News

ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ…………….

ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ ໃນວັນຕອນເຊົ້າຂອງວັນທີ 10 ທັນວາ 2020 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ການນໍາພາ ເຂັ້ມແຂງ, ການຄຸ້ມຄອງສັກສິດ, ຂ່າວສານທັນສະໄໝ, ວັດທະນະທໍາສີວິໄລ, ທ່ອງທ່ຽວຍືນຍົງ” ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຖວທ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ພ້ອມດ້ວຍຮອງເລຂາ ແລະ ກໍາມະການໃນຄະນະພັກກະຊວງ ຖວທ, ພະນັກງານອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈຳນວນ 204 ສະຫາຍ, ຍິງ 63 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວກະຊວງ ຖວທ ຈຳນວນ 849 ສະຫາຍ, ຍິງ 307 ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ. ກອງປະຊຸມໃຫຍ່ຄັ້ງນີ້ ...

Read More »

ການພັດທະນາເສດຖະກິດ ຂອງອັດຕະປື ຂະຫຍາຍຕົວສະເລ່ຍບໍ່ຫຼຸດ 7%…………

ເຖິງວ່າການພັດທະນາເສດຖະກິດ – ສັງຄົມ ຂອງແຂວງອັດຕະປື ໃນໄລຍະ 5 ປີ 2016 – 2020 ຈະໄດ້ຮັບຜົນກະທົບຫຼາຍດ້ານ ແຕ່ຍ້ອນການເອົາໃຈໃສ່ຂອງຄະນະນຳແຂວງ ແລະ ຂະແໜງການກ່ຽວຂ້ອງ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວສະເລ່ຍບໍ່ຫຼຸດ 7% ຕໍ່ປີ, ແຕ່ຍ້ອນມີຫຼາຍປັດໄຈທີ່ເຮັດໃຫ້ໃນໄລຍະ 2-3 ປີຫຼັງ ບັນດາທີ່ເປັນຂະແໜງການເສົາຄໍ້າຫຼັກມີການເຕີບໂຕຫຼຸດຄາດໝາຍທີ່ກຳນົດໄວ້. ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ແຂວງອັດຕະປື ໄດ້ກ່າວວ່າ: ໃນໄລຍະ 5 ປີຜ່ານມາ ເສດຖະກິດຂອງແຂວງອັດຕະປື ( GDP ) ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາສະເລ່ຍ 7,5% ຕໍ່ປີ ຫຼຸດແຜນ 0,5% ຍ້ອນໄດ້ຮັບຜົນກະທົບ 2-3 ປີຕິດຕໍ່ກັນ ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 2.011 ໂດລາສະຫະລັດ ຫຼຸດແຜນ 889 ໂດລາສະຫະລັດ. ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ. ໃນນີ້, ຂະແໜງກະສິກໍາ ກວມເອົາ 23,39% ຫຼຸດແຜນ ...

Read More »

