ຖວທ ທາບທາມບຸກຄະລາກອນຮອບ III ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່….

ໃນວັນທີ 18 ພະຈິກ 2020 ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ III

ເພື່ອກະກຽມດ້ານຕ່າງໆໃຫ້ແກ່ກອງປະຊູມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ໂດຍການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະ ມົນຕີກະຊວງ ຖວທ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ພ້ອມດ້ວຍສະມາຊິກພັກທີ່ເປັນຜູ້ແທນສົມບູນກອງປະຊຸມໃຫຍ່ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ເພື່ອເປັນການສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໂດຍແມ່ນການກ້າວເຂົ້າສູ່ການທາບທາມຮອບທີ III ກ່ຽວກັບບຸກຄະລາກອນ ທີ່ຈະລົງສະໝັກເຂົ້າເປັນຄະນະພັກກະ ຊວງຊຸດໃໝ່; ສະນັ້ນ ພວກເຮົາຈະມີການປະກອບຄໍາຄິດຄໍາເຫັນ ເຂົ້າໃສ່ຮ່າງປັບປຸງລາຍງານການເມືອງເປັນເອກະສານສໍາຄັນຂອງກອງປະຊຸມໃຫຍ່ ແລະ ຮ່າງປັບປຸງບົດສໍາຫລວດການນໍາພາລວມຂອງ ຄະນະບໍລິຫານງານພັກກະຊວງ ຕະຫລອດໄລຍະ 5 ປີຜ່ານມາ, ພ້ອມທັງດໍາເນີນການປ່ອນບັດທາບທາມບຸກຄະລາກອນຮອບທີ III ໃນການກໍານົດເອົາຈໍານວນລາຍຊື່ ບຸກຄະລາກອນເປັນຮອບສຸດທ້າຍ ເພື່ອກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກຊຸດໃໝ່.

ສະຫາຍ ເລຂາທິການສູນກາງພັກ ຍັງຮຽກຮ້ອງໃຫ້ບັນດາສະຫາຍຜູ້ແທນຈະເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຍົກສູງສະຕິປັນຍາປະກອບຄໍາຄິດ ຄໍາເຫັນຢ່າງກົງໄປກົງມາເຂົ້າໃນການຄົ້ນຄ້ວາ, ເຊື່ອມຊຶມໃຫ້ມີຄວາມໜັກແໜ້ນ ແລະ ມີຄວາມເປັນເອກະພາບ ເພື່ອກ້າວເຂົ້າສູ່ການເປີດກອງປະຊຸມໃຫຍ່ ຄັ້ງທີ V.ຈາກນັ້ນ, ສະຫາຍ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ຜ່ານຮ່າງປັບປຸງບົດລາຍງານການເມືອງຂອງກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ແລະ ສະຫາຍ ບົວເງິນ ຊາພູວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ຖວທ ກໍໄດ້ຂຶ້ນຜ່ານຮ່າງປັບປຸງບົດສຳຫລວດການນຳພາລວມຂອງ ຄະນະບໍລິຫານງານພັກກະຊວງ ໃນດ້ານຕ່າງໆໃຫ້ມີຄວາມສົມບູນ.

ແຫຼ່ງຂໍ້ມູນ: ຂປລ

Comments