News

ເຊື່ອມຊຶມນິຕິກຳການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວ…

ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດກອງປະຊຸມ ເຊື່ອມຊຶມນິຕິກຳກ່ຽວກັບບັນດາເອກະສານຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວ ທົ່ວແຂວງຈຳປາສັກ ໃນອາທິດຜ່ານມານີ້, ໂດຍການເປັນປະທານຂອງທ່ານ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະຫ້ອງການ, ກອງບັນຊາການ ປກສ ເມືອງ, ປກສ ນະຄອນປາກເຊ, ໂຮງຮຽນ ປກສ ຊັ້ນສູງເລກ 4, ກອງພັນປ້ອງກັນເຄື່ອນທີ່ ແລະ ພະນັກງານວິຊາການເຂົ້າຮ່ວມ. ທ່ານ ພັທ ບຸນເລີດ ແກ້ວບົວພາ ຫົວໜ້າກອງພະລາທິການ ປກສ ແຂວງ ຈຳປາສັກ ກ່າວວ່າ: ການເຊື່ອມຊຶມບັນດາເອກະສານການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວໃນຄັ້ງນີ້ ເພື່ອແນໃສ່ໃຫ້ບັນດາກົມກອງອ້ອມຂ້າງ ປກສ ແຂວງ ໂດຍສະເພາະແມ່ນເຮັດໃຫ້ພະນັກງານວິຊາການຮັບຮູ້ ແລະ ເຂົ້າໃຈ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບຖືກຕ້ອງ ແລະ ສອດຄ່ອງກັບວຽກງານການເງິນ ທີ່ໄດ້ກຳນົດໄວ້. ພ້ອມທັງ ແນໃສ່ຫັນເຂົ້າສູ່ລະບົບບັນຊີລາຍຮັບ ໂດຍຜ່ານປະຕູດຽວ ແລະ ເຮັດໃຫ້ການຄຸ້ມຄອງ, ການຕິດຕາມກວດກາ, ການເກັບລາຍຮັບ, ຄ່າທຳນຽມ, ຄ່າທຳນຽມ, ...

Read More »

5 ປີຜ່ານມາ ເມືອງວັງວຽງ ປະກອບສ່ວນສຳຄັນໃນການສ້າງລາຍຮັບໃຫ້ແຂວງວຽງຈັນ……………..

ໃນໄລຍະ 5 ປີຜ່ານມາ ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ເມືອງວັງວຽງທັງໝົດ 1.107.525 ເທື່ອຄົນ, ໃນນີ້ມີນັກທ່ອງທ່ຽວຕ່າງປະເທດ 796.231 ຄົນ, ພາຍໃນ 312.294 ຄົນ, ສ້າງລາຍຮັບໃຫ້ສັງຄົມໄດ້ 518 ຕື້ກວ່າກີບ. ໂອກາດມີຄໍາເຫັນຕໍ່ກອງປະຊຸມໃຫ່ຍຄັ້ງທີ VI ອົງຄະນະພັກພັກ ແຂວງວຽງຈັນ ທີ່ຈັດຂຶ້ນລະຫວ່າງວັນທີ 18 ຫາ19 ພະຈິກ 2020 ສະຫາຍ ບຸນຈັນ ມາລາວົງ ເລຂາພັກເມືອງ, ເຈົ້າເມືອງວັງວຽງ ແຂວງວຽງຈັນໄດ້ປະກອບຄໍາເຫັນກ່ຽວກັບ “ການຄຸ້ມຄອງ-ການພັດທະນາການ ທ່ອງທ່ຽວ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ຢູ່ເມືອງວັງວຽງ” ວ່າ: ປະຈຸບັນເມືອງວັງວຽງໄດ້ມີພື້ນຖານໂຄງລ່າງດ້ານການທ່ອງທ່ຽວຈຳນວນໜຶ່ງຄື: ມີໂຮງແຮມ 29 ແຫ່ງ, ເຮືອນພັກ 114 ແຫ່ງ, ລີສອດ 16 ແຫ່ງ, ບັງກາໂລ 12 ແຫ່ງ, ວິນລາ 6 ແຫ່ງ, ເຮືອນພັກນໍາປະຊາຊົນ ຫລືໂຮມສະເຕ 1 ແຫ່ງ, ມີຫ້ອງພັກທັງໝົດ 3.527 ຫ້ອງ, ມີຕຽງນອນ ...

