ອາຍຸພຽງ 19 ປີ ບຸກບືນສ້າງລາຍຮັບ ໃຫ້ແກ່ຄອບຄົວ 200 ກ່ວາລ້ານກີບ…..

ໃນປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ ມື້ຜ່ານມາ ສະຫາຍ ວິໄລພອນ ອິນທະວົງ (ຕົ້ນກ້າ) ອາຍຸ 19 ປີ ບ້ານໄຮ່ຢ່ອນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ປະກອບຄຳເຫັນໃນທີ່ປະຊຸມ ໂດຍສະຫາຍໄດ້ໃຫ້ຮູ້ວ່າ: ພາຍໃນຄອບຄົວ ມີທັງໝົດ 5 ຄົນ, ໃນເມື່ອກ່ອນມີອາຊີບເຮັດນາ ປູກເຂົ້າໃນເນື້ອທີ່ 13 ໄລ່, ຜົນຜະລິດພໍແຕ່ກຸ້ມກິນໃນຄອບຄົວ. ນອກຈາກເຮັດນາແລ້ວ ຜູ້ເປັນພໍ່ຍັງໄດ້ຮັບເໝົາກໍ່ສ້າງ, ສ່ວນສະຫາຍເອງ ກໍເປັນແຮງງານຕົ້ນຕໍທີ່ໄດ້ຊ່ວຍຄອບຄົວເຮັດນາ.

ແຕ່ວ່າສະພາບການດຳລົງຊີວິດຂອງຄອບຄົວກໍຍັງພົບຄວາມຫຍຸ້ງຍາກ, ລາຍຮັບຍັງຕ່ຳ ຈຶ່ງໄດ້ມີຄວາມພະຍາຍາມຊອກຫາວິຊາຊີບອື່ນ ເພື່ອສ້າງລາຍຮັບເພີ່ມໃນຄອບຄົວ. ໃນປີ 2017 ເວລາທີ່ ສະຫາຍຍັງເປັນນັກຮຽນຢູ່ ຊັ້ນມໍ 6 ໄດ້ມີແນວຄິດລິເລີ່ມຢາກຮຽນຮູ້ກ່ຽວກັບການປູກຝັງ, ເປັນຕົ້ນແມ່ນການປູກໝາກແຕງຫວານ (ແຄນຕາລຸບ) ໂດຍການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ, ຊຶ່ງໄດ້ຊອກຮູ້ຮ່ຳຮຽນດ້ວຍຕົນເອງໂດຍຜ່ານທາງອິນເຕີເນັດ ຊອກເອົາບົດຮຽນ ແລະ ປະສົບການ ພ້ອມທັງລົງມືເຮັດຕົວຈິງ, ການລົງທຶນໃນເບື້ອງຕົ້ນແມ່ນໄດ້ນຳໃຊ້ທຶນປະມານ 2 ລ້ານກີບ, ທຶນຈຳນວນດັ່ງກ່າວແມ່ນໄດ້ມາຈາກການເກັບອອມເງິນດ້ວຍຕົນເອງ (ໃສ່ຫວຍ) ເພື່ອນຳມາເຮັດເຮືອນຮົ່ມໄດ້ 1 ຫຼັງ ເປັນໂຄງໄມ້ແບບປະຖົມປະຖານ ລົງມືທົດລອງປູກ ແຕ່ການທົດລອງປູກໃນ ຄັ້ງທີ 1-4 ແມ່ນບໍ່ປະສົບຜົນສຳເລັດຕົນເອງຈິ່ງໄດ້ຢຸດການປູກໄປຊ່ວງໄລຍະໜຶ່ງ ຍ້ອນທຶນຮອນບໍ່ພຽງພໍ.

