Author Archives: admin target

ສື່ມວນຊົນທົ່ວປະເທດ ສຳເລັດການຝຶກອົບຮົມກ່ຽວກັບການປົກປ້ອງເດັກ ແລະ ການປ້ອງກັນພະຍາດໂຄວິດ-19…

ໃນວັນທີ 31 ກໍລະກົດ 2020 ຜ່ານມາ ທີ່ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ ໄດ້ມີພິທີປິດກອງປະຊຸມປະຈຳປີ ວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັກ, ຄົນລາວ ລຸ້ນປີ 2030 ຂຶ້ນ ແລະ ການປ້ອງກັນພະຍາດໂຄວິດ-19 ພາຍຫລັງທີ່ໄດ້ດຳເນີນມາເປັນເວລາ 2 ວັນເຄິ່ງ ດ້ວຍຜົນສໍາເລັດອັນຈົບງາມ.ກອງປະຊຸມໃນຄັ້ງນີ້, ບັນດາສື່ມວຊົນທີ່ມາຈາກທົ່ວປະເທດໄດ້ຮັບຟັງຂໍ້ມູນຄວາມຮູ້ຫລາຍຢ່າງຈາກວິທະຍາກອນທັງ 5 ທ່ານ, ໂດຍສະເພາະ ແມ່ນການຂຽນຂ່າວຜ່ານສື່ອອນລາຍ ພ້ອມແບ່ງກຸ່ມເຮັດກິດຈະກຳລົງສໍາພາດຕົວຈິງ ໃນຫລາຍຂະແໜງການ ເປັນຕົ້ນແມ່ນ ສໍາພາດຄະນະສະເພາະກິດຂັ້ນແຂວງ, ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ ແລະ ລົງຢ້ຽມຢາມຊຸມຊົນ, ໂຮງຮຽນ, ໂຮງໝໍ, ຊາຍແດນຂອງແຂວງອຸດົມໄຊ ແລ້ວນໍາຂໍ້ມູນດັ່ງກ່າວມາເຮັດບົດຂ່າວ, ວີດີໂອຂ່າວ ແລ້ວນຳສະເໜີໃຫ້ວິທະຍາກອນໄດ້ມີຄວາມເຫັນ ເພື່ອປັບປຸງວິທີການຂຽນຂ່າວຂອງບັນດາສື່ມວນຊົນ ໃຫ້ມີປະສິດທິພາບດີຂຶ້ນ. ໃນໂອກາດເຂົ້າຮ່ວມກອງປະຊຸມ ທ່ານ ສຸລິໂຍ ແສງງາມ ຫົວໜ້າໜ່ວຍງານບົດຄວາມ ໜັງສືພິມວຽງຈັນໃໝ່ ໄດ້ໃຫ້ຮູ້ວ່າ: ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ແມ່ນມີຄວາມສໍາຄັນໃນການຍົກລະດັບ ໃນການລາຍງານການຂຽນຂ່າວ ເພື່ອເຮັດໃຫ້ທັນເຫດການ, ກະທັດຮັດ ແລະ ສາມາດສ່ອງແສງເຖິງສະພາບຄວາມເປັນຈິງໃນສັງຄົມ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ...

Read More »

ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ລາວຫຼຸດລົງ…

ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຂ້າງຢູ່ ສປປ ລາວ (ຄກຊລ) ແຈ້ງໃຫ້ຮູ້ວ່າ: ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ລາວໂດຍສະເພາະຈາກລະເບີດລູກຫວ່ານຫຼຸດລົງໃນແຕ່ລະປີ ຈາກ 119 ຄົນ ໃນປີ 2010 ຍັງເຫຼືອ 25 ຄົນ ໃນປີ 2019 ແລະ ຫຼຸດຍັງເຫຼືອ 18 ຄົນ ໃນປີ 2020. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານ ຄກຊລ ໄດ້ກ່າວໃນຖະແຫຼງຂ່າວ ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ ເພືີ່ອລະນຶກເຖິງວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍການຕ້ານລະເບີດລູກຫວ່ານ ຄົບຮອບ 10 ປີ (01 ສິງຫາ 2010-01 ສິງຫາ 2020) ວ່າ: ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການຕ້ານລະເບີດລູກຫວ່ານ ເປັນການສະແດງເຖິງຄວາມສາມັກຄີ ແລະ ຄວາມເປັນຈິດໜຶ່ງໃຈດຽວ ໃນການປະຕິບັດພັນທະສາກົນຕໍ່ມວນມະນຸດໂລກ ແນໃສ່ເຮັດໃຫ້ໂລກມີຄວາມປອດໄພ ຈາກລະເບີດລູກຫວ່ານ ເປັນພື້ນຖານໃຫ້ເກີດສັນຕິພາບ ແລະ ຢຸດຕິຄວາມທໍລະມານຂອງປະຊາຊົນຈາກໄພຂົ່ມຂູ່ຂອງລະເບີດລູກຫວ່ານ. ທ່ານຄຳແພງໄດ້ກ່າວຕື່ມວ່າ: ປະເທດລາວເປັນປະເທດທີ 2 ທີ່ໄດ້ລົງນາມເຊັນສົນທິສັນຍາດັ່ງກ່າວ, ...

Read More »

ການໄດ້ຮັບລາງວັນທຸລະກິດດີເດັ່ນໄດ້ສ້າງຄວາມພາກພູມໃຈ ແລະ ຄວາມໜ້າເຊື່ອຖືໃຫ້ແກ່ບໍລິສັດ

ຄວາມສຸກ ແລະ ຄວາມຕື່ນເຕັ້ນແບບບໍ່ຄາດຄິດໄດ້ເກີດຂຶ້ນ ໃນຊ່ວງເວລາສັ້ນໆ ທີ່ຊື່ຂອງທ່ານ ຖືກປະກາດໃນງານມອບ-ຮັບ ລາງວັນທຸລະກິດດີເດັ່ນປະຈໍາປີ ຊ່າງເປັນເລື່ອງທີ່ໜ້າພາກພູມໃຈ ແລະ ຊື່ນຊົມຍິນດີເປັນຢ່າງຍິ່ງ.ແຕ່ນັ້ນກໍແມ່ນຄວາມໝາກຜົນໃນຄວາມພະຍາຍາມໃນການຂັບເຄື່ອນທຸລະກິດຂອງທ່ານຈົນສາມາດກ້າວສູ່ເສັ້ນໄຊ ໂດຍມີຂັນລາງວັນເປັນຫຼັກຖານຢັ້ງຢືນ.ລາງວັນທຸລະກິດດີເດັ່ນ ເປັນສັນຍາລັກຂອງການເຮັດວຽກໜັກຂອງທ່ານພ້ອມກັບທີມງານບໍລິສັດ ເຊິ່ງຖືເປັນການທຸ້ມເທທີ່ຄຸ້ມຄ່າ ເພາະລາງວັນນີ້ເປັນຕົວຊ່ວຍເຮັດໃຫ້ທຸລະກິດຂອງທ່ານກາຍເປັນໜຶ່ງໃນ “ຜູ້ນຳ” ດ້ານທຸລະກິດລະດັບຊາດ ເຊິ່ງທ່ານຍັງສາມາດໃຊ້ປະໂຫຍດຈາກການໄດ້ຮັບລາງວັນຄັ້ງນີ້ ເປັນຊ່ອງທາງໂປຣໂມດດ້ານການຕະຫຼາດນຳອີກ. ການເປັນຜູ້ຊະນະລາງວັນທຸລະກິດດີເດັ່ນ ບໍ່ມີສະເພາະຄວາມພາກພູມໃຈເທົ່ານັ້ນ, ລາງວັນດັ່ງກ່າວຖືເປັນການສະເຫຼີມສະຫຼອງໃຫ້ກັບບໍລິສັດທີ່ກຳລັງເຕີບໂຕ ແລະ ປະສົບຄວາມສຳເລັດ ທັງມີຄວາມມຸ່ງໝັ້ນ ແລະ ມີສັກກາຍະພາບທີ່ຈະຊ່ວຍຂັບເຄື່ອນເສດຖະກິດພາຍໃນຊຸມຊົນ ກໍຄືເສດຖະກິດຂອງປະເທດຊາດເຮົາອີກດ້ວຍ.ລາງວັນບາງຢ່າງອາດຈະບໍ່ແມ່ນ ເງິນສົດ ສະເໝີໄປ ແຕ່ທັງໝົດເຫຼົ່ານັ້ນກໍຄື “ຄວາມພາກພູມໃຈ ແລະ ໄຊຊະນະອັນລໍ້າຄ່າທີ່ຫາສິ່ງໃດປຽບບໍ່ໄດ້”.ງານຊີງລາງວັນທຸລະກິດອາຊຽນ ດີເດັ່ນ ແຫ່ງ ສປປ ລາວ ປະຈໍາປີ 2020 ໄດ້ຫວນກັບຄືນມາອີກຄັ້ງ. ບໍ່ວ່າທຸລະກິດຂອງທ່ານຈະໜ້ອຍ ຫຼື ໃຫຍ່, ທ່ານກໍສາມາດຮ່ວມສະໝັກຊີງລາງວັນດັ່ງກ່າວໄດ້; ທ່ານສາມາດອ່ານລາຍລະອຽດເພີ່ມເຕີມ ແລະ ດາວໂຫຼດແບບຟອມສະໝັກໄດ້ທີ່:www.lncci.la/aba2020ຫຼື ສອບຖາມໄດ້ທີ່ເບີ +856 20 5256 2729 / +856 20 5528 9996