Read More »

ອາຍຸພຽງ 19 ປີ ບຸກບືນສ້າງລາຍຮັບ ໃຫ້ແກ່ຄອບຄົວ 200 ກ່ວາລ້ານກີບ…..

ໃນປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ ມື້ຜ່ານມາ ສະຫາຍ ວິໄລພອນ ອິນທະວົງ (ຕົ້ນກ້າ) ອາຍຸ 19 ປີ ບ້ານໄຮ່ຢ່ອນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ປະກອບຄຳເຫັນໃນທີ່ປະຊຸມ ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ພາຍໃນຄອບຄົວ ມີທັງໝົດ 5 ຄົນ, ໃນເມື່ອກ່ອນມີອາຊີບເຮັດນາ ປູກເຂົ້າໃນເນື້ອທີ່ 13 ໄລ່, ຜົນຜະລິດພໍແຕ່ກຸ້ມກິນໃນຄອບຄົວ. ນອກຈາກເຮັດນາແລ້ວ ຜູ້ເປັນພໍ່ຍັງໄດ້ຮັບເໝົາກໍ່ສ້າງ, ສ່ວນສະຫາຍເອງ ກໍເປັນແຮງງານຕົ້ນຕໍທີ່ໄດ້ຊ່ວຍຄອບຄົວເຮັດນາ. ແຕ່ວ່າສະພາບການດຳລົງຊີວິດຂອງຄອບຄົວກໍຍັງພົບຄວາມຫຍຸ້ງຍາກ, ລາຍຮັບຍັງຕ່ຳ ຈຶ່ງໄດ້ມີຄວາມພະຍາຍາມຊອກຫາວິຊາຊີບອື່ນ ເພື່ອສ້າງລາຍຮັບເພີ່ມໃນຄອບຄົວ. ໃນປີ 2017 ເວລາທີ່ ສະຫາຍຍັງເປັນນັກຮຽນຢູ່ ຊັ້ນມໍ 6 ໄດ້ມີແນວຄິດລິເລີ່ມຢາກຮຽນຮູ້ກ່ຽວກັບການປູກຝັງ, ເປັນຕົ້ນແມ່ນການປູກໝາກແຕງຫວານ (ແຄນຕາລຸບ) ໂດຍການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ຊຶ່ງໄດ້ຊອກຮູ້ຮ່ຳຮຽນດ້ວຍຕົນເອງໂດຍຜ່ານທາງອິນເຕີເນັດ ຊອກເອົາບົດຮຽນ ແລະ ປະສົບການ ພ້ອມທັງລົງມືເຮັດຕົວຈິງ, ການລົງທຶນໃນເບື້ອງຕົ້ນແມ່ນໄດ້ນຳໃຊ້ທຶນປະມານ 2 ລ້ານກີບ, ທຶນຈຳນວນດັ່ງກ່າວແມ່ນໄດ້ມາຈາກການເກັບອອມເງິນດ້ວຍຕົນເອງ (ໃສ່ຫວຍ) ເພື່ອນຳມາເຮັດເຮືອນຮົ່ມໄດ້ 1 ຫຼັງ ເປັນໂຄງໄມ້ແບບປະຖົມປະຖານ ລົງມືທົດລອງປູກ ແຕ່ການທົດລອງປູກໃນ ...

Read More »

ຖວທ ທາບທາມບຸກຄະລາກອນຮອບ III ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່….

ໃນວັນທີ 18 ພະຈິກ 2020 ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ III ເພື່ອກະກຽມດ້ານຕ່າງໆໃຫ້ແກ່ກອງປະຊູມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ໂດຍການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະ ມົນຕີກະຊວງ ຖວທ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ພ້ອມດ້ວຍສະມາຊິກພັກທີ່ເປັນຜູ້ແທນສົມບູນກອງປະຊຸມໃຫຍ່ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ເພື່ອເປັນການສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໂດຍແມ່ນການກ້າວເຂົ້າສູ່ການທາບທາມຮອບທີ III ກ່ຽວກັບບຸກຄະລາກອນ ທີ່ຈະລົງສະໝັກເຂົ້າເປັນຄະນະພັກກະ ຊວງຊຸດໃໝ່; ສະນັ້ນ ພວກເຮົາຈະມີການປະກອບຄໍາຄິດຄໍາເຫັນ ເຂົ້າໃສ່ຮ່າງປັບປຸງລາຍງານການເມືອງເປັນເອກະສານສໍາຄັນຂອງກອງປະຊຸມໃຫຍ່ ແລະ ຮ່າງປັບປຸງບົດສໍາຫລວດການນໍາພາລວມຂອງ ຄະນະບໍລິຫານງານພັກກະຊວງ ຕະຫລອດໄລຍະ 5 ປີຜ່ານມາ, ພ້ອມທັງດໍາເນີນການປ່ອນບັດທາບທາມບຸກຄະລາກອນຮອບທີ III ໃນການກໍານົດເອົາຈໍານວນລາຍຊື່ ບຸກຄະລາກອນເປັນຮອບສຸດທ້າຍ ເພື່ອກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກຊຸດໃໝ່. ...

Read More »

ລາວ- UNICEF ສືບຕໍ່ຮ່ວມມື ຫຼາຍວຽກງານທີ່ສຳຄັນ…..

ໃນຕອນເຊົ້າວັນທີ 18 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານນາງ ເພຍ ບຣິດໂຕ (Pia Britto) ຜູ້ຕາງໜ້າຂອງອົງການ ອຸຍນີເຊບ (UNICEF) ຄົນໃໝ່ ປະຈຳ ສປປ ລາວ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງທ່ານນາງ ເພຍ ບຣິດໂຕ ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເປັນຕົ້ນ ບັນດາໜ້າວຽກບູລິມະສິດຕິດພັນກັບການສົ່ງເສີມ ແລະ ປົກປ້ອງເດັກນ້ອຍ ກໍຄືການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ. ...

Read More »

“ໜຶ່ງແລວ ໜຶ່ງເສັ້ນທາງ” ເປີດການຮ່ວມສຳພາດຂອງສື່ມວນຊົນລາວ-ຈີນ ກ່ຽວກັບໂຄງການຮ່ວມມື…..

ກອງປະຊຸມພົບປະທາງໄກລະຫວ່າງຄະນະໂຄສະນາອົບ​ຮົມສູນກາງພັກ ລາວ-ຈີນ ແລະ ພິທີເປີດການ ຮ່ວມສຳ​ພາດຂອງສື່ມວນຊົນລາວ-ຈີນ ກ່ຽວກັບໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ຈັດຂຶ້ນໃນຕອນເຊົ້າມື້ນີ້, ທີ່ນະຄອນຫລວງວຽງຈັນ ເພື່ອສ້າງຄວາມເຂົ້າໃຈ ແລະເປັນການເປີດໂອກາດໃຫ້ແກ່ສື່ມວນຊົນລາວ-ຈີນ ໄດ້ປະຕິບັດໜ້າທີ່ສື່ມວນຊົນຮ່ວມກັນຢ່າງໃກ້ຊິດ ໃນການນຳສະເໜີຂໍ້ມູນຂ່າວສານຜົນສຳເລັດ ກໍຄືຜົນປະໂຫຍດຕົວຈິງຮ່ວມກັນ ໃນການປະຕິບັດໂຄງການຮ່ວມມືລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ”. ທ່ານ ຄໍາພັນ ພົມມະທັດ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຊີ້ໃຫ້ເຫັນວ່າ: ການພົວພັນຮ່ວມມືສອງຝ່າຍ ລາວ-ຈີນ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດນັບມື້ນັບຫລາຍຂຶ້ນ, ສະແດງອອກຜ່ານການຮ່ວມມືທີ່ເປັນຮູບປະທຳຕົວຈິງ ໃນການປະສານສົມທົບລະຫວ່າງຍຸດທະສາດ “ການຫັນປະ ເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດເຊື່ອມໂຍງ”ຂອງລາວ ກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງຈີນ, ເຊິ່ງໃນກອບການຮ່ວມມືນີ້ ສອງຝ່າຍໄດ້ມີການຮ່ວມມືລົງທຶນກໍ່ສ້າງຫລາຍໂຄງການທີ່ສໍາຄັນ ເປັນຕົ້ນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງເສັ້ນທາງດ່ວນວຽງ​ຈັນ-ວັງວຽງ, ເຂດພັດທະນາເສດຖະກິດກວມລວມໄຊເສດຖາ ແລະ ໂຄງການອື່ນໆ ພວມມີຜົນຄືບໜ້າ. ຜ່ານການສໍາພາດ ແລະ ລາຍງານຄວາມຄືບໜ້າຂອງການຮ່ວມມືໃນຂົງເຂດຕ່າງໆຂອງສອງຝ່າຍຢູ່ລາວ ຂອງສື່ມວນຊົນສອງປະເທດ ຍິ່ງຈະຊ່ວຍເຮັດໃຫ້ປະຊາຊົນສອງຊາດ ລາວ-ຈີນ ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວັດຖຸປະສົງ ແລະ ໝາກຜົນຕົວຈິງຂອງການຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ໄດ້ດີຍີ່ງຂື້ນ. ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ...

