ເຂດຮ່ອມພູ Death Valley ຢູ່ ລັດຄາລີຟໍເນຍ ບັນທຶກ ອຸນຫະພູມສູງສຸດໃນໂລກ

ສະຖິຕິອຸນຫະພູມສູງສຸດຂອງໂລກ ໃໝ່ 54,4 ອົງສາ C ອາດຈະຖືກກຳນົດໄວ້ໃນເຂດຮ່ອມພູ Death Valley ຢູ່ລັດ ຄາລິຟໍເນຍ ສະຫະລັດອາເມລິກາ.

ເຈົ້າໜ້າໄດ້ວັດແທກດ້ວຍເຄື່ອງມືທີ່ທັນສະໄໝ ໂດຍພົບວ່າ ມີອຸນຫະພູມເຖິງ 54,4 ອົງສາ C (130 ອົງສາ Fahrenheit) ຖືກບັນທຶກໄວ້ໃນຮ່ອມພູແຫ່ງລັດຄາລິຟໍເນຍໃນວັນຈັນຜ່ານມາ ເຊິ່ງອາດຈະເປັນອຸນຫະພູມທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ.

ອຸນຫະພູມສູງສຸດແມ່ນກຳນົດ ໃນ ເດືອນກໍລະກົດ ປີ 1931 ທີ່ເມືອງ Kebili, ຕູນິເຊຍ, ອຸນຫະພູມ 131 ຟາເລນຮາຍ ຫຼື 55.0 ອົງສາ ​​​C ແຕ່ກໍຍັງສືບຫາຄວາມຈິງຢູ່ວ່າເປັນຄວາມຈິງບໍ.

ໃນປີ 2016 ແລະ 2017, ສະພາບອາກາດໃນເມືອງ Mitribah, Kuwait ແລະ Turbat, ປະເທດ Pakistan ມີອຸນຫະພູມ 54 ອົງສາ C.

ຫຼັງຈາກການປະເມີນຜົນໂດຍອົງການອຸຕຸນິຍົມໂລກແມ່ນໄດ້ຖືກຫຼຸດລົງ. ໃນທົ່ວໂລກ 5 ປີ ຜ່ານມາ ເປັນປີທີ່ຮ້ອນທີ່ສຸດໃນປະຫວັດສາດ .

ແຫຼ່ງຂໍ້ມູນ:​https://amp.sbs.com.au/v1/news/article

Comments