ທົດລອງສົ່ງກະແສໄຟຟ້າ ແສງຕາເວັນເຂົ້າສູ່ລະບົບຂອງໄຟຟ້າລາວ……..

ໃນອາທິດຜ່ານມາ ໄດ້ມີການທົດລອງ ສົ່ງກະແສໄຟຟ້າຈາກໂຄງການພະລັງງານໄຟຟ້າແສງຕາເວັນ ບ້ານອຸ້ມໜາມຄອງ 1 ແລະ ອຸ້ມໜາມຄອງ 3 ເມືອງ ສອງຄອນ ແຂວງສະຫວັນນະເຂດ ມີກໍາລັງຕິດຕັ້ງ 10 ເມກາວັດ ເຂົ້າລະບົບສາຍສົ່ງໄຟຟ້າ ລັດວິສາຫະກິດໄຟຟ້າລາວ

ໂດຍມີ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ເຄນຄຳ ສີລາຊາ ປະທານກຸ່ມບໍລິສັດຄູນໄຊພັດທະນາກໍ່ສ້າງ ທັງເປັນຜູ້ອຳນວຍການບໍລິສັດລາວພັດທະນາກຣີນເອັນເຈີເນຣິງຈຳກັດ,

ທ່ານ ບຸນລ້ວນ ລີໄຊຍະລາດ ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງສະຫວັນນະເຂດ, ທ່ານ ລັດຕະນະໄຊ ອຸ່ນສີລິ ຮອງຫົວໜ້າ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນ ອຸ້ມໜາມຄອງ1 ແລະ ອຸ້ມໜາມຄອງ3 ເປັນການລົງທືນຂອງບໍລິສັດເອກະຊົນ ເພື່ອພັດທະນາພະລັງງານທາງເລືອກ ແລະ ເປັນພະລັງງານທີ່ສະອາດ ໃນການສະໜອງພະລັງງານໃຫ້ກັບ ເສດຖະກິດ-ສັງຄົມ ແຂວງສະຫວັນນະເຂດ.

ແຫຼ່ງຂໍ້ມູນ: EDL

Comments