ເດືອນກໍລະກົດ ລາວ ນໍາເຂົ້າ-ສົ່ງອອກ ສິນຄ້າບັນລຸ 790 ລ້ານກວ່າໂດລາ

ໃນເດືອນ ກໍລະກົດ ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ບັນລຸໄດ້ເຖິງ 792 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 372 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 47 ລ້ານໂດລາສະຫາລັດ.


ຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫລັກຂອງ ສປປ ລາວ ລວມມູນຄ່າປະມານ 372 ລ້ານໂດລາສະຫະລັດ, ໃນນັ້ນມີ ແຮ່ທອງ ມູນຄ່າປະມານ 41 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມູນຄ່າປະມານ 17 ລ້ານໂດລາສະຫະລັດ,

ໝາກກ້ວຍ ມູນຄ່າປະມານ 19 ລ້ານໂດລາສະຫະລັດ, ເຍື່ອໄມ້, ເສດເຈ້ຍ ມູນຄ່າປະມານ 23 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມູນຄ່າປະມານ 11 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ) ມູນຄ່າປະມານ 17 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ມູນຄ່າປະມານ 63 ລ້ານໂດລາສະຫະລັດ, ເຄື່ອງນຸ່ງ ມູນຄ່າປະມານ 19 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າ ມູນຄ່າປະມານ 7 ລ້ານໂດລາສະຫະລັດ ແລະ ຢາງພາລາ ມູນຄ່າປະມານ 13 ລ້ານໂດລາສະຫະລັດ.

An young Lao girl sits selling bananas at her family stall set up along a road on the outskirts of Vientiane,31 July 2005. An agricultural country, Laos is among Asia’s poorest countries where beside growing rice, people have to do extra businesses to improve their incomes. AFP PHOTO/HOANG DINH Nam (Photo by HOANG DINH NAM / AFP)

ປະເທດທີ່ລາວເຮົາສົ່ງອອກສີິນຄ້າຫລັກໄດ້ແກ່ ສປ ຈີນ ໂດຍມີມູນຄ່າປະມານ 123 ລ້ານໂດລາສະຫະລັດ, ຫວຽດນາມ 90 ລ້ານໂດລາສະຫະລັດ, ໄທ 86 ລ້ານໂດລາສະຫະລັດ, ອິນເດຍ 9 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 7 ລ້ານໂດລາສະຫະລັດ.

ສິນຄ້າທີ່ລາວເຮົານໍາເຂົ້າ ລວມມູນຄ່າປະມານ 419 ລ້ານໂດລາສະຫະລັດ.​ ໃນນັ້ນ, ມີພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມູນຄ່າປະມານ 12 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມູນຄ່າປະມານ 30 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມູນຄ່າປະມານ 40 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ ມູນຄ່າປະມານ 32 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) ມູນຄ່າປະມານ 16 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້) ມູນຄ່າປະມານ 18 ລ້ານໂດລາ, ເຫລັກເສັ້ນ ແລະ ເຫລັກຮູບປະພັນຕ່າງໆ ມູນຄ່າປະມານ 10 ລ້ານໂດລາສະຫະລັດ, ໄຟຟ້າ ມູນຄ່າປະມານ 25 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມູນຄ່າປະມານ 13 ລ້ານໂດລາສະຫະລັດ.

ໃນນັ້ນ, ນຳເຂົ້າຫລັກ ແມ່ນປະເທດໄທ ມີມູນຄ່າປະມານປະມານ 253 ລ້ານໂດລາສະຫະລັດ, ຈີນ 91 ລ້ານໂດລາສະຫະລັດ, ຫວຽດນາມ 44 ລ້ານໂດລາສະຫະລັດ, ຢີ່ປຸ່ນ 7 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 5 ລ້ານໂດລາສະຫະລັດ.

ແຫຼ່ງຂໍ້ມູນ:​ ຂປລ

Comments