Read More »

ຈີນ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 127 ຄົນ…

ຕາມ​ແຫ​ລ່ງຂ່າວ​ ຈາກ​ຊິນ​ຮວາ​ຂອງ​ຈີນ, ວັນ​ທີ 31 ກໍລະກົດ​ ນີ້, ຄະນະ​ກຳມະການ ​ສຸຂະພາບ ​ແຫ່ງ​ຊາດ​ຈີນ ລະບຸ​ວ່າ: ຈີນ ກວດ​ພົບຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ລາຍ​ໃໝ່ ​ເພີ່ມ​ອີກ 127 ຄົນ ​ເປັນ​ສະ​ຖິຕິ​ລາຍ​ວັນສູງ​ທີ່​ສຸດ​ ໃນ​ຮອບ​ກວ່າ 4​ ເດືອນ​ຜ່ານ​ມາ.​​ ໃນ​ນີ້ ​ເປັນ​ຜູ້​ຕິດ​ເຊື້ອ ​ຈາກ​ທ້ອງ​ຖິ່ນ 123 ຄົນ ​ ລວມມີ ​ໃນ​ເຂດ​ ປົກຄອງ​ຕົນ​ເອງ ຊິນ​ຈຽງ ອຸຍ​ກູ 112 ຄົນ ​ແລະ ມົນທົນ ​ຫລີ​ວໜິງ 11 ຄົນ ພ້ອມ​ທັງມີຜູ້​ຕິດ​ເຊື້ອ​ ຈາກ​ຕ່າງປະ​ເທດອີກ 4 ຄົນ. ຂະນະ​ນີ້ ຈີນ ມີ​ຜູ້​ຕິດ​ເຊື້ອ​ສະ​ສົມ​ ທັງ​ໝົດ 84.292 ຄົນ.

