ຄກລ ເລັ່ງປະຕິບັດບັນດາຕົວຄາດໝາຍ ສູ້ຊົນໃຫ້ສາມາດບັນລຸຜົນສຳເລັດ…

ໃນ 6 ເດືອນທ້າຍປີ 2020 ນີ້, ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ຈະເລັ່ງໃສ່ປະຕິບັດແຜນບັນດາຕົວຄາດໝາຍສູ້ຊົນ ຂອງບັນດາໜ້າວຽກຕ່າງໆ ໃຫ້ສາມາດບັນລຸໄດ້ຕົວເລກຜົນສຳເລັດ ຕາມແຜນປະຕິບັດງານ ທີ່ໄດ້ມີການສະເໜີປັບປຸງ ແລະ ໄດ້ຮັບການອະນຸມັດຢ່າງເປັນທາງການ, ເພື່ອຮັບ ປະກັນໄດ້ຜົນສຳເລັດຂອງແຜນປີ.

ເຖິງແມ່ນວ່າໄລຍະຜ່ານມາ ການປະຕິບັດງານພາກສະໜາມ ຈະໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາດ້ານງົບປະມານກໍຕາມ, ທ່ານ ບຸນພາມິດ ໂສມວິຈິດ ຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ ກ່າວໃນກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 18 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ.


ທ່ານກ່າວຕື່ມວ່າ: ຄກລ ຈະສູ້ຊົນປະຕິບັດຕົວຕາມເລກຄາດໝາຍ ຂອງບັນດາໜ້າວຽກຕ່າງໆ ໂດຍສະເພາະ ວຽກງານໂຄສະນາສຶກສາຄວາມສ່ຽງໃຫ້ໄດ້ 182 ບ້ານ, ວຽກງານສຳຫລວດບໍ່ແມ່ນດ້ານວິຊາການ 61 ບ້ານ, ວຽກງານສຳຫລວດດ້ານວິຊາການ 1.890 ເຮັກຕາ, ວຽກງານເກັບກູ້ 1.403 ເຮັກ ຕາ. ພ້ອມກັນນີ້, ດ້ານວຽກງານທຳລາຍເຄື່ອນທີ່, ວຽກງານກົນຈັກຕັດຫຍ້າໃຫ້ໄດ້ 100 ເຮັກຕາ ແລະ ວຽກງານກົນຈັກທຳລາຍລະເບີດລູກຫວ່ານ ໃຫ້ໄດ້ 49.8 ເຮັກຕາ.


ນອກຈາກນີ້, ຄກລ ຍັງໄດ້ກຳນົດທິດທາງແຜນການຈຸດສຸມ ໂດຍຈະເລັ່ງໃສ່ບັນດາໜ້າວຽກດັ່ງນີ້: ສືບຕໍ່ຂົນຂວາຍລະດົມທຶນ ຈາກບັນດາຜູ້ໃຫ້ທຶນຕ່າງໆ ເພື່ອສະໜັບສະໜູນການປະຕິບັດງານຂອງ ຄກລ ໃນ 9 ແຂວງທົ່ວປະເທດ.

ພ້ອມກັນນີ້, ໄດ້ກະກຽມໃຫ້ແກ່ການທົບທວນແຜນດໍາເນີນງານປະຈໍາປີ 2020 ໄລຍະ 6 ເດືອນ ເພື່ອດັດແກ້ບາງເປົ້າໝາຍ ແລະ ແຜນກິດຈະກຳ ຂອງບັນດາໜ່ວຍງານ ຫ້ອງການໃຫຍ່ ຄກລ ແລະ 9 ແຂວງ ໃນຂອບເຂດທົ່ວປະເທດ ແລະ ພ້ອມກັນສືບຕໍ່ຝຶກອົບຮົມວຽກງານດ້ານວິຊາການ ແລະ ຊຸກຍູ້ພະນັກງານວິຊາການ ໃຫ້ເອົາໃຈໃສ່ຄົ້ນຄວ້າວຽກງານການປະຕິບັດງານ ຕິດພັນກັບໜ້າທີ່ຮັບຜິດຊອບຂອງຕົນ ໃຫ້ບັນລຸຕາມຄາດໝາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ແຫຼ່ງຂໍ້ມູນ: ​https://www.facebook.com/plugins/post.php?

Comments