ລາວ- UNICEF ສືບຕໍ່ຮ່ວມມື ຫຼາຍວຽກງານທີ່ສຳຄັນ…..

ໃນຕອນເຊົ້າວັນທີ 18 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານນາງ ເພຍ ບຣິດໂຕ (Pia Britto) ຜູ້ຕາງໜ້າຂອງອົງການ ອຸຍນີເຊບ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງທ່ານນາງ ເພຍ ບຣິດໂຕ ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເປັນຕົ້ນ ບັນດາໜ້າວຽກບູລິມະສິດຕິດພັນກັບການສົ່ງເສີມ ແລະ ປົກປ້ອງເດັກນ້ອຍ ກໍຄືການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ.

ພ້ອມນີ້ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ກ່າວເຖິງ ວຽກງານທີ່ສຳຄັນ ຂອງການຮ່ວມມື ໃນອະນາຄົດ ເຊັ່ນ: ວຽກຮັກສາສຸຂະພາບ, ໂພຊະນາການ, ສັກຢາກັນພະຍາດ, ສຸຂະອະນາໄມ, ການສຶກສາຂອງເດັກ ກ່ອນໄວຮຽນ, ການປົກປ້ອງເດັກ ແລະ ການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ 19. ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍຈະໄດ້ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດແຜນ ການຮ່ວມມືລະຫວ່າງ ອົງການ UNICEF ແລະ ລັດຖະບານ ສປປ ລາວ ສົກປີ 2017-2021 ເຊິ່ງກວມເອົາ 5 ຂົງເຂດເປົ້າໝາຍຄື: ວຽກງານສາທາລະນະສຸກ ແລະ ໂພຊະນາການ; ນ້ຳສະອາດ ແລະ ວຽກງານສຸຂະອະນາໄມ; ການປ່ຽນແປງຂອງດິນຟ້າອາກາດ; ການສຶກສາ; ການປົກປ້ອງເດັກ ແລະ ວຽກງານອື່ນໆທີ່ປິ່ນອ້ອມ ໂດຍຖືສຳຄັນການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ແລະ ການພັດທະນາ ຄົນລາວ ຮຸ່ນ ປີ 2030 Lao Generation 2030.

ແຜນການຮ່ວມມືດັ່ງກ່າວ ແມ່ນມີຄວາມສຳຄັນ ໃນການປະກອບສ່ວນຊ່ວຍສະໜັບສະໜູນ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ກໍຄື ການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແຕ່ນີ້ຮອດປີ 2030.ໃນໂອກາດດຽວກັນ, ທ່ານນາງ ເພຍ ບຣິດໂຕ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ສອນໄຊ ສີພັນດອນ ແລະ ຢືນຢັນວ່າ ອົງການ UNICEF ຈະສືບຕໍ່ໃຫ້ການຮ່ວມມືຢ່າງເຕັມສ່ວນ ກັບລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ສອງຝ່າຍໃຫ້ໄດ້ຮັບໝາກຜົນສູງສຸດໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ຂປລ

Comments