ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2020-2021.

  • ພໍ່ແມ່ພີ່ນ້ອງປວງຊົນລາວໃນທົ່ວປະເທດທີ່ເຄົາລົບ;
  • ບັນດາຜູ້ບໍລິຫານການສຶກສາ, ຜູ້ຊົງຄຸນວຸດທິ, ຄູອາຈານໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ;
  • ບັນດາລູກຫຼານນັກຮຽນ

ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 1 ກັນຍາ ແລະ ວັນເປີດໂທລະພາບການສຶກສາ ຢ່າງເປັນທາງການ, ຂ້າພະເຈົ້າຂໍຕາງໜ້າກົມການເມືອງສູນກາງພັກ ແລະ ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນ, ​ຄວາມຮັກແພງອັນຈິງໃຈມາຍັງຜູ້ບໍລິຫານກາສຶກສາທຸກຂັ້ນ, ຄູອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ ທຸກຂົງເຂດໃນຂອບເຂດທົ່ວປະເທດມານະໂອກາດນີ້.

ດັ່ງທີ່ພວກເຮົາເຂົ້າໃຈກັນເປັນຢ່າງດີ ແລະ ເລິກເຊິ່ງນຳກັນແລ້ວວ່າ ແມ່ນການສ້າງຊັບພະຍາກອນມະນຸດ, ຊັບພະຍາກອນບຸກຄົນ, ເປັນກຳລັງແຮງ, ເປັນປັດໃຈສຳຄັນຍິ່ງ ທີ່ມີລັກສະນະຕັດສິນກວ່າໝູ່ ໃນການພັດທະນາປະເທດຊາດຂອງທຸກຍຸກທຸກສະໄໝ.

ຍ້ອນເຫັນຄວາມສຳຄັນຍິ່ງ ຂອງວຽກງານການສຶກສາ ພວກເຮົາຍາມໃດກໍໃຫ້ທິດທາງ,​ ນະໂຍບາຍທີ່ໜັກແໜ້ນຕະຫຼອດມາວ່າ: ການສຶກສາຕ້ອງໄປກ່ອນກ້າວໜຶ່ງ. ຕະຫຼອດໄລຍະທີ່ຜ່ານມາ ລັດຖະບານທຸກຍຸກທຸກສະໄໝ ໄດ້ເອົາໃຈໃສ່ວຽກງານການພັດທະນາການສຶກສາ ຂອງຊາດເຮົາຕໍ່ໄປ ແລະ ໄດ້ມີການພັດທະນາ ເປັນຮູບປະທຳຕະຫຼອດມາ ແລະ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ວຽກງານພັດທະນາການສຶກສາຂອງຊາດເຮົາຕໍ່ໄປ ເພື່ອສ້າງຄົນລາວໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ ແລະ ເພື່ອໃຫ້ກາຍເປັນກຳລັງແຮງໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຈະເລີນກ້າວໜ້າສືບຕໍ່ໄປຢ່າງບໍ່ຢຸດຢັ້ງ. ດັ່ງນັ້ນ, ພາລະໜ້າທີ່ຂອງຜູ້ບໍລິຫານການສຶກສາ, ຄູອາຈານ ຈຶ່ງເປັນຜູ້ທີ່ມີຄວາມຮັບຜິດຊອບພິເສດ ຕໍ່ພາລະກິດການສຶກສາຂອງຊາດ ຂອງພວກເຮົາໃນປັດຈຸບັນ ແລະ ອະນາຄົດ.

ພາບປະກອບເທົ່ານັ້ນ

ພີ່ນ້ອງປວງຊົນລາວທົ່ວປະເທດທີ່ຮັກແພງທັງຫຼາຍ!