Read More »

ຟີລິບປິນ ຂະຫຍາຍເວລາມາດຕະການຄວບຄຸມໂຄວິດ-19

ຕາມ​ແຫ​ລ່ງຂ່າວ ​ຈາກ​ມະນິລາ, ທ່ານ ​ໂຣດຣິ​ໂກ ດູ​ເຕີ​ເຕ, ປະທານາ ທິບໍດີ ຟີ​ລິບ​ປິນ ​ໃຫ້​ສຳພາດ ​ຜ່ານ​ທາງ​ ໂທລະພາບ ​ໃນ​ວັນ​ທີ 31 ກໍລະກົດ​ທີ່ຜ່ານມາ​ວ່າ: ຟີ​ລິບ​ປິນ ປະກາດ​ ຂະຫຍາຍ​ເວລາ ​ໃຊ້​ມາດ​ຕະການ ​ຄວບ​ຄຸມ​ ການ​ແຜ່​ລະບາດ ​ເຊື້ອ​ພະຍາດ​ ໂຄ​ວິດ-19 ​ໃນ​ນະຄອນຫລວງ ​ມະນິລາ ​ໄປ​ຈົນ​ເຖິງ ກາງ​ເດືອນ​ສິງຫາ​ນີ້ ​ແລະ ສັນຍາ​ວ່າ ຈະ​ໃຫ້​ບໍລິການ ​ວັກ​ແຊງ​ ປ້ອງ​ກັນ​ໂຄ​ວິດ-19 ​ແບບ​ບໍ່​ເສຍ​ຄ່າ ​ໂດຍ​ຈະ​ໃຫ້​ສິດທິ ​ໃນ​ກຸ່ມ​ຄົນ ທຸກ​ຍາກ, ຊົນ​ຊັ້ນກາງ ​ເຈົ້າໜ້າ​ທີ່​ ຕຳຫລວດ ​ແລະ ທະຫານ​ກ່ອນ. ຂະນະ​ທີ່ ຈີນ ຈະ​ໃຫ້​ສິດ​ທິ ພິ​ເສດ ຟີ​ລິບ​ປິນ ຊື້​ວັກ​ແຊງ ​ໄດ້​ກ່ອນ​ອີກ​ດ້ວຍ.ຂະນະ​ທີ່ ຫລາຍ​ບໍລິສັດ ຜູ້​ຜະລິດ​ຢາ​ ຫລາຍ​ແຫ່ງ ​ໃນ​ຈີນ, ສ.ອາ​ເມ​ລິ​ກາ ​ແລະ ອັງກິດ ພວມ​ຢູ່​ໃນ​ຂັ້ນຕອນ ​ການ​ທົດ​ລອງ​ ທາງ​ຄຣີນິກ ​ໃນ​ໄລຍະ​ສຸດ​ທ້າຍ.ສຳລັບ ຟີ​ລິບ​ປິນ ມີ​ແຜນ​ຈະ​ຊຶ້ ...

Read More »