ສ​ທ​ຄ ​ເລັ່ງ​​ສ້າງນັກ​ວິ​ຊາ​ຊີບ​ການ​ເງິນ ຈຸ​ລະ​ພາກ ຍຸກ 4.0……

ສະ​ຖາ​ບັນ​ການ​ທະ​ນາ​ຄານ (ສ​ທ​ຄ) ເປັນ​ສະ​ຖາ​ບັນ​ການ​ສຶກ​ສາ​​ຂັ້ນ​ສູງຂອງ​ຊາດທີ່​ຂຶ້ນ​ກັບ​ທະ​ນາ​ຄານ​ແຫ່ງ ສ​ປ​ປລາວ(ທ​ຫລ) ຊຶ່ງ​ມີ​ວິ​​ໄສ​ທັດ ພັດ​ທະ​ນາ​ການ​ສຶກ​ສາ ​ທີ່​ມີ​ຄຸນ​ນະ​ພາບ​ທາງ​ດ້ານ​ການ​ເງິນ-ການ​ທະ​ນາ​ຄານ ເພື່ອໃຫ້ສາ​ມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາ​ກົນ; ມີ​ພາ​ລະ​ກິດ ນຳ​ໃຊ້​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ແລະ ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ ເພື່ອ​ສ້າງ ແລະ ຍົກ​ລະ​ດັບ​ບຸກ​ຄະ​ລາ​ກອນ​ດ້ານ​ການ​ເງິນ- ການ​ທະ​ນາ​ຄານໃຫ້​ມີ​ຄຸນ​ນະ​ພາບ​ ພ້ອມນີ້, ຍັງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ໃນ​ການ​ພັດ​ທະ​ນາ​ຄູ ແລະ ຫລັກ​ສູດ​ການ​ຮຽນ- ການ​ສອນໃຫ້​ມີ​ລັກ​ສະ​ນະ​ຊາດ, ລັກ​ສະ​ນະ​ວິ​ທະ​ຍາ​ສາດ (ກ້າວ​ໜ້າ​ທັນ​ສະ​ໄໝ) ແລະ ລັກ​ສະ​ນະ​ມະ​ຫາ​ຊົນ. ທ່ານ ປອ.ສັນ​ຕິ ພົນ​ເມືອງ​ລາວ ຫົວ​ໜ້າ ສ​ທ​ຄ ໄດ້​ກ່າວໃນເວທີສົນທະນາວຽກງານການ​ເງິນ​ຈຸ​ລະ​ພາກ ໃນທ້າຍ ເດືອນພະຈິກຜ່ານມາວ່າ: ສ​ທ​ຄ ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1979 ຊຶ່ງ​​ດຳ​ເນີນ​ການ​ຮຽນ-ການ​ສອນ ​ສາ​ຂາ​ການ​ທະ​ນາ​ຄານ, ການ​ເງິນ, ການ​ບັນ​ຊີ, ການ​ເງິນ​ຈຸ​ລະ​ພາກ ແລະ ສາ​ຂາ​ການ​ບັນ​ຊີ ແລະ ກວດ​ສອບ ໂດຍ​ມີ​ຄູ-ອາ​ຈານ ​ທີ່​ມີ​ຄວາມ​ຮູ້-ຄວາມ​ສາ​ມາດ​ໃນ​ລະ​ດັບ​ທີ່​ແນ່ນອນ; ມີ​ນັກ​ສຶກ​ສາ​ລະ​ດັບ​ຊັ້ນ​ສູງ ແລະ ປະ​ລິນ​ຍາ​ຕີໃນ​ແຕ່​ລະ​ປີ​ປະ​ມານ 3.700 ຄົນ ສາ​ມາດ​​ອອກ​ຮັບ​ໃຊ້​ສັງ​ຄົມ​ປະ​ມານ 1.200 ຄົນ; ສຳ​ລັບ​ຜົນ​ການ​ເຄື່ອນ​ໄຫວ ແລະ ແຜນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ...

Read More »

ທົດລອງສົ່ງກະແສໄຟຟ້າ ແສງຕາເວັນເຂົ້າສູ່ລະບົບຂອງໄຟຟ້າລາວ……..

ໃນອາທິດຜ່ານມາ ໄດ້ມີການທົດລອງ ສົ່ງກະແສໄຟຟ້າຈາກໂຄງການພະລັງງານໄຟຟ້າແສງຕາເວັນ ບ້ານອຸ້ມໜາມຄອງ 1 ແລະ ອຸ້ມໜາມຄອງ 3 ເມືອງ ສອງຄອນ ແຂວງສະຫວັນນະເຂດ ມີກໍາລັງຕິດຕັ້ງ 10 ເມກາວັດ ເຂົ້າລະບົບສາຍສົ່ງໄຟຟ້າ ລັດວິສາຫະກິດໄຟຟ້າລາວ ໂດຍມີ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ເຄນຄຳ ສີລາຊາ ປະທານກຸ່ມບໍລິສັດຄູນໄຊພັດທະນາກໍ່ສ້າງ ທັງເປັນຜູ້ອຳນວຍການບໍລິສັດລາວພັດທະນາກຣີນເອັນເຈີເນຣິງຈຳກັດ, ທ່ານ ບຸນລ້ວນ ລີໄຊຍະລາດ ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງສະຫວັນນະເຂດ, ທ່ານ ລັດຕະນະໄຊ ອຸ່ນສີລິ ຮອງຫົວໜ້າ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນ ອຸ້ມໜາມຄອງ1 ແລະ ອຸ້ມໜາມຄອງ3 ເປັນການລົງທືນຂອງບໍລິສັດເອກະຊົນ ເພື່ອພັດທະນາພະລັງງານທາງເລືອກ ແລະ ເປັນພະລັງງານທີ່ສະອາດ ໃນການສະໜອງພະລັງງານໃຫ້ກັບ ເສດຖະກິດ-ສັງຄົມ ແຂວງສະຫວັນນະເຂດ. ແຫຼ່ງຂໍ້ມູນ: EDL

Read More »

ປະກອບຄຳເຫັນ ໃສ່ຮ່າງຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ……………….

