5 ປີຜ່ານມາ ເມືອງວັງວຽງ ປະກອບສ່ວນສຳຄັນໃນການສ້າງລາຍຮັບໃຫ້ແຂວງວຽງຈັນ……………..

ໃນໄລຍະ 5 ປີຜ່ານມາ ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ເມືອງວັງວຽງທັງໝົດ 1.107.525 ເທື່ອຄົນ, ໃນນີ້ມີນັກທ່ອງທ່ຽວຕ່າງປະເທດ 796.231 ຄົນ, ພາຍໃນ 312.294 ຄົນ, ສ້າງລາຍຮັບໃຫ້ສັງຄົມໄດ້ 518 ຕື້ກວ່າກີບ.

ໂອກາດມີຄໍາເຫັນຕໍ່ກອງປະຊຸມໃຫ່ຍຄັ້ງທີ VI ອົງຄະນະພັກພັກ ແຂວງວຽງຈັນ ທີ່ຈັດຂຶ້ນລະຫວ່າງວັນທີ 18 ຫາ19 ພະຈິກ 2020 ສະຫາຍ ບຸນຈັນ ມາລາວົງ ເລຂາພັກເມືອງ, ເຈົ້າເມືອງວັງວຽງ ແຂວງວຽງຈັນໄດ້ປະກອບຄໍາເຫັນກ່ຽວກັບ “ການຄຸ້ມຄອງ-ການພັດທະນາການ ທ່ອງທ່ຽວ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ຢູ່ເມືອງວັງວຽງ” ວ່າ: ປະຈຸບັນເມືອງວັງວຽງໄດ້ມີພື້ນຖານໂຄງລ່າງດ້ານການທ່ອງທ່ຽວຈຳນວນໜຶ່ງຄື: ມີໂຮງແຮມ 29 ແຫ່ງ, ເຮືອນພັກ 114 ແຫ່ງ, ລີສອດ 16 ແຫ່ງ, ບັງກາໂລ 12 ແຫ່ງ, ວິນລາ 6 ແຫ່ງ, ເຮືອນພັກນໍາປະຊາຊົນ ຫລືໂຮມສະເຕ 1 ແຫ່ງ, ມີຫ້ອງພັກທັງໝົດ 3.527 ຫ້ອງ, ມີຕຽງນອນ 5.039 ຕຽງ, ສາມາດຮັບແຂກໄດ້ ໃນລະດັບ 7.000-8.000 ຄົນຕໍ່ວັນ;

ມີບໍລິສັດທ່ອງທ່ຽວພາຍໃນ ແລະ ບໍລິສັດຫຸ້ນສ່ວນ 24 ແຫ່ງ, ມີສາຂາບໍລິສັດ 3 ແຫ່ງ, ມີຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທິງ 158 ແຫ່ງ ແລະ ມີກິດຈະການບໍລິການຕ່າງໆ ທີ່ຫຼາກຫຼາຍ ແຕ່ລະກິດຈະການບໍລິການໄດ້ສົ່ງເສີມຈັດຕັ້ງເປັນກຸ່ມ, ເປັນໜ່ວຍບໍລິການ ຮ່ວມກັນຕາມແນວທາງນະໂຍບາຍ ເປັນຕົ້ນ: ກຸ່ມໂຮງແຮມ ແລະ ບ້ານພັກ, ກຸ່ມຮ້ານອາຫານ, ກິນດື່ມ ແລະ ບັນເທີງ, ກຸ່ມບໍລິການກົງເບັງ ມີ 8 ໜ່ວຍບໍລິການ, ມີກົງເບັງ 600 ກົງ, ກຸ່ມບໍລິການເຮືອກາຍັກ ມີ 23 ໜ່ວຍບໍລິການ, ມີ ເຮືອກາຍັກ 450 ລໍາ, ກຸ່ມບໍລິການເຮືອຈັກຫາງຍາວ ມີ 2 ໜ່ວຍບໍລິການ, ມີເຮືອ 90 ລໍາ, ກຸ່ມບໍລິການຂີ່ສະລິງ (ຊິບລາຍ) ມີ 7 ໜ່ວຍ, 7 ຈຸດບໍລິການ, ກຸ່ມບໍລິການ ລົດໃຫ້ເຊົ່າ ລົດຖີບ, ລົດຈັກ ແລະ 4 ລໍ້ (ປັກກີ) 16 ໜ່ວຍ, ມີລົດ 700 ກວ່າຄັນ.