ລົດໄຟລາວ-ຈີນ ເລີ່ມເປັນຮູບເປັນຮ່າງແລ້ວ

ນັບຕັ້ງແຕ່ເລີ່ມລົງມືການກໍ່ສ້າງເສັ້ນທາງລົດໄຟລາວ – ຈີນ ໃນເດືອນທັນວາປີ 2016 ເປັນຕົ້ນມາ,ບັນດາວິສາຫະກິດລາວ ແລະ ຈີນທີ່ເຂົ້າຮ່ວມການກໍ່ສ້າງໄດ້ຕັ້ງໜ້າ ພ້ອມທັງຈັດຕັ້ງປະຕິບັດຢ່າງສຸດຄວາມສາມາດເພື່ອໃຫ້ບັນລຸເປົ້າໝາຍຂອງການນໍາສອງປະເທດທີ່ຮ່ວມຕົກລົງກັນ, ໂດຍໄດ້ເອົາໃຈໃສ່ດ້ານຄວາມປອດໄພ ແລະ ຄຸນນະພາບເປັນຫຼັກ, ເອົາຊະນະສະພາບແວດລ້ອມດ້ານທໍລະນີສາດທີ່ສັບຊ້ອນ, ສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະສິ່ງທ້າທາຍໃນການປົກປັກຮັກສາສິ່ງແວດລ້ອມ.ໃນໄລຍະທ້າຍປີ 2019 ການກໍ່ສ້າງພື້ນຖານວຽກງານໂຍທາທີ່ສຳຄັນໄດ້ສຳເລັດ; ໃນໄລຍະບຸນປີໃໝ່ຈີນ 2020 ກໍໄດ້ສືບຕໍ່ປະຕິບັດວຽກງານຢ່າງຕໍ່ເນື່ອງ ແລະ ຈັດຕັ້ງກຳມະກອນກໍ່ສ້າງຫຼາຍກວ່າ 10.000ຄົນເພື່ອເຮັດວຽກໃຫ້ສໍາເລັດທັງເວັນ ແລະ ຄືນ. ສ່ວນໄລຍະທີ່ປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ທຸກໜ່ວຍງານກໍໄດ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ພ້ອມທັງໄດ້ຈັດສັນວຽກງານໃຫ້ມີປະສິດທິພາບສູງ ແລະ ຮັບປະກັນຄວາມຄືບໜ້າຂອງໂຄງການ. ໃນວັນທີ 15 ມີນາ 2020 ບໍລິສັດວິສະວະກຳໄຟຟ້າ ອູຮັນ ລົດໄຟແຫ່ງ ສປ ຈີນ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງວິສະວະກໍາລະບົບຕາຂ່າຍຫຼັງສະຖານີຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ສໍາເລັດການຕິດຕັ້ງເສົາຕາຂ່າຍທຳອິດຢູ່ເຂດຫຼັກ 52 ເມືອງໂພນໂຮງແຂວງວຽງຈັນ, ເຊິ່ງເປັນຂີດໝາຍວ່າວິສະວະກໍາໄຟທັງ 4 ເຊິ່ງປະກອບມີ: ສື່ສານ, ສັນຍານ, ໄຟຟ້າ ແລະ ການນໍາໃຊ້ໄຟຟ້າ ຫຼັງສະຖານີໂຄງການເສັ້ນທາງລົດໄຟ ຈີນ-ລາວ ໄດ້ເຂົ້າສູ່ໄລຍະການກໍ່ສ້າງຢ່າງເປັນທາງການ. ທ່ານ ສີ ຈີ້ຫົງ (Xi ...

Read More »

20 ຕົວເມືອງນີ້ ໄປໃສກະບໍ່ພົ້ນສາຍຕາ CCTV …

ໃນຖານະທີ່ເປັນເມືອງທີ່ມີປະຊາກອນຫຼາຍທີ່ສຸດ ອັນດັບທໍາອິດເຮົາມາເບິ່ງກັນວ່າເມືອງທີ່ມີປະຊາກອນຫຼາຍທີ່ສຸດໃນໂລກປຽບທຽບກັນແນວໃດ ເມື່ອທຽບກັບຈໍານວນກ້ອງໝ່ວຍ 1 ຕໍ່ຄົນ 1.000 ຄົນ. Tokyo (ຍີ່ປຸ່ນ) ກ້ອງ 39.504 ໜ່ວຍ ສໍາລັບ 37.393.129 ຄົນ = 1,06 ໜ່ວຍຕໍ່ 1.000 ຄົນDelhi (ອິນເດຍ) ກ້ອງ 429.500 ໜ່ວຍ ສໍາລັບ 30.290396 ຄົນ = 14,18 ໜ່ວຍຕໍ່ 1.000 ຄົນShanghai (ຈີນ) ກ້ອງ 1.000.000 ໜ່ວຍ ສໍາລັບ 27.058.480 ຄົນ = 0,22 ໜ່ວຍຕໍ່ 1.000 ຄົນSão Paulo (ບາຊິວ) ກ້ອງ 4.823 ໜ່ວຍ ສໍາລັບ 22.043.028 ຄົນ = 0.22 ໜ່ວຍຕໍ່ 1.000 ຄົນMexico City (ແມັກຊິໂກ) ກ້ອງ ...

