ຈີນ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 60 ກວ່າຄົນ

ຕາມ​ແຫ​ລ່ງຂ່າວ​ ຈາກCRI​ຂອງ​ຈີນ ເມື່ອ​ບໍ່​ດົນ​ມານີ້, ຄະນະ​ກຳມະການ ​ສາທາລະນະ​ສຸກ ​ແຫ່ງ​ຊາດ​ຈີນ​ ໄດ້​​ເປີດ​ເຜີຍ​ວ່າ:ມີ​ຜູ້​ຕິດ​ເຊື້ອ ​ພະຍາດ ​ໂຄ​ວິດ-19 ​ເພີ່ມ​ໃໝ່ 61 ຄົນ, ​ໃນ​ນັ້ນ ມີ​ຜູ້​ຕິດ​ເຊື້ອ ທີ່​ເດີນທາງ​ ມາ​ຈາກ​ຕ່າງປະ​ເທດ 4 ຄົນ, ຜູ້​ຕິດ​ເຊື້ອ ພາຍ​ໃນ​ປະ​ເທດ 57 ຄົນ, ບໍ່​ມີ​ຜູ້​ເສຍ​ຊີວິດ ​ແລະ ​ບໍ່​ມີ​ຜູ້​ສົງ​ໄສ​ວ່າ ​ມີເຊື້ອທີ່​ເພີ່ມ​ໃໝ່.ປັດຈຸບັນ​ ​ຍັງມີ​ຜູ້​ຕິດ​ເຊື້ອ ​ພະຍາດ ​ໂຄ​ວິດ-19 ຈຳນວນ 339 ຄົນ, ມີ​ຜູ້​ຕິດ​ເຊື້ອພະຍາດ​ 78.918 ຄົນ ​​ໄດ້​ປິ່ນປົວ ​ໃຫ້​ຫາຍ​ຂາດ, ມີ​ຜູ້​ເສຍ​ຊີວິດ ທັງ​ໝົດ 4.634 ຄົນ ​ແລະ ​ມີ​ຜູ້​​ເຄີຍຕິດ​ເຊື້ອ​ ພະຍາດ​ ທັງ​ໝົດ 83.891 ຄົນ, ຍັງ​ມີ​ຜູ້​ສົງ​ໄສ ​ມີເຊື້ອ 3 ຄົນ. ​ເຝົ້າ​ຕິດຕາມ​ຜູ້​ທີ່ຢູ່​ໃກ້ຊິດ​ ກັບ​ຜູ້​ຕິດ​ເຊື້​ອ ທັງ​ໝົດ 781.406 ຄົນ, ​ໃນ​ນັ້ນ ຍັງ​ມີ 13.935 ຄົນ ​ຖືກ​ແຍກ​ປ່ຽວ​ ຢູ່​ໂຮງໝໍ.

COVID-19: China approves human trials of two vaccines

COVID-19: China opens Wuhan after 76-day lockdown

Comments