ໃນສົກຮຽນຜ່ານມາ ປະເທດເຮົາໄດ້ຮັບຜົນກະທົບຢ່າງໜັກໜ່ວງຕໍ່ການຮຽນ,​ ການສອນ ຢູ່ໃນທົ່ວປະເທດ ເນື່ອງຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ນອກນັ້ນ, ກໍໄດ້ສົ່ງຜົນກະທົບໃນວົງກວ້າງ, ໃນນັ້ນຂະແໜງການສຶກສາ ແລະ ກິລາ ກໍໄດ້ຮັບຜົນກະທົບຢ່າງຫຼີກລ້ຽງບໍ່ໄດ້. ໂຮງຮຽນໄດ້ມີການໂຈະການຮຽນ-ການສອນຊົ່ວຄາວ ເປັນເວລາກວ່າ 2 ເດືອນ ໃນຂອບເຂດທົ່ວປະເທດ, ໂຮງຮຽນຫຼາຍກວ່າພັນແຫ່ງໄດ້ຖືກນຳໃຊ້ເປັນສູນກັກກັນຄົນລາວທີ່ມາຈາກຕ່າງປະເທດ. ການລະບາດຂອງໂຄວິດ-19 ນອກຈາກຈະສົ່ງຜົນກະທົບ ແລະ ສິ່ງທ້າທາຍໃນການຮຽນ-ການສອນ ຢ່າງໃຫຍ່ຫຼວງ, ແຕ່ຂະແໜງການສຶກສາ ກໍໄດ້ມີຄວາມພະຍາຍາມຫັນເອົາວິກິດນີ້ ເພື່ອປັບປຸງການປ່ຽນແປງໃໝ່ໃນລະບົບການສຶກສາເປັນຕົ້ນ ໄດ້ນຳໃຊ້ສື່ການຮຽນ-ການສອນອອນລາຍ ເຂົ້າໃນການຖ່າຍທອດຄວາມຮູ້ຢ່າງແຜ່ຫຼາຍ ໃນໄລຍະທີ່ໂຈະການຮຽນ, ຜົນງານທີ່ພົ້ນເດັ່ນອັນໃໝ່ຂອງຂະແໜງການສຶກສາ ແລະ ກິລາ ໄດ້ມີການເປີດນຳໃຊ້ຊ່ອງໂທລະພາບຜ່ານດາວທຽມ ຊ່ອງ 8 (LAO ESTV) ເປັນຊ່ອງໂທລະພາບການສຶກສາ ແລະ ກິລາ ເປັນຄັ້ງທຳອິດຂອງຊາດລາວ ທີ່ມີການຖ່າຍທອດທຸກມື້ ແຕ່ 5:00 ໂມງເຊົ້າ ຈົນຮອດ 23:00 ໂມງ. ໃນໂອກາດນີ້ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຕໍ່ຄວາມເອົາໃຈໃສ່ຂອງຄະນະກະຊວງສຶກສາທິການ ແລະ ກິລາ ທຸກຂັ້ນ ແລະ ນັກວິຊາການຈາກພາກສ່ວນທີ່ກ່ຽວຂ້ອງ ໃນການພັດທະນາລະບົບການຮຽນຜ່ານໂທລະພາບດັ່ງກ່າວ ທີ່ຖືວ່າເປັນບາກ້າວຂະຫຍາຍຕົວສຳຄັນ ແລະ ເປັນປະໂຫຍດມະຫາສານ ຕໍ່ວົງການສຶກສາຂອງຊາດລາວເຮົາຕໍ່ໄປ.

ເພື່ອເຮັດໃຫ້ການໄຂສົກຮຽນໃໝ່ ສົກປີ 2020-2021 ໄດ້ມີບັນຍາກາດທີ່ດີ ແລະ ທັນກັບເວລາຕາມປະຕິທິນປີການສຶກສາຂອງແຕ່ລະຊັ້ນ, ແຕ່ລະສາຍ. ດັ່ງນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງຄະນະພັກ, ຄະນະນຳຜູ້ບໍລິຫານການສຶກສາ, ຄະນະພັດທະນາການສຶກສາທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ລວມທັງພາກເອກະຊົນ ຈົ່ງເປັນເຈົ້າການຮ່ວມມືກັນກະກຽມ ຄວາມພ້ອມ ແລະ ອຳນວນຄວາມສະດວກຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນການຊັບຊ້ອນຄູສອນ, ກະກຽມອາຄານສະຖານທີ່ຫ້ອງຮຽນ , ອຸປະກອນການຮຽນ-ການສອນ, ບ່ອນທີ່ພັກອາໄສຂອງຄູທີ່ຢູ່ຫ່າງໄກສອກຫຼີກ ແລະ ດ້ານທີ່ຈຳເປັນອື່ນໆ ເພື່ອຮັບໃຊ້ໃຫ້ແກ່ການເປີດສົກຮຽນ ແລະ ຮັບໃຊ້ແກ່ການຮຽນ-ການສອນ ຕະຫຼອດຮອດສົກຮຽນໃໝ່ໃຫ້ໄດ້ຮັບຜົນດີ. ພ້ອມທັງມີມາດຕະການປ້ອງກັນເຊື້ອພະຍາດໂຄວິດ-19 ໂດຍການໝັ່ນລ້າງມືດ້ວຍສະບູ່ ຫຼືນໍ້າຢາຂ້າເຊື້ອ, ສະໜອງຜ້າອັດປາກອັດດັງ, ກວດວັດອຸນກະພູມຢ່າງເປັນປະຈຳ ໃຫ້ກາຍເປັນຄວາມເຄີຍຊິນໃນການດຳລົງຊີວິດປະຈຳວັນຂອງປະຊາຊົນເຮົາ ໂດຍສະເພາະບັນດານັກຮຽນນັກສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງພວກເຮົາ.

ທ້າຍສຸດນີ້, ຕາງໜ້າໃຫ້ການນຳພັກ ແລະ ລັດຖະບານ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ, ຄູ-ອາຈານ,​ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ​ມີຄວາມສຸກ, ຄວາມຈະເລີນ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

ອວຍພອນໃຫ້ສົກຮຽນ 2020-2021 ຈົ່ງໄດ້ຮັບຜົນສຳເລັດອັນຈົບງາມ.

ຂໍຂອບໃຈ

ແຫຼ່ງຂໍ້ມູນ: ລາວພັດທະນາ

Comments