Read More »

ບຣາຊິວ ເດີນໜ້າຮັບນັກທ່ອງທ່ຽວ ເຖິງຈະເປັນປະເທດຜູ້ຕິດເຊື້ອ Covid-19 ອັນດັບທີ 2 ຂອງໂລກ …

ທາງການບຣາຊິວເປີດການສັນຈອນທາງອາກາດລະຫວ່າງປະເທດ ຮັບນັກທ່ອງທ່ຽວຕ່າງປະເທດ ເຖິງແມ່ນວ່າຜູ້ຕິດເຊື້ອ Covid-19 ຍັງພຸ່ງຂຶ້ນສູງເປັນອັນດັບ 2 ຂອງໂລກ. ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທາງການບຣາຊິວ ເປີດນ່ານຟ້າຮັບນັກທ່ອງທ່ຽວຕ່າງປະເທດເຂົ້າປະເທດ ນັບຕັ້ງແຕ່ວັນທີ 29 ກໍລະກົດຜ່ານມາ ຫຼັງຈາກທີ່ໄດ້ຫ້າມທ້ຽວບິນພານິດເຂົ້າປະເທດຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາ. ພາຍໃຕ້ກົດໝາຍສະບັບໃໝ່ນີ້ ບຣາຊິວເປີດພົມແດນຮັບນັກທ່ອງທ່ຽວຮັບນັກທ່ອງທ່ຽວຈາກທຸກປະເທດ ໂດຍຕ້ອງມີປະກັນສຸຂະພາບຄວບຄຸມຕະຫຼອດໄລຍະເວລາທີ່ທ່ອງທ່ຽວຢູ່ໃນບຣາຊິວ, ແຕ່ນອກຈາກຂໍ້ກຳນົດດັ່ງກ່າວທາງການບຣາຊິວບໍ່ໄດ້ເປີດເຜີຍລາຍລະອຽດ ໃນການຕັດສິນໃຈ ເປີດພົມແດນທ່າມກາງການລະບາດຢ່າງໜັກຂອງ Covid-19. ເຖິງຢ່າງໃດກໍຕາມ ເຖິງວ່າບຣາຊິວຈະເປີດຮັບນັກທ່ອງທ່ຽວຈາກທຸກປະເທດ, ແຕ່ຫຼາຍປະເທດສ່ວນໃຫຍ່ຍັງບໍ່ໄດ້ເປີດຮັບນັກທ່ອງທ່ຽວຈາກບຣາຊິວ ເນື່ອງຈາກບຣາຊິວ ເປັນພື້ນທີ່ລະບາດໜັກ. ໃນປັດຈຸບັນ, ບຣາຊິວ ມີຜູ້ຕິດເຊື້ອ Covid-19 ຫຼາຍທີ່ສຸດເປັນອັນດັບທີ 2 ຂອງໂລກ ຮອງຈາກສະຫະລັດອາເມລິກາ ໂດຍຕົວເລກຜູ້ຕິດເຊື້ອສະສົມ ໃນວັນທີ 30 ກໍລະກົດ ຜ່ານມາ ມີທັງໝົດ 2,555,518 ກໍລະນີ ແລະ ຍັງພົບຜູ້ຕິດເຊື້ອທຳລາຍສະຖິຕິລາຍວັນ. ພ້ອມກັນນັ້ນ, ປະເທດເພື່ອນບ້ານຂອງ ບຣາຊິວ ທີ່ມີການລະບາດນ້ອຍກ່ວາບຣາຊິວ ຍັງປິດນ່ານຟ້າ. ແຫຼ່ງຂໍ້ມູນ:​ Posttoday

Read More »

ບຣາຊິວ ເດີນໜ້າຮັບນັກທ້ອງທ່ຽວ ເຖິງຈະເປັນປະເທດຜູ້ຕິດເຊື້ອ Covid-19 ອັນດັບທີ 2 ຂອງໂລກ …

