ສະຖິຕິການຂຶ້ນທະບຽນຍານພາຫະນະ ຢູ່ ສປປ ລາວ ແຕ່ລະປີເພີ່ມຂຶ້ນປະມານ 14%

ການຄຸ້ມຄອງຍານພາຫະນະທາງບົກ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ, ຊຶ່ງສະແດງອອກໃນສະຖິຕິ ການຂຶ້ນທະບຽນຍານພາຫະນະໃນແຕ່ລະປີ ເພີ່ມຂຶ້ນປະມານ 14%. ໄປຄຽງຄູ່ກັນນີ້, ພວກເຮົາກໍໄດ້ສ້າງນິຕິກໍາ ໃຕ້ກົດໝາຍຈໍານວນໜຶ່ງ ເຂົ້າໃນການຄຸ້ມຄອງຍານພາຫະນະທາງບົກ ໄດ້ເປັນເງື່ອນໄຂໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ຍານພາຫະນະທາງ ບົກ ປະສົບຜົນສໍາເລັດເປັນກ້າວໆມາ ໂດຍສະເພາະການນໍາເຂົ້າ, ຜະລິດ, ປະກອບ, ຂຶ້ນທະບຽນ, ກວດ ກາເຕັກນິກ ແລະ ນໍາໃຊ້ໃນ ສປປ ລາວ. ເຖິງຢ່າງໃດກໍຕາມ ນິຕິກໍາໃຕ້ກົດໝາຍກ່ຽວກັບຍານພາຫະນະທາງບົກໃນປັດຈຸບັນ ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງການຂະຫຍາຍຕົວກ່ຽວກັບວຽກງານຍານພາຫະນະທາງບົກ ບໍ່ທັນສອດຄ່ອງ ແລະ ແທດເໝາະກັບສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່.

ຂໍ້ມູນດັ່ງກ່າວ ໄດ້ຮັບການລາຍງານຈາກ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນກອງປະຊຸມກວດກາ ຄວາມສອດຄ່ອງທາງດ້ານກົດໝາຍຕໍ່ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ ເມື່ອທ້າຍອາທິດທີ່ຜ່ານມາ ແລະ ທ່ານຍັງໃຫ້ຮູ້ອີກວ່າ: ອີງໃສ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ເຫັນວ່າການຄຸ້ມຄອງຍານພາຫະນະ ຍັງບໍ່ທັນແທດເໝາະກັບສະພາບຕົວຈິງ ໂດຍສະເພາະ ແມ່ນການນໍາເຂົ້າ, ຈໍາໜ່າຍ, ຂຶ້ນທະບຽນ, ກວດກາເຕັກນິກ, ຊົມໃຊ້, ຜະລິດ, ປະກອບ, ກໍານົດມາດຕະຖານເຕັກນິກດ້ານຄວາມປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ພ້ອມທັງລະບົບການຢັ້ງຢືນດ້ານມາດຕະຖານເຕັກນິກ ຍັງບໍ່ທັນປະຕິບັດໄດ້ດີເທົ່າທີຄວນ.

ດ້ວຍເຫດນີ້, ເພື່ອເຮັດໃຫ້ການຄຸ້ມຄອງລັດ ແລະ ການບໍລິການສັງຄົມ ຕໍ່ກັບວຽກງານດັ່ງກ່າວ ຈຶ່ງຈໍາເປັນຕ້ອງໄດ້ສ້າງຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກຂຶ້ນເພື່ອຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານຍານພາຫະນະທາງບົກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ’

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?

Comments