ເມືອງ ວັງວຽງ ຖືເອົາວິກິດເປັນໂອກາດ ເພື່ອປັບປຸງບັນດາສະຖານທີ່ທ່ອງທ່ຽວໃຫ້ດີຂຶ້ນ  ກ່ວາເກົ່າ - Lao National Radio

ກຸ່ມບໍລິການຮ້ານນວດແຜນບູຮານ ມີ 30 ຮ້ານ, ໜ່ວຍບໍລິການຍ່າງປ່າ, ຈຸດຊົມວີວເທິງພູ, ຜາ, ອາບນໍ້າທໍາມະຊາດ ແລະ ທ່ຽວຊົມຖໍ້າ ທັງໝົດ 36 ແຫ່ງ, ໃນນີ້, ມີຖໍ້າ 21 ແຫ່ງ, ໜ່ວຍບໍລິການບາລູນ, ພາລາມໍເຕີ ແລະ ເຄື່ອງບິນເບົາຂະໜາດນ້ອຍ 3 ຫົວໜ່ວຍ, ໜ່ວຍບໍລິການປີນຜາ 2 ຫົວໜ່ວຍ, ບໍລິການຂາຍປີ້ທົວ 6 ໜ່ວຍ.

ໂດຍໜ່ວຍບໍລິການດັ່ງກ່າວແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການປ່າໄມ້ ຈຶ່ງເຮັດໃຫ້ການເຄື່ອນໄຫວດຳເນີນທຸລະກິດຂອງບັນດາຫົວໜ່ວຍທຸລະກິດ-ກິດຈະການຕ່າງໆ ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ ບັນດາຂະແໜງການໄດ້ປະກອບສ່ວນກໍ່ສ້າງ, ປັບປຸງຍົກລະດັບການບໍລິຫານທຸລະກິດ, ການບໍລິການບຸກຄະລະກອນ, ການປະຕິບັດພັນທະ, ການປະກອບສ່ວນພັດທະນາສັງຄົມໄດ້ດີພໍສົມຄວນ, ພິເສດ ເມືອງວັງວຽງ ເປັນເມືອງທົດລອງການປັບປຸງຖານຂໍ້ມູນເສດຖະກິດ-ທຸລະກິດ, ການນໍາໃຊ້ລະບົບບັນຊີ ແລະ ເຂົ້າສູ່ລະບົບທັນສະໄໝ, ລະບົບແທກຣິດ (Tax RIS) ຢ່າງຄ່ອງຕົວ ແລະ ມີປະສິດທິຜົນສູງຂຶ້ນ.

ບັນທຶກ ວັງວຽງ ແຂວງວຽງຈັນ วังเวียง ພ ສ 2560 - YouTube

ເລຂາພັກເມືອງ, ເຈົ້າເມືອງວັງວຽງ ຍົກໃຫ້ເຫັນຕື່ມວ່າ: ໂຄງປະກອບເສດຖະກິດຂອງເມືອງ ປີ 2014 ການບໍລິການກວມເອົາ 42,37% ເພີ່ມຂຶ້ນເປັນ 46.23% ແລະ ການຈັດເກັບລາຍຮັບເຂົ້າງົບປະມານເພີ່ມຂຶ້ນໃນແຕ່ລະປີ, ທຽບໃສ່ແຜນການ 5 ປີ ລື່ນ 35,8% ສ່ວນໃຫຍ່ໄດ້ມາຈາກການພັດທະນາ ແລະ ການບໍລິການທ່ອງທ່ຽວ. ພິເສດ ໃນປີ 2018 ພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການໂຄສະນາ, ສົ່ງເສີມ ແລະ ເປີດການທ່ອງທ່ຽວລາວ ແລະ ປີ 2019 ສຸມໃສ່ການຈັດຕັ້ງປະຕິບັດການທ່ອງທ່ຽວ ລາວ-ຈີນ ບັນລຸຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍລວມມີຄວາມສະຫງົບ ແລະ ປອດໄພ.

