ທູດລາວປະຈຳ ສສ ຫວຽດນາມ ເຂົ້າອວຍພອນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ກະຊວງຕ່າງປະເທດ

ໃນລະຫວ່າງວັນທີ 27-28 ສິງຫາ 2020 ທີ່ ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ນຳພາຄະນະ ແລະ ພະນັກງານສະຖານທູດລາວ ເຂົ້າອວຍພອນສະຫາຍ ຫງວຽນ ຮຸຍຕັ້ງ ຮອງຫົວໜ້າ, ຜູ້ປະ ຈຳການ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ກວັກ ຊຸງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດ ນາມ ຄົບຮອບ 75 ປີ (2/9/1945-2/9/2020) ແລະ ວັນສ້າງສາຍພົວພັນການທູດລະຫວ່າງສອງປະ ເທດ ຄົບຮອບ 58 ປີ (5/9/1962-5/9/2020).

ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມດີໃຈ ແລະ ຄວາມຊົມເຊີຍຕໍ່ບັນດາໝາກຜົນ ທີ່ປະຊາຊົນຫວຽດນາມພາຍໃຕ້ການຊີ້ນນຳ-ນຳພາ ຂອງພັກກອມມູນິດຫວຽດນາມ ໄດ້ຮັບຜົນສຳເລັດ ແລະ ໄດ້ຮັບໄຊຊະນະອັນໃຫຍ່ຫລວງ ໃນພາລະກິດຕໍ່ສູ້ປົກປັກຮັກສາຄວາມເປັນເອກະ ລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສາມາດບືນຕົວຈາກປະເທດສົງຄາມ ກາຍເປັນປະເທດມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວ, ໃນຖານະບົດບາດປະເທດດ້ອຍພັດທະນາ ກາຍເປັນປະເທດທີ່ມີລາຍຮັບປານກາງ. ໃນປີ 2020 ນີ້, ສສ ຫວຽດນາມ ໄດ້ກາຍເປັນປະເທດ ສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງຂອງ ສປຊ ເຊິ່ງເປັນສະມາຊິກໜຶ່ງດຽວໃນໂລກ ຜ່ານການເລືອກຕັ້ງດ້ວຍຄະແນນສູງສຸດໃນປະຫວັດສາດ ແລະ ເປັນປະທານອາຊຽນ ແລະ ເປັນປະທານໄອປາ ດ້ວຍຜົນສຳເລັດອັນຈົບງາມ ເຊິ່ງເຊື່ອວ່າຈະເປັນບົດຮຽນອັນລໍ້າຄ່າ ໃຫ້ແກ່ບັນດາປະເທດໃນໂລກຖອດຖອນເອົາປະສົບການຈາກ ສສ ຫວຽດນາມ. ການຮ່ວມມືສອງປະເທດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ນັບແໜ້ນແຟ້ນຂຶ້ນ ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະ ເທດໃຫ້ຈະເລີນງອກງາມ.ໃນໂອກາດດຽວກັນ, ທ່ານ ຫງວຽນ ຮຸຍຕັ້ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງລາວ ທີ່ຍາດມາໄດ້ ໃນວຽກງານຕ້ານການແຜ່ລະບາດໂຄວິດ-19, ການຜະລິດພາຍໃນປະເທດ, ການພົວພັນມິດຕະພາບອັນຍິ່ງໃຫຍ່ສອງພັກ ສອງລັດ ທີ່ມີຄວາມໜັກແໜ້ນຍິ່ງໆຂຶ້ນ, ທັງມີການແລກປ່ຽນບົດຮຽນໃນສະພາບການແຜ່ລະບາດພະຍາດ ໂຄວິດ-19, ພ້ອມກັນດຳເນີນພັດທະນາເສດຖະກິດສັງຄົມ, ຮັບປະກັນການພັດທະນາເສດຖະກິດ ແລະ ຄວາມປອດໄພໃນສັງຄົມ. ພ້ອມກັນນີ້ ທັງສອງຝ່າຍຈະສືບຕໍ່ຍົກສູງການພົວພັນຮ່ວມມືສອງປະເທດ ບໍ່ວ່າທຸກສະຖານະການ ແລະ ການຊ່ວຍ ເຫລືອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຈະສືບຕໍ່ຊຸກຍູ້ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ. ພິເສດລະຫວ່າງຄະນະພົວ ພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ກັບ ຄະນະພົວພັນຕ່າງປະເທດສູນກາງພັກລາວ, ສະ ຖານທູດລາວ ຈົ່ງສືບຕໍ່ໄດ້ຮັບການເພີ່ມທະວີຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.ສະຫາຍ ຫງວຽນ ກວັກຊຸງ ກໍໄດ້ສະແດງຂອບໃຈຢ່າງຈິງໃຈມາຍັງ ທ່ານ ແສງເພັດ ຮຸ່ງບຸນຍວງ ແລະ ພະນັກງານສະຖານທູດລາວ ທີ່ໄດ້ມາອວຍພອນວັນຊາດຫວຽດນາມ ຄົບ 75 ປີ, ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ ແລະ ຫວຽດນາມ ຄົບຮອບ 58 ປີ ແລະ ວັນຂະແໜງການຕ່າງປະເທດ ຄົບຮອບ 75 ປີ ໃນຄັ້ງນີ້. ພ້ອມທັງ ຢືນຢັນວ່າຈະເຮັດສຸດຄວາມສາມາດເພື່ອຊ່ວຍເຫລືອລາວ ຜ່ານຜ່າຄວາມຫຍຸ້ງຍາກ ດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ທັງຮ່ວມມືກັນຢ່າງໜິດແໜ້ນ ເພື່ອພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ແຫຼ່ງຂໍ້ມູນ: ຂປລ

Comments