ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ ເປີດກອງປະຊຸມໃຫຍ່ຄັ້ງທີ I

ກອງປະຊຸມໃຫ່ຍຂອງສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 19 ສິງຫາ 2020, ໂດຍການເປັນປະທານຂອງ ສະຫາຍ ນາງ ພອນດາວັນ ພີນສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະ ຫະພັນແມ່ຍິງ ຄຕພ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາສະຫາຍ ໃນຄະນະພັກ, ເລຂາບັນດາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານສະຫະພັນແມ່ຍິງ, ບັນດາສະ ມາຊິກແມ່ຍິງ ຄຕພ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.


ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ໄລຍະ 4 ປີຜ່ານມາ ທີ່ສະເໜີໂດຍ ສະຫາຍ ນາງ ພອນດາວັນ ພີນສະຫວັນ ໂດຍໄດ້ຕີລາຄາຢ່າງເລິກເຊິ່ງ ແລະ ຮອບດ້ານຕໍ່ຜົນສໍາເລັດໃນການຊີ້ນໍາໆພາຂອງ ຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ ທີ່ຍາດມາໄດ້ໃນໄລຍະຜ່ານມາ (2016-2019). ຫລັງຈາກນັ້ນ, ສະຫາຍ ຮອງປະທານ ໄດ້ຜ່ານບົດສໍາຫລວດການນໍາພາ ຂອງຄະນະບໍລິຫານງານສະຫະ ພັນແມ່ຍິງ ຄຕພ ຊຸດເກົ່າ, ຕີລາຄາຈຸດດີ, ຈຸດອອນ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ, ພ້ອມສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ທີ່ສາມາດຍາດໄດ້ທຸງໄຊ, ເຊິ່ງໄດ້ມີພິທີຮັບຮອງເອົາໃນເດືອນກໍລະກົດ 2020 ຜ່ານມາ. ກອງປະຊຸມໄດ້ເປັນເອກະພາບໃນການວາງທິດທາງໜ້າທີ່ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ ໃນໄລຍະຕໍ່ໜ້າ.

ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານ ສະຫະພັນແມ່ຍິງນະພົວພັນຕ່າງປະເທດສູນກາງພັກຊຸດໃໝ່ ຈໍານວນ 5 ສະຫາຍ ເພື່ອສືບຕໍ່ຊີ້ນຳໆພາວຽກງານຂອງສະຫະພັນແມ່ຍິງ ຂອງ ຄຕພ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ. ໂອກາດດັ່ງກ່າວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ແລະ ສະຫາຍ ສະຫາຍ ນາງ ບັນດິດ ປະທຸມວັນ ໄດ້ມີຄຳເຫັນໂອ້ລົມ, ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ບັນດາຜົນສໍາເລັດກໍຄື ຜົນງານ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ ໃນໄລຍະທີ່ຜ່ານມາ ແລະ ໃຫ້ທິດຊີ້ນໍາໃນການ ເຄື່ອນໄຫວໃນຕໍ່ໜ້າ ເພື່ອເປັນເຂັມຊີ້ທິດເຍືອງທາງ ແລະ ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນການຊີ້ນໍາໆພາວຽກງານແມ່ຍິງ ຂອງ ຄຕພ ໃຫ້ມີຜົນສໍາເລັດຫລາຍກ່ວາເກົ່າ ແລະ ສາມາດເຮັດສໍາເລັດໜ້າທີ່ການເມືອງ ໃນໄລຍະໃໝ່ເປັນຢ່າງດີ.

ແຫຼ່ງຂໍ້ມູນ: ຂປລ

Comments