ຊາຍຄົນໜຶ່ງໃນ ອົດສະຕາລີ ຕີສະຫຼາມເພື່ອຊ່ວຍຊີວິດເມຍ…

ເຫດການປາສະຫຼາມທຳຮ້າຍຄົນບາດເຈັບໜັກຢູ່ທີ່ຫາດ Shelley ປະເທດ ອົດສະຕາລີ ເວລາປະມານ 9 ຂອງວັນທີ 15 ສິງຫາ ຜ່ານມາ. ໂດຍຜູ້ທີ່ຖືກທຳຮ້າຍຮ່າງກາຍເປັນຜູ້ຍິງ ອາຍຸ 35 ຢູ່ໃນສະພາບ ເຈັບສາຫັດຢູ່ທີ່ໂຮງໝໍ Port Macquarie ໂດຍລວມແລ້ວມີອາການບາດເຈັບຂາຢ່າງຮຸນແຮງ ເຊິ່ງເຈົ້າໜ້າທີ່ຈັບປາສະຫລາມສີຂາວອ່ອນໂຕທີ່ທຳຮ້າຍລາວໃນເຂດແຄມຝັ່ງພາກເໜືອ NSW.
ສາມີຂອງລາວໄດ້ເຂົ້າມາຊ່ວຍເຫຼືອ ໂດຍໄດ້ໂດດໃສ່ປາສະຫຼາມ ແລະ ຕີຫລາຍເທື່ອຈົນກວ່າມັນປ່ອຍລາວ. ຊາຍໜຸ່ມຊື່ Mark Rapley ບອກກັບສຳນັກຂ່າວ Sunday Telegraph ວ່າ: ລາວພຽງແຕ່ເຮັດໃນສິ່ງທີ່ຄວນຈະເຮັດ ລາວໄດ້ເວົ້າອີກວ່າ ປາສະຫຼາມໄດ້ຄາບຂາຂອງເມຍລາວ.
ລາວໂດດເຂົ້າໄປໃນນໍ້າ ເພື່ອຕີໃຫ້ປາສະຫຼາມປ່ອຍຂາອອກ. ຜູ້ເຫັນເຫດການ Jed Toohey ກ່າວວ່າ Rapley ວິທີການຂອງລາວ ແມ່ນສ່ຽງຕໍ່ຊີວິດຫຼາຍ ໃນການທີ່ຈະຊ່ວຍຊີວິດຄູ່ຂອງລາວ,ແຕ່ຖ້າລາວບໍ່ມີຄວາມສ່ຽງຊີວິດຂອງຕົນເອງຊ່ວຍເມຍ ປາສະຫຼາມອາດຈະຄາບມຍລາວນາງສູ່ທະເລ. 
ຕໍ່ມາເມຍລາວໄດ້ຖືກນຳສົ່ງໄປໂຮງໝໍ Newcastle's John Hunter ບ່ອນທີ່ນາງໄດ້ຮັບການຜ່າຕັດ. ປັດຈຸບັນ,​ ອາການກຳລັງຟື້ນຕົວ ແລະ ຢູ່ໃນສະພາບທີ່ດີຂຶ້ນເລື້ອຍໆ. ທີມແພດ 3 ຄົນ ແລະ ທີມແພດຊ່ຽວຊານໃນ Westpac  ໄດ້ເວົ້າເຖິງເຫດການດັ່ງກ່າວວ່າ ນີ້ແມ່ນການໂຈມຕີປາສະຫຼາມຄັ້ງທີ 3 ທີ່ຮ້າຍແຮງທີ່ສຸດໃນເຂດແຄມຝັ່ງທະເລທາງທິດເໜືອ ໃນ 2-3 ເດືອນ ຜ່ານມາ. 
ບັນດາຫາດຊາຍໃນ Port Macquarie ຍັງປິດໃນຂະນະທີ່ເຈົ້າໜ້າ ທີ່ເຮັດວຽກເພື່ອຕິດຕາມປາສະຫຼາມນ້ອຍທີ່ຄິດວ່າຈະມີຄວາມຍາວລະຫວ່າງ 2 ຫາ 3 ແມັດ.

ແຫຼ່ງຂໍ້ມູນ: https://www.theguardian.com

Comments