ອາເມລິກາວິກິດໜັກ!! ຜູ້ຕິດເຊື້ອລົ້ນໂຮງຫມໍ ຈົນຕ້ອງໄດ້ສົ່ງກັບໄປຕາຍຢູ່ບ້ານ…


ໃນວັນທີ 27 ກໍລະກົດ 2020 ທີ່ຜ່ານມາ ສໍານັກຂ່າວ CNN ລາຍງານເຖິງການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019 ຫຼືໂຄວິດ-19 ລະບາດໜັກໃນສະຫະລັດອະເມລິກາ ແລະ ຍັງຄົງສ້າງຄວາມວິຕົກກັງວົນຢ່າງໜັກ ຕາມຂໍ້ມູນແບບ real-time ຂອງມະຫາວິທະຍາໄລ John Hopkins ລະບຸວ່າ ມີຜູ້ເສີຍຊີວິດດ້ວຍພະຍາດໂຄວິດ-19 ໃນສະຫະລັດອາເມລິກາ ພາຍໃນມື້ດຽວ ເຖິງ 1.000 ຄົນຕໍ່ເນື່ອງເປັນມື້ທີ່ 4 ແລ້ວ ເຮັດໃຫ້ຈໍານວນຜູ້ເສີຍຊີວິດໃນສະຫະລັດອາເມລິກາ ເພິ່ມຂຶ້ນເປັນຈໍານວນ 146.000 ຄົນແລ້ວ, ຂະນະທີ່ຍອດສະສົມຜູ້ຕິດເຊື້ອໂຄວິດ-19 ສູງຂຶ້ນໄປຢູ່ທີ່ 4,2 ລ້ານຄົນ ແລະປິ່ນປົວດີແລ້ວ 1,29 ລ້ານຄົນ.

US records 1,015 daily COVID-19 deaths - TeleTrader.com


ຕາມລາຍງານລະບຸວ່າໃນຊ່ວງວັນສຸກ ແລະ ວັນເສົາທີ່ຜ່ານມາ ລັດ California , ລັດ Georgia ແລະ Hawaii ພົບຜູ້ເສີຍຊີວິດດ້ວຍພະຍາດໂຄວິດ-19 ເປັນຈໍານວນຫຼາຍຈົນທໍາລາຍສະຖິຕິຂອງລັດ ໂດຍທີ່California ມີຜູ້ເສີຍຊີວິດເມື່ອວັນສຸກທີ່ຜ່ານມາເຖິງ 159 ຄົນ. ຈົນນັບເປັນຈໍານວນຜູ້ເສີຍຊີວິດຫຼາຍທີ່ສຸດຂອງລັດCalifornia ພາຍໃນມື້ດຽວ ນັບຕັ້ງແຕ່ເກີດການລະບາດຂອງເຊື້ອໄວຣັສໂຄໂຣນາ.

US records 1,169 new coronavirus deaths, the highest one-day toll ...


ນອກຈາກນີ້, ນັກວິໄຈປະຈໍາສູນຄວບຄຸມ ແລະ ປ້ອງກັນພະຍາດຕິດຕໍ່ແຫ່ງຊາດສະຫະລັດອະເມລິກາ (CDC) ຄາດການວ່າຈະມີຜູ້ເສີຍຊີວິດດ້ວຍພະຍາດໂຄວິດ-19 ເຖິງ 175.000 ຄົນ ເມື່ອເຖິງວັນທີ 15 ສິງຫາ 2020.

COVID-19: plus de 15 000 morts dans le monde, surtout en Europe


ຈາກການມີຜູ້ຕິດເຊື້ອ ດ້ວຍພະຍາດໂຄວິດ-19 ສູງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຂະນະນີ້ຕາມໂຮງໝໍຕ່າງໆໃນຫຼາຍລັດຂອງສະຫະລັດອະເມລິກາ ລວມທັງ Texas  ເຕັມໄປດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ໂດຍ ສໍານັກຂ່າວ CNN ເຜີຍວ່າ: ຄະນະຜູ້ບໍລິຫານເຂດປົກຄອງ Star ແລະ ຄະນະແພດຂອງໂຮງໝໍ ‘Star County Remember` ເຊິ່ງເປັນໂຮງໝໍຂະໜາດນ້ອຍ ໃນເມືອງ Rio Grande ເຂດປົກຄອງ Star ລັດTexas ເຊິ່ງມີຊາຍແດນຕິດກັບປະເທດແມັກຊິກໂກ ອາດຕ້ອງຕັດສິນໃຈຄັ້ງສໍາຄັນ ໃນການສົ່ງຕົວຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ອາການວິກິດ ກັບໄປເສີຍຊີວິດທີ່ບ້ານຂອງຕົນ ເນື່ອງຈາກອຸປະກອນການແພດຂອງໂຮງພະຍາບານມີຈໍາກັດ ໂດຍຂະນະນີ້ມີຜູ້ປ່ວຍໂຄວິດ-19 ທີ່ອາການໜັກຂັ້ນວິກິດຮັກສາຕົວຢູ່ໃນຫ້ອງ ICU ຂອງໂຮງພະຍາບານ Star County Remember ເຖິງ 50% ຂອງຈໍານວນຜູ້ຕິດເຊຶ້ອທັງໝົດໃນໂຮງໝໍ.

Source https://www.thairath.co.th/

Comments