ກອງປະຊຸມທາບທາມເປີດກວ້າງປະກອບຄຳເຫັນ ໃສ່ຮ່າງຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ເພື່ອຜັນຂະຫຍາຍ ແລະ ອະທິບາຍດ້ານຫຼັກການ, ວິທີການກ່ຽວກັບການຄິດໄລ່, ການເກັບ, ການຫັກ, ການສົ່ງຄືນ, ການແຈ້ງ ແລະ ການມອບອາກອນມູນຄ່າເພີ່ມໃຫ້ທຸກຄົນເຂົ້າໃຈ ແລະ ປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ, ຊຶ່ງໃຫ້ການສະໜັບສະໜູນ ໂດຍໂຄງການປັງປຸງການຄຸ້ມຄອງການເງິນແຫ່ງລັດ (PFMRP, EU-WB) ຈາກສະຫະພາບເອີຣົບຜ່ານທະນາຄານໂລກ. ໃນວັນທີ 4 ທັນວາ 2020 ຜ່ານມາ, ທີ່ຫ້ອງປະຊຸມກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ມີກອງປະຊຸມທາບທາມເປີດກວ້າງປະກອບຄຳເຫັນໃສ່ຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າອາກອນມູນຄ່າເພີ່ມ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ມີຂະແໜງການທີ່ກ່ຽວຂ້ອງ, ພ້ອມດ້ວຍສ່ວຍສາອາກອນຂັ້ນແຂວງ ແລະ ບັນດາພະນັກງານສ່ວຍສາອາກອນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ (2016-2020) ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ລັດຖະບານໄດ້ມີທິດຊີ້ນໍາໃຫ້ກະຊວງການເງິນຮີບຮ້ອນປັບປຸງລະບົບການຄຸ້ມຄອງການເງິນໃຫ້ມີປະສິດທິພາບ, ປະສິດທິຜົນ, ແນໃສ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມລະບຽບກົດໝາຍ ເຊິ່ງໃນນີ້, ໄດ້ເນັ້ນໜັກໃຫ້ຫັນການຄຸ້ມຄອງລະບົບການເງິນເປັນທັນສະໄໝ ແລະ ປັບປຸງບັນດາກົດໝາຍ,  ນິ ຕິກຳລຸ່ມກົດໝາຍໃຫ້ມີຄວາມສົມບູນຄົບຖ້ວນ ແລະ ເປັນລະບົບຄົບຊຸດ,ຄຽງຄູ່ກັບການພັດທະນາລະບົບທັນສະໄໝເຂົ້າໃນການຄຸ້ມຄອງວຽກງານການເງິນແລ້ວ ກະຊວງການເງິນຍັງໄດ້ເອົາໃຈໃສ່ປັບປຸງບັນດາກົດໝາຍ, ນິຕິກໍາລຸ່ມກົດໝາຍດ້ວຍຄວາມເຄັ່ງຮ້ອນ, ມີຄວາມຮັບຜິດຊອບສູງ ແລະ ໃນບັນດາກົດໝາຍທີ່ໄດ້ຮັບການປັບປຸງ, ຂະແໜງ ສ່ວຍສາອາກອນ. ສ່ວຍສາອາກອນ ...

Read More »

ເປີດຊຸດຝຶກອົບຮົມ ໃຫ້ພະນັກງານຂະແໜງຊັບສິນຂອງລັດທົ່ວປະເທດ……..