ມາຮອດປີ 2018 ພາຍຫຼັງຮຽນຈົບ ມໍ 7 ຄອບຄົວມີຄວາມຂາດເຂີນ ພໍ່ແມ່ບໍ່ມີທຶນສົ່ງເສີມໃຫ້ຮຽນຕໍ່, ຕົນເອງຈຶ່ງມີແນວຄິດປະກອບອາຊີບທາງກະສິກຳ ແລະ ຫາລາຍໄດ້ ເພື່ອຫຼຸດຜ່ອນການໃຊ້ຈ່າຍຂອງພໍ່ແມ່. ສະນັ້ນ, ຈຶ່ງໄດ້ເລີ່ມຊອກຮຽນຮູ້ດ້ວຍຕົນເອງ ແບບເອົາຈິງເອົາຈັງບວກໃສ່ການຊອກຮຽນຮູ້ນຳຜູ້ມີສົບປະການໃນການປູກໝາກແຕງຫວານດັ່ງກ່າວນີ້ ໂດຍໄປເບິ່ງຕົວຈິງຢູ່ນະຄອນຫຼວງວຽງຈັນ 1 ຄັ້ງ, ໄປຈັງຫວັດອຸດອນ ປະເທດໄທອີກ 1 ຄັ້ງ ດ້ວຍທຶນຂອງຕົນເອງ.

ຜ່ານການໄປຖອດຖອນບົດຮຽນນຳຜູ້ມີປະສົບການ ແລະ ນຳມາເຮັດຕົວຈິງ ຈຶ່ງເຮັດໃຫ້ການປູກທົດລອງຄ່ອຍໆໄດ້ຮັບຜົນດີຂຶ້ນ. ຮອດທ້າຍປີດຽວກັນ ການປູກໝາກແຕງຫວານ ຈິ່ງປະສົບຜົນສຳເລັດເປັນຄັ້ງທຳອິດ, ໄດ້ໝາກແຕງປະມານ 700 ກິໂລ ແລະ ຂາຍໄດ້ເງິນປະມານ 9 ລ້ານກີບ (ຂາຍແບບທົ່ວໄປ), ພໍ່ແມ່ ແລະ ຄອບຄົວເຫັນວ່າການປູກໝາກແຕງຫວານ ຂາຍໄດ້ລາຄາດີ, ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ດີສົມຄວນ. ໂດຍເງື່ອນໄຂ ແລະ ໂອກາດເອື້ອອຳນວຍ, ຄວາມຕ້ອງການສິນຄ້າກະສິກຳຂອງຕະຫຼາດຢ່າງກວ້າງຂວາງ ໃນຕົ້ນປີ 2019 ຄອບຄົວຈຶ່ງພາກັນຕັດສິນໃຈລົງທຶນເຮັດເຮືອນຮົ່ມທີ່ເປັນໂຄງເຫຼັກຖາວອນຕື່ມອີກ 8 ຫຼັງ, ດ້ວຍມູນຄ່າທັງໝົດ 50 ລ້ານກີບ, ຊຶ່ງໄດ້ນຳໃຊ້ເນື້ອທີ່ພຽງແຕ່ 1.5 ໄລ່ ເພື່ອສ້າງໂຮງເຮືອນປູກໝາກແຕງ.

ສຳລັບວິທີການປູກກ່ອນອຶ່ນໝົດຕ້ອງເລືອກແນວພັນໃຫ້ຖືກກັບສະພາບຂອງດິນ, ການກຽມດິນແລ້ວມາກ້າ ແກ່ນປະໄວ້ປະມານ 9-10 ວັນ ເພື່ອໃຫ້ຕົ້ນກ້າແຂງແຮງດີ. ຈາກນັ້ນ, ຍ້າຍເບັ້ຍໝາກແຕງລົງປູກແບບອະນຸບານ ເພື່ອໃຫ້ຮາກຕິດແລ້ວຈິ່ງຍ້າຍລົງປູກໃສ່ຖົງຢາງພະລາສະຕິກ, ປະໄວ້ປະມານ 25-30 ວັນ, ການຈັດແຖວປູກແມ່ນມີໄລຍະຫ່າງ 80-100 ຊັງຕີແມັດ, ໄລຍະຫ່າງລະຫວ່າງຂຸມປູກແມ່ນ 30-35 ຊັງຕີແມັດ, ພາຍຫຼັງຍ້າຍເບ້ຍໝາກແຕງລົງປູກໃສ່ໜານ ມີອາຍຸ 25-30 ວັນ ແລ້ວຈິ່ງມາປະສົມເກສອນເພື່ອໃຫ້ໄດ້ໝາກ ແລ້ວປະໄວ້ປະມານ 40-45 ວັນ ຈິ່ງສາມາດເກັບຜົນຜະລິດໄດ້.

