ບໍລິສັດອຸດສະຫະກຳການບິນແຫ່ງຊາດຂອງຈິນ (AVIC) ໄດ້ເຜີຍວ່າ: ເຮືອບິນ AG600 ໄດ້ດຳເນີນການບໍລິການແກ້ຜູ້ໂດຍສານໃນເດືອນທັນວາ ປີ 2017 ຢູ່ເມືອງ Zhuhai ແຂວງ Guangdong ຂອງຈິນ ແລະ ໄດ້ເລີ່ມການທົດລອງບິນເທິງໜ້ານ້ຳເປັນຄັ້ງທຳອິດໃນອ່າງເກັບນ້ຳ ຢູ່ເມືອງ Jingmen ແຂວງ Hubei ໃນເດືອນຕຸລາປີ 2018. ລ່າສຸດ ເມື່ອວັນທີ 26 ກໍລະກົດ 2020 ຕອນເຊົ້າເວລາ 10:18 a.m ເຮືອບິນ AG600 ຂະໜາດໃຫຍ່ໃນປະເທດຂອງຈີນກໍ່ປະສົບຜົນສຳເລັດໃນການທົດລອງທີ່ສາມາດບິນໄດ້ທັງ້ເທິງໜ້ານ້ຳ ແລະ ເທິງອາກາດ ທີ່ທະເລໃນເມືອງ Qingdao, ແຂວງ Shandong ທາງພາກຕາເວັນອອກຂອງຈີນ ໃຊ້ເວລາ 31 ນາທີໃນການທົດລອງ, ເຊິ່ງບໍລິສັດອຸດສະຫະກຳການບິນແຫ່ງຊາດຂອງຈິນ (AVIC) ໄດ້ກ່າວອິກວ່າ: ເຮືອບິນດັ່ງກ່າວຈະຊ່ວຍໃຫ້ການຂົນສົ່ງສິນຄ້າສະດວກສະບາຍຂື້ນ ແລະ ອິກທັງຍັງສາມາດຄວບຄຸມຫາກເກີດກໍລະນີພາວະສຸກເສີນເຮືອບິນຕົກລົງສູ້ນ້ຳ ເຮືອບິນ AG600 ມີລະບົບກູ້ໄພສຸກເສີນທີ່ສາມາດບິນເຫີນເທິງໜ້ານ້ຳບິນເທິງໜ້ານ້ຳໄດ້.



ຂໍ້ມູນ: ຂ່າວສານລາວຈີນ