Read More »

ສະພາບໍລິຫານ ທຫລ ລົງເລິກວຽກງານຄຸ້ມຄອງມະຫາພາກເງິນຕາ…..

ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2020 ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 16 ພະຈິກນີ້, ທີ່ຫ້ອງປະຊຸມ ທຫລ ໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ປະທານສະພາບໍລິຫານ ທຫລ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແມ່ນປະຕິບັດຕາມລະບອບການປະຊຸມຂອງສະພາບໍລິຫານ ທຫລ ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ທຫລ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018 ໂດຍໄດ້ຮັບຟັງການລາຍງານ ການເຄື່ອນໄຫວວຽກງານຂອງ ທຫລ ໄລຍະຜ່ານມາ ແລະ ທິດທາງແຜນການທ້າຍປີ 2020; ສະຫຼຸບການປະຕິບັດແຜນເງິນຕາ ໃນໄລຍະ 10 ເດືອນປີ 2020, ທິດທາງແຜນການເຄື່ອນໄຫວຮອດທ້າຍປີ 2020 ແລະ ແຜນການປີ 2021; ບົດລາຍງານຜົນການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ, ຄາດຄະເນປະຕິບັດໝົດປີ ແລະ ການດັດແກ້ແຜນງົບປະມານປີ 2020 ຂອງ ທຫລ ...

Read More »

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ……

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ພາຍໃຕ້ຄຳຂວັນ ‘ຮັບປະກັນໃຫ້ປະເທດຊາດມີ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ; ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວທັງ 3 ປະເພດກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະເທດຊາດ ແລະ ປະຊາຊົນ” ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 18 ພະຈິກ 2020 ນີ້ ຢູ່ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ. ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກຳມະການ ປກຊ-ປກສ ສູນກາງ, ມີບັນດາສະຫາຍຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະພັກກະຊວງ, ຄະນະພັກນະຄອນຫລວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ບັນດາສະຫາຍຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວກອງທັບເຂົ້າຮ່ວມ. ສະຫາຍ ພົນເອກ ...

Read More »

ຕະຫຼາດຮຸ້ນຂອງໄທ ຟື້ນຕົວຊ້າ ຍ້ອນຂາດ FAANG…..