ລວມຮູບພາບຂ່າວ ຮູບພາບ ບັນຍາກາດຖໍ້າປູຄໍາ ແລະ ຖໍ້າລົມ ເມືອງວັງວຽງ  ຄຶກຄື້ນຕ້ອນຮັບວັນຢຸດຍາວ (ວັນກໍາມະກອນສາກົນ)

ສະຖານທີ່ທ່ອງທ່ຽວ ເມືອງວັງວຽງ ແຂວງວຽງຈັນ ກາຍເປັນທີ່ຮູ້ຈັກ ແລະມີຄວາມສົນໃຈ ຂອງນັກທ່ອງທ່ຽວ, ນັກລົງທຶນ, ນັກພັດທະນາ ທັງພາຍໃນ ແລະ ຕ່າງປະເທດ ຕ້ອງການເຂົ້າມາລົງທຶນພັດທະນາການທ່ອງທ່ຽວຫລາຍຂຶ້ນກວ່າເກົ່າ. ໃນປັດຈຸບັນ ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ດໍາເນີນການສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາແຫຼ່ງທ່ຽວຂອງ 5 ບໍລິສັດ ແລະ ຂັ້ນແຂວງອະນຸຍາດຈໍານວນໜຶ່ງ. ພ້ອມກັນນັ້ນ ການນໍຳພັກ-ລັດ, ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ແຂວງ, ອົງການຈັດຕັ້ງສາກົນ-ສັງຄົມ ແລະ ທະນາຄານ, ສະຖາບັນການເງິນຕ່າງໆ ກໍ່ໄດ້ເອົາໃຈໃສ່ ຊີ້ນໍາ-ນຳພາ ທາງດ້ານວິຊາການ, ຊ່ວຍປັບປຸງວິທີການ, ຮູບການການບໍລິການ, ການໂຄສະນາ, ການແກ້ໄຂບັນດາບັນຫາຕ່າງໆ ກໍ່ຄືການຕອບສະໜອງງົບປະມານ ແລະ ການລະດົມ-ຍາດແຍ່ງແຫຼ່ງທຶນ ມາຊ່ວຍພັດທະນາການທ່ອງທ່ຽວ ເມືອງວັງວຽງຕະຫຼອດມາ ແລະ ໃນປັດຈຸບັນນີ້ ພວມສຸມໃສ່ຈັດຕັ້ງປະຕິບັດໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ II ໄດ້ຮັບການຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ (ADB) ມູນຄ່າ 17 ລ້ານກວ່າ ໂດລາ.

ວັງວຽງ ວາງເປົ້າຈະສ້າງເມືອງໃຫ້ເປັນເມືອງທ່ອງທ່ຽວສະອາດອາຊຽນ ໃນປີ 2020

ເມືອງວັງວຽງ ມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ ແລະ ຫຼາກຫຼາຍທາງດ້ານພູຜາ-ປ່າ ໄມ້, ຖໍ້າ, ສາຍນໍ້າ, ອາກາດ ແລະ ທັດສະນິຍະພາບຕ່າງໆ ທີ່ສວຍງາມ ບວກກັບຈຸດພິເສດດ້ານທີ່ຕັ້ງທີ່ເປັນຍຸດທະສາດ ທີ່ເປັນເອກະລັກ, ມີສະເໜ່ສະເພາະທີ່ເປັນທ່າແຮງ ແລະ ເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການທ່ອງທ່ຽວ. ອີງໃສ່ສະພາບຈຸດພິເສດ ແລະ ທ່າແຮງດັ່ງກ່າວເມືອງພວກເຮົາໄດ້ສຸມໃສ່ພັດທະນາຂະແໜງການທີ່ເປັນທ່າແຮງຢ່າງມີຈຸດສຸມ, ເອົາໃຈໃສ່ດ້ານປະສິດທິຜົນ, ຕາມທິດຫັນເປັນທັນສະໄໝ ແລະ ເປັນມິດກັບສິ່ງ ແວດລ້ອມ ເພື່ອເປັນເສົາຄໍ້າທາງເສດຖະກິດຂອງເມືອງໃຫ້ຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງ. ພ້ອມທັງຊຸກຍູ້ສົງເສີມໃຫ້ບັນດາວິສາຫະກິດ-ທຸລະກິດ ບໍລິການທ່ອງທ່ຽວຂະໜາດນ້ອຍ, ຂະໜາດກາງໃຫ້ໄດ້ຮັບການພັດທະນາສາມາດຊອກວຽກເຮັດງານທຳ ແລະ ລາຍໄດ້ທີໝັ້ນຄົງໃຫ້ປະຊາຊົນທ້ອງຖິ່ນປະກອບສ່ວນໃຫ້ແກ່ການແກ້ໄຂຄວາມທຸກຍາກຂອງເມືອງເທື່ອລະກ້າວສາມາດເຊື່ອມໂຍງກັບເຄືອຄ່າຍການທ່ອງທ່ຽວຂອງພາກພື້ນ ແລະ ສາກົນ ໄດ້ເປັນກ້າວໆມາ.

ແຫຼ່ງຂໍ້ມູນ: ວສລ

Comments