ເພື່ອເປັນການບຳລຸງ ແລະ ສ້າງເສີມສ້າງທັກສະດ້ານວິຊາສະເພາະໃຫ້ແກ່ພະນັກງານຂະແໜງຄຸ້ມຄອງຊັບສິນຂອງລັດໃນຂອບເຂດທົ່ວປະເທດ,ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃນການຄຸ້ມຄອງ, ກວດກາຕິດຕາມ, ຊຸກຍູ້ ແລະ ຄຸ້ມຄອງຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນເວລາ. ໃນວັນທີ 7 ທັນວາ 2020 ຜ່ານມານີ້,ທີ່ສະຖາບັນເສດຖະກິດ-ການເງິນ ນະຄອນຫຼວງວຽງຈັນ, ໄດ້ເປີດຊຸດຝຶກອົບຮົມວຽກງານຄຸ້ມຄອງຊັບສິນຂອງລັດໃຫ້ພະນັກງານຂະແໜງຄຸ້ມຄອງຊັບສິນຂອງລັດທົ່ວປະເທດປະຈຳປີ 2020 ໂດຍການເປັນເປັນປະທານຂອງທ່ານ ພູດົງ ສຸຂະວົງ ຮັກສາການຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ, ມີທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຄະນະກົມຄຸ້ມຄອງຊັບສິນຂອງລັດ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວ,ທ່ານ ອຸໄທ ອິນທິລາດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 3042/ກງ, ລົງວັນທີ 13 ພະຈິກ 2020 ວ່າດ້ວຍການອະນຸມັດເປີດຊຸດຝຶກອົບຮົມ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ຂະແໜງຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ປະຈຳປີ 2020, ຂໍ້ຕົກລົງ ສະບັບເລກທີ 2908/ຄຊລ, ລົງວັນທີ 17 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງພະນັກງານ-ລັດຖະກອນ ຂະແໜງຄຸ້ມຄອງຊັບສິນຂອງລັດ ເຂົ້າຮ່ວມຊຸດຝຶກອົບຮົມ ວຽກງານຄຸ້ມຄອງຊັບສິນຂອງລັດ ປະຈຳປີ 2020. ສຳລັບຊຸດຝຶກອົບຮົມຄັ້ງນີ້, ມີພະນັກງານ-ລັດຖະກອນຂະແໜງຊັບສິນຂອງລັດ, ພະນັກງານຊັບສິນຂັ້ນທ້ອງຖິ່ນທົ່ວປະເທດທີ່ຂຶ້ນກັບກະຊວງການເງິນເຂົ້າຮ່ວມທັງໝົດ 105 ...

Read More »

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 9……..

ໃນຕອນເຊົ້າຂອງວັນທີ 9 ທັນວາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ(ACMECS) ຄັ້ງທີ 9 ຜ່ານຮູບແບບວີດີໂອທາງໄກ. ພາຍໃຕ້ຄຳຂວັນ “ຄູ່ຮ່ວມມື ເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ” ໂດຍການເປັນປະທານ ຂອງສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອາ ນາຈັກ ກໍາປູເຈຍ ໂດຍມີປະມຸກລັດ ແລະ ຫົວໜ້າລັດຖະບານ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກຄື: ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມສຸດຍອດ ຄັ້ງນີ້ ໄດ້ທົບທວນຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍ ໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ຜ່ານມາ ກໍຄືການຈັດຕັ້ງປະຕິບັດຖະແຫລງການບາງກອກ ແລະ ແຜນແມ່ບົດ ACMECS(2019-2023) ໂດຍສະເພາະການກະກຽມສ້າງຕັ້ງກອງທຶນພັດທະນາແອັກແມັກ, ...

Read More »

ການຮ່ວມມືເຂດສາມຫຼ່ຽມພັດທະນາ ນັບມື້ນັບ ເຕີບໃຫຍ່ຂະຫຍາຍຕົວ………..

ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ(CLV) ຄັ້ງທີ 11 ຜ່ານຮູບແບບວິດີໂອທາງໄກ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານ ເຂົ້າຮ່ວມມີທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ສາທາລະນະລັັດ ສັງຄົມນິຍົມ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ ທັງສາມປະເທດ. ກອງປະຊຸມ ໄດ້ທົບທວນຄືນໝາກຜົນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ຄັ້ງທີ 10, ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV, ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາວ່າດ້ວຍ ການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ. ພ້ອມກັນນັ້ນ ກໍໄດ້ຕີລາຄາ ການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ບົນພື້ນຖານສາຍພົວພັນມິດຕະພາບ, ຄວາມສາມັກຄີ, ເພື່ອນບ້ານໃກ້ຄຽງທີ່ດີ, ມີຄວາມເຂົ້າອົກເຂົ້າໃຈກັນ, ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ມີການຮ່ວມມືຮອບດ້ານທີ່ມີມາຍາວນານ ...