ທາງການບຣາຊິວເປີດການສັນຈອນທາງອາກາດລະຫວ່າງປະເທດ ຮັບນັກທ່ອງທ່ຽວຕ່າງປະເທດ ເຖິງແມ່ນວ່າຜູ້ຕິດເຊື້ອ Covid-19 ຍັງພຸ່ງຂຶ້ນສູງເປັນອັນດັບ 2 ຂອງໂລກ. ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທາງການບຣາຊິວ ເປີດນ່ານຟ້າຮັບນັກທ່ອງທ່ຽວຕ່າງປະເທດເຂົ້າປະເທດ ນັບຕັ້ງແຕ່ວັນທີ 29 ກໍລະກົດຜ່ານມາ ຫຼັງຈາກທີ່ໄດ້ຫ້າມທ້ຽວບິນພານິດເຂົ້າປະເທດຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາ. ພາຍໃຕ້ກົດໝາຍສະບັບໃໝ່ນີ້ ບຣາຊິວເປີດພົມແດນຮັບນັກທ່ອງທ່ຽວຮັບນັກທ່ອງທ່ຽວຈາກທຸກປະເທດ ໂດຍຕ້ອງມີປະກັນສຸຂະພາບຄວບຄຸມຕະຫຼອດໄລຍະເວລາທີ່ທ່ອງທ່ຽວຢູ່ໃນບຣາຊິວ, ແຕ່ນອກຈາກຂໍ້ກຳນົດດັ່ງກ່າວທາງການບຣາຊິວບໍ່ໄດ້ເປີດເຜີຍລາຍລະອຽດ ໃນການຕັດສິນໃຈ ເປີດພົມແດນທ່າມກາງການລະບາດຢ່າງໜັກຂອງ Covid-19. ເຖິງຢ່າງໃດກໍຕາມ ເຖິງວ່າບຣາຊິວຈະເປີດຮັບນັກທ່ອງທ່ຽວຈາກທຸກປະເທດ, ແຕ່ຫຼາຍປະເທດສ່ວນໃຫຍ່ຍັງບໍ່ໄດ້ເປີດຮັບນັກທ່ອງທ່ຽວຈາກບຣາຊິວ ເນື່ອງຈາກບຣາຊິວ ເປັນພື້ນທີ່ລະບາດໜັກ. ໃນປັດຈຸບັນ, ບຣາຊິວ ມີຜູ້ຕິດເຊື້ອ Covid-19 ຫຼາຍທີ່ສຸດເປັນອັນດັບທີ 2 ຂອງໂລກ ຮອງຈາກສະຫະລັດອາເມລິກາ ໂດຍຕົວເລກຜູ້ຕິດເຊື້ອສະສົມ ໃນວັນທີ 30 ກໍລະກົດ ຜ່ານມາ ມີທັງໝົດ 2,555,518 ກໍລະນີ ແລະ ຍັງພົບຜູ້ຕິດເຊື້ອທຳລາຍສະຖິຕິລາຍວັນ. ພ້ອມກັນນັ້ນ, ປະເທດເພື່ອນບ້ານຂອງ ບຣາຊິວ ທີ່ມີການລະບາດນ້ອຍກ່ວາບຣາຊິວ ຍັງປິດນ່ານຟ້າ. ແຫຼ່ງຂໍ້ມູນ:​ Posttoday

Read More »

ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ຊີ້ນໍາໃຫ້ພັດທະນາຕະຫຼາດທຶນ ກ້າວສູ່ຄວາມເຂັ້ມແຂງ

ຂປລ. ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2020 ໄດ້ສຳເລັດລົງໃນວັນທີ 31 ກໍລະກົດ 2020 ທີ່ສຳນັກງານ ຄຄຊ (ສ.ຄຄຊ) ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ; ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ຮອງປະທານ ຄຄຊ-ຜູ້ປະຈຳການ; ບັນດາຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ, ປະທານສະພາບໍລິຫານຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ພາກສ່ວນກ່ຽວຂ້ອງ. Health workers wearing protective clothing are pictured at a makeshift rapid testing centre for the ...

Read More »