງ 30%ເທົ່ານັ້ນ ໂດຍສະເພາະ ຄົນເຮັດວຽກ ໃນຮ້ານບັນເທີງ, ຄົນເຮັດວຽກຕາມສຳນັກງານ ແລະ ການພົບປະສັງສັນ ຫລັງເລີກວຽກ ເຖິງວ່າ ຈຳນວນຜູ້ຕິດເຊື້ອ ອາການໜັກ ມີບໍ່ຫລາຍ ແຕ່ລັດຖະບານ ເປັນຫ່ວງ ກຸ່ມຄົນໄວ 40 ແລະ 50 ປີຂຶ້ນໄປ ຕິດເຊື້ອເພີ່ມຂຶ້ນ. ປັດຈຸບັນ ຍີ່ປຸ່ນ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 30.000 ກວ່າຄົນ ແລະ ເສຍຊີວິດເກືອບ 1.000 ຄົນ.