Read More »

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ………..

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ສະໄໝທີ X ຈັດຂຶ້ນຕອນເຊົ້າວັນທີ 9 ທັນວາ 2020 ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ ແລະຄະນະປະຈໍາສູນກາງແນວລາວສ້າງຊາດ, ກໍາມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ເຊິ່ງເປັນຄັ້ງສຸດທ້າຍໃນສະໄໝທີ X , ໄດ້ທົບທວນຄືນການເຄື່ອນໄຫວ, ຈັດຕັ້ງປະຕິບັດວຽກງານຂອງຄະນະປະຈໍາສູນກາງ ແນວລາວສ້າງຊາດ , ແຕ່ປີ 2019 ເຖິງປະຈຸບັນ ແລະກໍານົດທິດທາງຄາດໝາຍສູ້ຊົນ ຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ສໍາລັບປີ 2021 ແລະວຽກງານປິ່ນອ້ອມຈໍານວນໜຶ່ງ ໂດຍຜູ້ແທນກອງປະຊຸມຈະໄດ້ປຶກສາຫາລື ແລະ ຜ່ານເນື້ອໃນສໍາຄັນ ຂອງບົດລາຍງານການເຄື່ອນໄຫວວຽກງານຂອງຄະນະປະຈໍາໃນໄລຍະ 1ປີຜ່ານມາ, ທິດທາງແຜນການໃນປີຕໍ່ໜ້າ, ໂອກາດນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງລາຍງານການເມືອງ ຂອງຄະນະກໍາມະການແນວລາວສ້າງຊາດສະໄໝທີ X ຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ...

Read More »

ປູກຈິດສໍານຶກ ຕໍ່ປະຕິເສດການຊື້-ຂາຍ ຜະລິດຕະພັນສັດປ່າ ທີ່ຜິດກົດໝາຍ……….

ເພື່ອປູກຈິດສໍານຶກ ໃຫ້ແກ່ນັກທ່ອງທ່ຽວປະຕິເສດການຊື້-ຂາຍຜະ ລິດຕະພັນສັດປ່າ ທີ່ຜິດກົດໝາຍ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາໄກ້ນໍາທ່ຽວ ແລະ ບັນດາບໍລິສັດຈີນ ທີ່ມາລົງທຶນຢູ່ ສປປ ລາວ. ດັ່ງນັ້ນ ທາງມະຫາວິທະຍາໄລ ສຸພານຸວົງ, ຄະນະເສດຖະສາດ ແລະ ການທ່ອງທ່ຽວ ຮ່ວມກັບກົມກວດກາປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາ ສປປ ລາວ ຈຶ່ງໄດ້ຈັດ ກອງປະຊຸມຝຶກອົບຮົມການທ່ອງທ່ຽວ ແລະ ການລົງທຶນແບບຢືນຍົງ ຫຼຸດຜ່ອນການຊື້-ຂາຍຜະລິດຕະພັນສັດປ່າ ທີ່ຜິດກົດໝາຍຂຶ້ນ ໃນວັນທີ 9 ທັນວາ 2020 ທີຫ້ອງປະຊຸມໃຫ່ຍ ມະຫາ ວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ. ທ່ານ ຮອງສາດສະດາຈານ ປທ ວິໄຊ ຈັນສະຫວ່າງ ອະທິການບໍດີມະຫາວິທະຍາໄລສຸພານຸວົງ ກ່າວວ່າ: ຈຸດປະສົງຂອງການຝຶກອົບຮົມ ໃຫ້ບັນດາໄກ້ນໍາທ່ຽວ ແລະ ບັນດາບໍລິສັດຈີນ ທີ່ມາລົງທຶນຢູ່ ສປປລາວ ຄັ້ງນີ້ ແມ່ນເນັ້ນໃຫ້ຄວາມຮູ້ໃນການປະຕິເສດຜະລິດຕະພັນສັດປ່າ ທີ່ຜິດກົດໝາຍໃນລະຫວ່າງການພາ ຫລື ແນະນຳນັກທ່ອງທ່ຽວ ໂດຍສະເພາະແມ່ນນັກທ່ອງທ່ຽວທີ່ມາຈາກ ສປ ຈີນ, ...

Read More »