KKP Research ໂດຍ ກຽດຕິນາ ຄິນະພັດ ເຜີຍວ່າ ບໍລິສັດສ່ວນໃຫຍ່ ໃນຕະຫຼາດຮຸ້ນຂອງໄທ ຢູ່ໃນພາກເສດຖະກິດດັ່ງເດີມ (Old Economy) ທີ່ອາໄສຕົ້ນທຶນຈາກຕະຫຼາດ ເປັນສ່ວນໃຫຍ່ ແລະ ຍັງມີບາງບໍລິສັດ ທີ່ການເຂົ້າເຖິງເຕັກໂນໂລຍີ ແລະ ຂໍ້ມູນຂ່າວສານ ບໍ່ຮອດ 3% ຂອງມູນຄ່າຕະຫຼາດ ຈຶ່ງເຮັດໃຫ້ຕະຫຼາດຮຸ້ນຂອງໄທຟື້ນຕົວຫຼັງໂຄວິດຊ້າ ກວ່າຕະຫຼາດຕ່າງປະເທດທີ່ມີເຕັກໂນໂລຊີເປັນແຮງຍູ້ດັນ. ໃນຊ່ວງທີ່ຜ່ານມາ ເຖິງວ່າສະຖານະການໂຄວິດ-19 ເລີ່ມຫຼຸດລົງໃນຫຼາຍປະເທດ ແຕ່ດັດສະນີຕະຫຼາດຮຸ້ນໄທບໍ່ສາມາດຟື້ນຕົວກັບສູ່ສະພາບກ່ອນໂຄວິດ ແຕ່ກົງກັນຂ້າມກັບຫຼາຍປະເທດ ເຖິງວ່າຍັງປະເຊີນກັບບັນຫາໂຄວິດທີ່ຮຸນແຮງກວ່າໄທ ແຕ່ຕະຫຼາດຮຸ້ນກັບຟື້ນຕົວໄດ້ຢ່າງວ່ອງໄວກວ່າ ໂດຍສະເພາະຕະຫຼາດຮຸ້ນໃນເຂດເສດຖະກິດທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ລະດັບສູງເຊັ່ນ: ສະຫະລັດອາເມລິກາ, ຈີນ, ຍີ່ປຸ່ນ, ເກົາຫຼີ ຫຼື ໄຕ້ຫວັນ ລ້ວນແຕ່ກັບມາຟື້ນຕົວໄດ້ຢ່າງວ່ອງໄວ. ຄວາມແຕກຕ່າງໃນການຟື້ນຕົວສະແດງໃຫ້ເຫັນ ເຖິງໂຄງສ້າງຂອງຕະຫຼາດຮຸ້ນໄທ ທີ່ຍັງຂາດບໍລິສັດຊັ້ນນຳ ທີ່ມຸ້ງເນັ້ນຄວາມເປັນຜູ້ນຳທາງເຕັກໂນໂລຊີ ໂດຍບໍລິສັດທີ່ມີຂະໜາດໃຫຍ່ທີ່ສຸດ 10 ອັນດັບທຳອິດໃນຕະຫຼາດຮຸ້ນໄທ ອາດກ່າວໄດ້ວ່າເກືອບທັງໝົດທຸກບໍລິສັດໃຫຍ່ ຍັງຢູ່ໃນພາກເສດຖະກິດແບບດັ່ງເດີມ. ຖ້າສົມທຽບກັບບໍລິສັດຍັກໃຫຍ່ໃນປະເທດສະຫະລັດ ເປັນກຸ່ມບໍລິສັດທີ່ນຳໃຊ້ເຕັກໂນໂລຊີ ລະດັບຊັ້ນນຳ 5 ແຫ່ງ ຫຼື ທີ່ເອີ້ນວ່າ FAANG ເປັນແກນກາງ ທີ່ປະກອບດ້ວຍ Facebook, Amazon, ...

Read More »

ຈະພັດທະນາເຂດພູຈວມ ແລະຕາດໄຟໄໝ້ ເປັນແຫລ່ງທ່ອງທ່ຽວແບບຫຼາກຫຼາຍ…..

ອ້າງຈາກສຳນັກຂ່າວແຂວງເຊກອງ ລາຍງານວ່າ: ເຂດພູຈວມ ແລະ ນໍ້າຕົກຕາດໄຟໄໝ້ ຢູ່ເມືອງທ່າແຕງ ແຂວງເຊກອງ ຈະໄດ້ຮັບການພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ, ດ້ານກະສິກໍາປະສົມປະສານ, ທາງປະຫວັດສາດ ແລະ ທາງດ້ານທ້ອງຖິ່ນຊົນເຜົ່າໃນມໍ່ໆນີ້. ພາຍຫຼັງ ມີການຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນການສຶກສາສໍາຫລວດຄວາມເປັນໄປໄດ້ທີ່ຈະພັດທະນາເຂດດັ່ງກ່າວ ຂອງ ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ຄໍາປະສິດ ເທບວົງສາ ປະທານບໍລິສັດເທບວົງສາ ພາວເວີຈໍາກັດ ໃນວັນທີ 16 ພະຈິກ 2020 ນີ້ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງໆ ເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍຮ່ວມເປັນສັກຂີພະຍານ. ບົດບັນທຶກຄວາມເຂົ້່າໃຈດັ່ງກ່າວລະບຸວ່າ: ພາຍຫລັງລົງນາມ, ບໍລິສັດຈະຕ້ອງສຶກສາສໍາຫລວດ, ສ້າງບົດວິພາກເສດຖະກິດ-ເຕັກນິກ, ການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ, ແຜນການຄຸ້ມຄອງ ແລະຕິດຕາມກວດກາສິ່ງແວດລ້ອມ ແລະ ສັງຄົມເປັນເວລາ 12 ເດືອນ ເພື່ອນຳໄປສູ່ການພັດທະນາຕົວຈິງຕາມເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການທ່ອງທ່ຽວແຂວງ ກາຍເປັນຈຸດໃຈກາງຢູ່ 4 ແຂວງພາກໃຕ້ ແລະ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງເຊກອງ. ຂະນະທີ່ທ່ານ ...

Read More »