ອັນໜຶ່ງກ່ອນຈະເກັບກ່ຽວຜົນຜະລິດໃຫ້ຫຼຸດຜ່ອນການຫົດນ້ຳໃຫ້ໜ້ອຍລົງ ເພື່ອເຮັດໃຫ້ຄວາມຫວານຂອງໝາກແຕງໄດ້ຢູ່ໃນເກນທີ່ເໝະສົມ, ນອກນັ້ນ, ຍັງໄດ້ວັດແທກທາດນ້ຳຕານຂອງໝາກແຕງ ແລະ ວັດແທກການເຕີບໂຕຂອງໜ່ວຍໝາກແຕງຖ້າຢູ່ໃນເກນເໝາະສົມແມ່ນປະມາມ 1-2 ກິໂລ ຈິ່ງໄດ້ລາຄາດີ ຖ້າເກີນ 3 ກິໂລຂຶ້ນໄປລາຄາແມ່ນບໍ່ໄດ້ດີ, ໝາກແຕງຫວານ ມີອາຍຸຄົບ 75 ວັນ ຈຶ່ງສາມາດເກັບກ່ຽວຜົນຜະລິດໄດ້.ສ່ວນການຂາຍຜົນຜະລິດແມ່ນສາມາດສົ່ງອອກຂາຍໄດ້ເດືອນລະ 2 ຄັ້ງ, ຊຶ່ງແຕ່ລະຄັ້ງແມ່ນສົ່ງຂາຍອອກ 800-1.000 ກິໂລ, ຂາຍລາຄາສະເລ່ຍກິໂລລະ 17.000 ກີບ, ສາມາດສ້າງລາຍຮັບຄອບຄົວໄດ້ 17.000.000 ກີບຕໍ່ເດືອນ, ສະເລ່ຍໃສ່ຫົວຄົນ 3.400.000 ຕໍ່ຄົນຕໍ່ເດືອນ, ສະເລ່ຍລາຍຮັບໝົດປີ 204.000.000 ກີບ/ປີ.

ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ, ຍັງມີຂໍ້ຫຍຸ້ງຍາກ ຈຳນວນໜຶ່ງຄື: ໝາກແຕງຫວານ ເປັນພືດທີ່ມີພູມຕ້ານທານຕໍ່າ, ອ່ອນແອ ແລະ ສາມາດຕິດເຊື້ອງ່າຍ, ຕ້ອງໄດ້ເອົາໃຈໃສ່ບົວລະບັດຮັກສາ ຢ່າງລະອຽດອ່ອນ, ພິຖີພິຖັນ; ໄດ້ນຳໃຊ້ທຶນຂ້ອນຂ້າງສູງສົມຄວນ ເພື່ອສ້າງໂຮງເຮືອນປູກ ແລະ ນຳໃຊ້ເຕັກນິກວິຊາການ, ປະສົບການຕົວຈິງເຂົ້າຊ່ວຍຈຶ່ງໄດ້ຮັບຜົນສຳເລັດ. ສຳລັບແຜນການໃນຕໍ່ໜ້າ ຄອບຄົວຈະສືບຕໍ່ປູກໝາກແຕງຫວານ ເພື່ອເປັນອາຊີບ ສ້າງລາຍຮັບໃຫ້ກັບຄອບຄົວໃຫ້ຫຼາຍຂຶ້ນ ແລະ ພອ້ມທີ່ຈະຖ່າຍທອດຄວາມຮູ້, ປະສົບການໃຫ້ ເພື່ອນຊາວສວນ ຜູ້ທີ່ສົນໃຈ ເພື່ອຂະຫຍາຍການປູກໝາກແຕງຫວານ ໃຫ້ໄດ້ຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments