“ໜຶ່ງແລວ ໜຶ່ງເສັ້ນທາງ” ເປີດການຮ່ວມສຳພາດຂອງສື່ມວນຊົນລາວ-ຈີນ ກ່ຽວກັບໂຄງການຮ່ວມມື…..

ກອງປະຊຸມພົບປະທາງໄກລະຫວ່າງຄະນະໂຄສະນາອົບ​ຮົມສູນກາງພັກ ລາວ-ຈີນ ແລະ ພິທີເປີດການ ຮ່ວມສຳ​ພາດຂອງສື່ມວນຊົນລາວ-ຈີນ ກ່ຽວກັບໂຄງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ຈັດຂຶ້ນໃນຕອນເຊົ້າມື້ນີ້, ທີ່ນະຄອນຫລວງວຽງຈັນ ເພື່ອສ້າງຄວາມເຂົ້າໃຈ ແລະເປັນການເປີດໂອກາດໃຫ້ແກ່ສື່ມວນຊົນລາວ-ຈີນ ໄດ້ປະຕິບັດໜ້າທີ່ສື່ມວນຊົນຮ່ວມກັນຢ່າງໃກ້ຊິດ ໃນການນຳສະເໜີຂໍ້ມູນຂ່າວສານຜົນສຳເລັດ ກໍຄືຜົນປະໂຫຍດຕົວຈິງຮ່ວມກັນ ໃນການປະຕິບັດໂຄງການຮ່ວມມືລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ”.

ທ່ານ ຄໍາພັນ ພົມມະທັດ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຊີ້ໃຫ້ເຫັນວ່າ: ການພົວພັນຮ່ວມມືສອງຝ່າຍ ລາວ-ຈີນ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດນັບມື້ນັບຫລາຍຂຶ້ນ, ສະແດງອອກຜ່ານການຮ່ວມມືທີ່ເປັນຮູບປະທຳຕົວຈິງ ໃນການປະສານສົມທົບລະຫວ່າງຍຸດທະສາດ “ການຫັນປະ ເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດເຊື່ອມໂຍງ”ຂອງລາວ ກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງຈີນ,

ເຊິ່ງໃນກອບການຮ່ວມມືນີ້ ສອງຝ່າຍໄດ້ມີການຮ່ວມມືລົງທຶນກໍ່ສ້າງຫລາຍໂຄງການທີ່ສໍາຄັນ ເປັນຕົ້ນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງເສັ້ນທາງດ່ວນວຽງ​ຈັນ-ວັງວຽງ, ເຂດພັດທະນາເສດຖະກິດກວມລວມໄຊເສດຖາ ແລະ ໂຄງການອື່ນໆ ພວມມີຜົນຄືບໜ້າ.

ຜ່ານການສໍາພາດ ແລະ ລາຍງານຄວາມຄືບໜ້າຂອງການຮ່ວມມືໃນຂົງເຂດຕ່າງໆຂອງສອງຝ່າຍຢູ່ລາວ ຂອງສື່ມວນຊົນສອງປະເທດ ຍິ່ງຈະຊ່ວຍເຮັດໃຫ້ປະຊາຊົນສອງຊາດ ລາວ-ຈີນ ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວັດຖຸປະສົງ ແລະ ໝາກຜົນຕົວຈິງຂອງການຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ໄດ້ດີຍີ່ງຂື້ນ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຍົກໃຫ້ເຫັນຕື່ມວ່າ: ໃນໄລຍະຜ່ານມາສື່ມວນຊົນ ລາວ-ຈີນ ໄດ້ພ້ອມກັນໂຄສະນາເຜີຍແຜ່ບັນຍາກາດແຫ່ງການເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຕາມກົນໄກການຮ່ວມມືດ້ານຕ່າງໆໄດ້ເປັນຢ່າງດີ.

ປີນີ້ສື່ມວນຊົນລາວ-ຈີນ ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ19 ຢ່າງທັນການ ເຮັດໃຫ້ປະຊາຊົນໃນປະເທດຂອງຕົນເຂົ້າຮ່ວມໃນຂະບວນການດັ່ງກ່າວຢ່າງເປັນເຈົ້າການ.

ເຖິງວ່າມີການລະບາດຂອງພະຍາດໂຄວິດ19, ແຕ່ການສ້າງເສັ້ນທາງລົດໄຟ ລາວ-ຈີນ, ທາງດ່ວນ ວຽງຈັນ-ວັງວຽງ, ເຂື່ອນໄຟຟ້າແບບຂັ້ນໄດ ຕາມລໍາແມ່ນໍ້າອູ, ເຂດພັດທະນາກວມລວມໄຊເສດຖານະຄອນຫລວງວຽງຈັນ ແລະໂຄງ ການອື່ນໆ ໄດ້ມີຄວາມ ຄືບໜ້າ, ສະເພາະໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ຄາດວ່າຈະສໍາເລັດຕາມລະດັບຄາດໝາຍ-ເປີດນໍາໃຊ້ຢ່າງເປັນທາງການໂອກາດສະຫລອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ຊື່ງສະທ້ອນໃຫ້ເຫັນຜົນສໍາເລັດສ່ວນໜຶ່ງການພັດທະນາ ພາຍໃຕ້ແນວຄິດລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຊຶ່ງສື່ມວນຊົນລາວ-ຈີນ ລ້ວນແຕ່ໄດ້ພ້ອມກັນເຜີຍແຜ່ຂໍ້ມູນຂ່າວສານເຫລົ່ານີ້ ໃຫ້ປະຊາຊົນສອງປະເທດຮັບຮູ້ ໄດ້ເປັນຢ່າງດີ.

ແຫຼ່ງຂໍ້ມູນ: ວສລ

Comments