ດ່ວນ!!! ແຈ້ງການຈາກກົມການບິນພົນລະເຮືອນ

ແຈ້ງການຈາກກົມການບິນພົນລະເຮືອນ ສະບັບເລກທີ 1969/ກບພຮ ນະຄອນຫຼວງວຽງຈັນ ວັນທີ 18 ສິງຫາ 2020 ເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ເລື່ອງ: ມາດຕະການຮອງຮັບທ່ຽວບິນເຊົ່າເໝົາລຳ ທີ່ສະໜາມບິນສາກົນວັດໄຕ ຂອງ ສປປ ລາວ.

ກົມການບິນພົນລະເຮືອນ ແຈ້ງໃຫ້ຊາບວ່າ: ​ເພື່ອຜັນຂະຫຍາຍແຈ້ງການຂອງຫ້ອງວ່າການ ສນຍ,​ ສະບັບເລກທີ 806/ຫກສນຍ, ລົງວັນທີ 29/07/2020, ຄຳແນະນຳຂອງຄະນະສະເພາະກິດລະບົບເລກທີ 2336/ສພກ, ລົງວັນທີ 31/07/2020 ແລະ ບັນທຶກກອງປະຊຸມ ສະບັບລົງວັນທີ 31/07/2020 ກໍຄື:​ ການຮັບປະກັນ ການຮອງຮັບຖ້ຽວບິນເຊົ່າເໝົາລຳ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19. ສະນັ້ນ, ກົມການບິນພົນລະເຮືອນ ຈຶ່ງອອກແຈ້ງການ ກ່ຽວກບັມາດຕະການດັ່ງນີ້:

1 ຖ້ຽວບິນຂາເຂົ້າສະໜາມບິນສາກົນວັດໄຕທຸກຖ້ຽວ ຕ້ອງປະຕິບັດຕັ້ງແຕ່ 06:00-18:00ໂມງ ໂດຍຮັກສາໄລຍະຫ່າງຂອງແຕ່ລະຖ້ຽວບິນຢ່າງຕໍ່າ 2 ຊົ່ວໂມງ

2 ບໍລິສັດ ລາວ-ຍີ່ປຸ່ນ ບໍລິການອາຄານສະໜາມບິນ (L-JATS) ແລະ ລັດວິສາຫະກິດການບິນລາວ ໂດຍ ສົມທົບກັບຄະນະສະເພາະກິດ ຕ້ອງອຳນວຍຄວາມສະດວກ ແລະ ແນະນຳຜູ້ໂດຍສານຂອງຕົນເອງ ເພື່ອປະຕິບັດມາດຕະການ ຄວບຄຸມ ແລະ ຮັກສາໄລຍະຫ່າງ ຕາມລະບຽບການຢ່າງເຂັ້ມງວດ ຕັ້ງແຕ່ລົງຈາກເຮືອບິນຈົນຮອດຂຶ້ນລົດໄປໂຮງແຮມ ຫຼືທີ່ພັກ ທີ່ຄະນະສະເພາະກິດກຳນົດໃວ້.

3 ລັດວິສາຫະກິດການບິນລາວ ແລະ ລາວເດີນອາກາດ ຕ້ອງກວດກາເອກະສານເດີນທາງກ່ອນການອອກ ຫຼືຂາຍປີ້ຍົນໃຫ້ແກ່ຜູ້ໂດຍສານ ຫຼືລູກຄ້າ ກໍລະນີຜູ້ກ່ຽວຫາກພັກຢູ່ ສປປ ລາວ ບໍ່ຮອດ 14 ມື້ແມ່ນບໍ່ສາມາດໃຫ້ອອກປີ້ຍົນ ໃນເວລາແຈ້ງປີ້ ທີ່ສະໜາມບິນສາກົນວັດໄຕເດັດຂາດ

Comments