ນາຍົກລັດຖະມົນຕີ ເນັ້ນໃຫ້ສະມາຊິກລັດຖະບານ ສຸມໃສ່ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ

ກອງປະຊຸມລັດຖະບານ ປະຈໍາເດືອນກໍລະກົດ 2020 ທີ່ຈັດຂຶ້ນເມື່ອທ້າຍອາທິດຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍທ່ານ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ປະຕິບັດວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ຄາດຕະກໍາ, ປຸ້ນຈີ້-ຊິງຊັບ, ອຸບັດເຫດ, ອາວະລາດຕີກັນ, ຂີ້ລັກ-ງັດແງະ, ອັກຄີໄພ, ຢາເສບຕິດ, ການນໍາໃຊ້ສື່ອອນລາຍໄປໃນທາງທີ່ຜິດ ໂດຍໃຫ້ມີມາດຕະການທີ່ເຂັ້ມງວດ ເພື່ອເຮັດໃຫ້ບັນຫາເຫລົ່ານັ້ນສະຫງົບລົງໂດຍໄວ. ຄຽງຄູ່ກັນນັ້ນ, ກໍໃຫ້ສືບຕໍ່ສຸມໃສ່ການເກັບລາຍຮັບໃຫ້ຄົບຖ້ວນ ເພື່ອຮັບປະກັນໃຫ້ໄດ້ຕາມແຜນ, ຄຸ້ມຄອງລາຍຈ່າຍ ໂດຍຮັບປະກັນການເບີກຈ່າຍເງິນເດືອນໃຫ້ທັນຕາມກໍານົດເວລາ ທັງຢູ່ສູນກາງ ແລະ ທ້ອງຖິ່ນ.

ນອກຈາກນີ້, ໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຄົ້ນຄວ້າມາດຕະການຜ່ອນຜັນຫລັງ 31 ກໍລະກົດ 2020, ພ້ອມທັງໃຫ້ຕິດຕາມສະພາບການລະບາດຂອງພະຍາດໄຂ້ຍຸງ ແລະ ພະຍາດອື່ນໆ ໃນຊ່ວງລະດູຝົນ ຢ່າງໃກ້ຊິດ ແລະ ໃຫ້ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມຢ່າງເຂັ້ມງວດ ເພື່ອຮັບປະກັນການຮັບມື ແລະ ແກ້ໄຂຢ່າງທັນການ, ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ສຸມໃສ່ການຜະລິດລະດູຝົນ ປີ 2020 ໃຫ້ບັນລຸຕາມແຜນ ແລະ ຮີບຮ້ອນແກ້ໄຂບັນຫາສັດຕູພືດ, ສືບຕໍ່ຕິດຕາມສະພາບດິນຟ້າອາກາດ, ພ້ອມທັງແຈ້ງເຕືອນໃຫ້ປະຊາຊົນຮັບຊາບ ແລະ ກຽມຮັບມືຢ່າງທັນການ
ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ

Comments