ເກີດແຜ່ນດິນໄຫວຢູ່ຟີລິບປິນ ບາດເຈັບ 43 ຄົນ…

ຕາມ​ແຫ​ລ່ງຂ່າວ ຂອງຟີລິບປິນ, ວັນທີ 18 ສິງຫາ, ເກີດເຫດແຜ່ນດິນໄຫວ ຂະໜາດ 6,6 ລິກເຕີ ​ຢູ່ເມືອງ ຄາຕາອິນກັນ ແຂວງ ມັສບາເຕ ທາງພາກກາງຂອງ ຟີລິບປິນ.

​ເຮັດ​ໃຫ້ ປະຊາຊົນ ຕ້ອງອອກຈາກ ເຮືອນຊານ ອາຄານ ແລະ ທ້ອງຖະໜົນ ໄດ້ຮັບຄວາມ ເສຍຫາຍ ສົ່ງ​ຜົນ​ໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ແລະ ບາດເຈັບ 43 ຄົນ. 

​ປັດຈຸບັນ, ເຈົ້າໜ້າທີ່ກູ້​ໄພ ຟິລິບ​ປີນ ​ພວມເລັ່ງຄົ້ນຫາ ແລະ ຊ່ວຍເຫລືອ ຜູ້ປະສົບ​ເຄາ​ະດັ່ງກ່າວ. ສ່ວນສະຖາບັນ ແຜ່ນດິນ ໄຫວວິທະຍາ ຟີລິບປິນ ລາຍງານວ່າ: ເກີດແຮງສັ່ນສະເທືອນ ຕາມມາ ຈາກແຜ່ນດິນໄຫວ ຫລື ອາຟເຕີຣຊອກ ໃນຟີລິບປິນ ຢ່າງໜ້ອຍ 24 ຄັ້ງ, ໂດຍຄັ້ງຮຸນແຮງ ທີ່ສຸດ ມີຂະໜາດ 3,8.

ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php?

Comments