ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃຫ້ງົບປະມານ 24 ຕື້ກີບ ເນັ້ນໃສ່ການພັດທະນາເມືອງໃໝ່…

ນັບຕັ້ງແຕ່ປີ 2012 ມາເຖິງປັດຈຸບັນ ກອງທຶນຫຼຸດຜ່ອນຄວາມທຸກຍາກ​ (ທລຍ) ໄດ້ໃຫ້ການສະໜັບສະໜູນເມືອງໃໝ່,​ ແຂວງຜົ້ງສາລີ ຈຳນວນ 82 ໂຄງການ, ງົບປະມານທັງໝົດ 24 ຕື້ກີບ, ກວມເອົາ 4 ຂະແໜງການເປັນຕົ້ນຕໍຄື: ສຶກສາທິການ ແລະ ກິລາ, ໂຍທາທິການ ແລະ ຂົນສົ່ງ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້.

ຜ່ານການສະໜັບສະໜູນຈາກ ທລຍ ເປັນເວລາ 8 ປີ ​ທລຍ ໄດ້ເປັນສ່ວນໜຶ່ງ ທີ່ຊ່ວຍພັດທະນາເຂດຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ເມືອງໃໝ່, ເຊິ່ງເຮັດໃຫ້ເມືອງໃໝ່ໃນມື້ນີ້ມີຄວາມຈະເລີນຮຸ່ງເຮືອງ,​ ສິວິໄລເປັນກ້າວໆເຊັ່ນ:​ ມີຕະຫຼາດຖາວອນເພື່ອຄ້າຂາຍ ແລະ ແລກປ່ຽນສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວ, ມີສິ່ງອຳນວຍຄວາມສະດວກຄົບຊຸດ ບໍ່ວ່າຈະເປັນເສັ້ນທາງ, ໄຟຟ້າ, ນໍ້າປະປາ, ທະນາຄານ, ຕູ້ເອທີເອັມ,​ ລະບົບການສຶກສາ, ​ລະບົບບໍລິການປິ່ນປົວ ແລະ ອື່ນໆ. ເຊິ່ງໄດ້ສະແດງໃຫ້ເຫັນວ່າເມືອງໃໝ່ໃນວັນນີ້ຕ່າງຈາກເມື່ອກ່ອນຫຼາຍ.

ອີງຕາມແຫຼ່ງຂ່າວຈາກ ທລຍ: ເມືອງໃໝ່ ມີພົນລະເມືອງທັງໝົດ 26.704 ຄົນ,​ ມີ 88 ບ້ານ, 10 ກຸ່ມບ້ານ, ເຊິ່ງເປັນບ້ານທີ່ທຸກຍາກ ແລະ ທຸລະກັນດານຫ່າງໄກສອກຫຼີກ, ອາຊີບຫຼັກຂອງປະຊາຊົນເມືອງດັ່ງກ່າວ ແມ່ນເຮັດໄຮ່, ເຮັດສວນ, ເກັບເຄື່ອງປ່າຂອງດົງມາຂາຍ, ແຕ່ເນື້ອທີ່ເຮັດການຜະລິດແມ່ນເປັນພູສູງ ແລະ ມີເນື້ອທີ່ນາຈຳກັດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນທາຍ

ຮູບພາບ: Santi Backpackerlao

Comments