ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ……

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ພາຍໃຕ້ຄຳຂວັນ ‘ຮັບປະກັນໃຫ້ປະເທດຊາດມີ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ; ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວທັງ 3 ປະເພດກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະເທດຊາດ ແລະ ປະຊາຊົນ” ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 18 ພະຈິກ 2020 ນີ້ ຢູ່ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກຳມະການ ປກຊ-ປກສ ສູນກາງ, ມີບັນດາສະຫາຍຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະພັກກະຊວງ, ຄະນະພັກນະຄອນຫລວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ບັນດາສະຫາຍຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວກອງທັບເຂົ້າຮ່ວມ.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງ ຄະນະພັກກະຊວງປ້ອງກັນປະເທດຄັ້ງນີ້ ມີຄວາມໝາຍສຳຄັນໃນຊີວິດການເມືອງຂອງກອງທັບເຮົາ, ເປັນການປະຕິບັດຕາມຫລັກການນຳພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນຳພາ-ວິທີເຮັດວຽກທີ່ມີວິທະຍາສາດ, ເປັນບັ້ນດຳເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກໃນທົ່ວກອງທັບ ເຊິ່ງຜ່ານກອງປະຊຸມໃຫຍ່ຄັ້ງນີ້ ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມສາມາດການນຳພາຂອງຄະນະພັກໃນກອງທັບໄດ້ຮັບການເຊີດຊູສູງຂຶ້ນ.

ກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງການນຳພາຂອງຄະນະພັກກະຊວງປ້ອງກັນປະເທດໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການນຳພາ 5 ປີຕໍ່ໜ້າ (2021-2025). ກອງປະຊຸມ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມເອກອ້າງທະນົງໃຈຕໍ່ຜົນງານອັນໃຫຍ່ຫລວງຕະຫລອດ 45 ປີ ແຫ່ງການສະຖາປະນາ ສປປ ລາວ, ຜົນສຳເລັດການຈັດຕັ້ງປະຕິບັດໄລຍະມ້ວນທ້າຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍົກໃຫ້ເຫັນວ່າ: ຕະຫລອດໄລຍະຊຸມປີຜ່ານມາ, ຄະນະພັກກະຊວງປ້ອງກັນປະເທດ ໄດ້ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ເຂົ້າໃນໜ້າວຽກຕົວຈິງຢ່າງເປັນຂະບວນຟົດຟື້ນ-ຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດໃນຫລາຍດ້ານ ຕາມມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ; ໃນນີ້, ໄດ້ເອົາໃຈໃສ່ຊີ້ນຳ ແລະ ປັບປຸງການຈັດຕັ້ງພາຍໃນພັກ ໂດຍເລີ່ມແຕ່ຂັ້ນຮາກຖານພັກ ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍໄດ້ຮັບການປັບປຸງຕົນເອງ ທາງດ້ານຄວາມຮູ້, ຄວາມສາມາດ ທັດສະນະ ແລະ ການກະທຳ, ເສີມຂະຫຍາຍໄດ້ປະຊາທິປະໄຕ, ບົດບາດ, ຄວາມສາມາດນຳພານັບມື້ສູງຂຶ້ນ.

ໃນກອງປະຊຸມ, ບັນດາຜູ້ແທນທີ່ເຂົ້າຮ່ວມຕ່າງກໍຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າເຊື່ອມຊຶມ ສ້າງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງທັງສອງພາກ ບົນພື້ນຖານໄຈ້ແຍກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານ, ດ້ານຫຍໍ້ທໍ້ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະຕໍ່ຂົງເຂດວຽກງານປ້ອງກັນຊາດ, ການກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຕາມທິດສ້າງກອງທັບມີແບບແຜນ ແລະ ທັນສະໄໝ ແລະ ຂົງເຂດວຽກງານອື່ນໆ. ພ້ອມກັນນັ້ນ ກໍໄດ້ຮັບຟັງການປະກອບຄຳເຫັນຂອງບັນດາສະຫາຍຕາງໜ້າຄະນະພັກອົງການ-ກົມກອງຈຳນວນໜຶ່ງ ກ່ຽວກັບການປະຕິບັດໜ້າທີ່ປ້ອງກັນຊາດ ແລະ ປັບປຸງກໍ່ສ້າງກຳລັງຢູ່ອົງການ-ກົມກອງຂອງຕົນ. ກອງປະຊຸມ ຈະໄດ້ພ້ອມກັນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນສົມບູນ-ສຳຮອງໄປຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XI ຂອງພັກ ພ້ອມທັງຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອີກດ້ວຍ.

ແຫຼ່ງຂໍ້ມູນ:​ ຂປລ

Comments