ສະພາບໍລິຫານ ທຫລ ລົງເລິກວຽກງານຄຸ້ມຄອງມະຫາພາກເງິນຕາ…..

ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ I ປະຈໍາປີ 2020 ໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 16 ພະຈິກນີ້, ທີ່ຫ້ອງປະຊຸມ ທຫລ ໂດຍໃຫ້ກຽດເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ປະທານສະພາບໍລິຫານ ທຫລ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ແມ່ນປະຕິບັດຕາມລະບອບການປະຊຸມຂອງສະພາບໍລິຫານ ທຫລ ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ທຫລ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018 ໂດຍໄດ້ຮັບຟັງການລາຍງານ ການເຄື່ອນໄຫວວຽກງານຂອງ ທຫລ ໄລຍະຜ່ານມາ ແລະ ທິດທາງແຜນການທ້າຍປີ 2020;

ສະຫຼຸບການປະຕິບັດແຜນເງິນຕາ ໃນໄລຍະ 10 ເດືອນປີ 2020, ທິດທາງແຜນການເຄື່ອນໄຫວຮອດທ້າຍປີ 2020 ແລະ ແຜນການປີ 2021; ບົດລາຍງານຜົນການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ, ຄາດຄະເນປະຕິບັດໝົດປີ ແລະ ການດັດແກ້ແຜນງົບປະມານປີ 2020 ຂອງ ທຫລ ແລະ ວຽກງານອື່ນໆທີ່ຕິດພັນ;

ພ້ອມກັນນັ້ນ, ບັນດາກໍາມະການສະພາບໍລິຫານ ທຫລ ຍັງໄດ້ມີການຄົ້ນຄ້ວາ ແລະ ປະກອບຄໍາເຫັນ ລົງເລິກວຽກງານຄຸ້ມຄອງມະຫາພາກເງິນຕາ ໂດຍສະເພາະແມ່ນການກຳນົດຄາດໝາຍແຜນເງິນຕາ; ການຄຸ້ມຄອງປະລິມານເງິນ; ການຄຸ້ມຄອງຮ້ານແລກປ່ຽນເງິນຕາ ແລະ ການປັບປຸງທະນາຄານທຸລະກິດລັດເຫຼົ່ານີ້ເປັນຕົ້ນ, ທັງນີ້ ກໍເພື່ອເຮັດໃຫ້ແຜນດຳເນີນງານໃນຕໍ່ໜ້າບັນລຸຜົນດີກ່ວາເກົ່າ.

ເສດຖະກິດ-ສັງຄົມ

ທ່ານຜູ້ວ່າການ ທຫລ, ປະທານສະພາບໍລິຫານ ທຫລ ໄດ້ເນັ້ນວ່າ: ໃນປີ 2020 ຕ້ອງສຸມໃສ່ຈັດຕັ້ງ ປະຕິບັດມາດຕະການຄວບຄຸມ ແລະ ນະໂຍບາຍຕ່າງໆ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງ ພະຍາດ COVID-19. ພ້ອມທັງ ສືບຕໍ່ເອົາໃຈໃສ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຕາມຄາດໝາຍ ໂຕເລກມະຫາພາກເງິນຕາ ທີ່ທາງສະພາແຫ່ງຊາດ ໄດ້ຮັບຮອງ ເປັນຕົ້ນການຄຸ້ມຄອງອັດຕາແລກປ່ຽນຕາມຂອບທີ່ກຳນົດໄວ້; ຄວບຄຸມປະລິມານເງິນ M2; ລະດັບຄັງສຳຮອງເງິນຕາຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນຂອງທະນາຄານທຸລະກິດ ແລະ ຄຸ້ມຄອງສະຖາບັນການເງິນ, ປັບປຸງລະບົບທະນາຄານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຊຸກຍູ້ທະນາຄານທຸລະກິດສະໜອງທຶນ ເພື່ອສົ່ງເສີມ SME ແລະ ທຫລ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານ ຕາມແຜນທີ່ສະພາບໍລິຫານ ທຫລ ຮັບຮອງ ແລະ ພ້ອມທັງຈັດຕັ້ງປະຕິບັດການເຄື່ອນໄຫວ ຂອງວຽກງານ ທຫລ ໃຫ້ໄດ້ຮັບຜົນເປັນຢ່າງດີ.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments