ສະຫລຸບ ຖອດຖອນບົດຮຽນ ຜູ້ບໍລິຫານ – ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງ ທົ່ວປະເທດ ປະຈຳສົກປີ 2019 – 2020

ກອງປະຊຸມສະຫຼຸບ ຖອດຖອນບົດຮຽນ ວຽກງານຜູ້ບໍລິຫານ – ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫລວງວຽງຈັນ ປະຈຳສົກປີ 2019 – 2020 ໄດ້ຈັດຂຶ້ນ ວັນທີ 31 ສິງຫານີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການຫົວຫນ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ຄະນະອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງ 18 ແຂວງ ຕະຫລອດຮອດພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ.

ກອງປະຊຸມນີ້ຈັດຂຶ້ນ ເພື່ອຕີລາຄາຄືນຜົນການເຄື່ອນໄຫວຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນຂອບເຂດທົ່ວປະເທດ ໃນໄລຍະ 1 ປີ ຜ່ານມາ, ພ້ອມທັງກຳນົດທິດທາງແຜນການ ເຄື່ອນໄຫວໃນສົກປີຕໍ່ໜ້າ, ເພື່ອປັບປຸງ, ແກ້ໄຂ ແລະ ຍົກລະດັບ ດ້ານຄຸນນະພາບ ກ່ຽວກັບການບໍລິຫານ – ຄຸ້ມຄອງ ການຮຽນ – ການສອນ ໃຫ້ດີຂຶ້ນເທື່ອລະກ້າວ ທັງສ້າງຄວາມເປັນເອກະພາບ ໃນການຊີ້ນຳ – ນໍາພາ ໃຫ້ເຂົ້າສູ່ລະບົບ ໃນຂອບເຂດທົ່ວປະເທດ, ທັງເປັນການກວດກາຄືນການປະຕິບັດ 4 ຫລັກສູດທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກຳນົດ ໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ຫຼັກສູດ 10 ວັນ, ຫຼັກສູດ 3 ເດືອນ, 15 ເດືອນ ແລະ ຫລັກສູດ 20 ເດືອນ, ຕີລາຄາການຈັດຕັ້ງປະຕິບັດ ໃນການບໍລິຫານ – ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫລວງ ກໍຄື ການຊີ້ນຳ-ນຳພາ ຮອບດ້ານຂອງຄະນະພັກ, ຄະນະປົກຄອງແຂວງ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍແນ່ໃສ່ຮັບປະກັນການປະຕິບັດຫນ້າທີ່, ການບຳລຸງສ້າງພະນັກງານຂອງພັກ – ລັດ, ສາມາດຕອບສະໜອງໄດ້ຫນ້າທີ່ການເມືອງຂອງພັກ ແລະ ປະກອບສ່ວນຢ່າງຕັ້ງຫນ້າ ເຂົ້າໃນການຈັດຕັ້ງປະຕິບັດແນວທາງຂອງພັກ. ກອງປະຊຸມຍັງໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດຫຼັກສູດ ການຮຽນ – ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫລວງ ປະຈຳສົກປີ 2019 – 2020 ແລະ ທິດທາງແຜນການ ປະຈຳສົກປີ 2020 – 2021 ໂດຍຍົກໃຫ້ເຫັນເຖິງສະພາບລວມຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ,ນະຄອນຫລວງ, ຜົນສຳເລັດ, ຈຸດອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ຄາດຫມາຍສູ້ຊົນ, ວິທີການຈັດຕັ້ງປະຕິບັດແຜນຄຸ້ມຄອງການຮຽນ – ການສອນ ລວມທັງຂໍ້ສະເຫນີຕ່າງໆ.


ພິທີຍັງໄດ້ມອບໃບຍ້ອງຍໍ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກັບໂຮງຮຽນການເມືອງ ແລະ ການປົກຄອງ ບັນດາແຂວງ ທີ່ສຳເລັດການຝຶກອົບຮົມຫຼັກສູດ 10 ວັນໃຫ້ແກ່ຄະນະພັກ, ນາຍບ້ານ ໃນໄລຍະຜ່ານມາ ຈຳນວນ 9 ໂຮງຮຽນ ເຊິ່ງແຂວງອຸດົມໄຊ ກໍເປັນຫນຶ່ງໃນຈຳນວນໂຮງຮຽນ ທີ່ໄດ້ຮັບການຍ້ອງຍໍ. ໃຫ້ກຽດມອບໂດຍທ່ານ ຮສ. ພູວົງ ອຸ່ນຄຳແສນ ຮັກສາການຫົວຫນ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ກອງປະຊຸມຈະໄດ້ດຳເນີນໄປຮອດ ວັນທີ 4 ກັນຍາ 2020 ຈິ່ງຈະສຳເລັດ.

ຂ່າວ: ຄານມະນີ ຮຽນດໍຈັນ

Comments