ປະກອບຄຳເຫັນ ໃສ່ຮ່າງຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ……………….

ກອງປະຊຸມທາບທາມເປີດກວ້າງປະກອບຄຳເຫັນ ໃສ່ຮ່າງຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ເພື່ອຜັນຂະຫຍາຍ ແລະ ອະທິບາຍດ້ານຫຼັກການ, ວິທີການກ່ຽວກັບການຄິດໄລ່, ການເກັບ, ການຫັກ, ການສົ່ງຄືນ, ການແຈ້ງ ແລະ ການມອບອາກອນມູນຄ່າເພີ່ມໃຫ້ທຸກຄົນເຂົ້າໃຈ ແລະ ປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ, ຊຶ່ງໃຫ້ການສະໜັບສະໜູນ ໂດຍໂຄງການປັງປຸງການຄຸ້ມຄອງການເງິນແຫ່ງລັດ (PFMRP, EU-WB) ຈາກສະຫະພາບເອີຣົບຜ່ານທະນາຄານໂລກ.

ໃນວັນທີ 4 ທັນວາ 2020 ຜ່ານມາ, ທີ່ຫ້ອງປະຊຸມກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ມີກອງປະຊຸມທາບທາມເປີດກວ້າງປະກອບຄຳເຫັນໃສ່ຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າອາກອນມູນຄ່າເພີ່ມ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ມີຂະແໜງການທີ່ກ່ຽວຂ້ອງ, ພ້ອມດ້ວຍສ່ວຍສາອາກອນຂັ້ນແຂວງ ແລະ ບັນດາພະນັກງານສ່ວຍສາອາກອນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ (2016-2020) ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ລັດຖະບານໄດ້ມີທິດຊີ້ນໍາໃຫ້ກະຊວງການເງິນຮີບຮ້ອນປັບປຸງລະບົບການຄຸ້ມຄອງການເງິນໃຫ້ມີປະສິດທິພາບ, ປະສິດທິຜົນ, ແນໃສ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມລະບຽບກົດໝາຍ ເຊິ່ງໃນນີ້, ໄດ້ເນັ້ນໜັກໃຫ້ຫັນການຄຸ້ມຄອງລະບົບການເງິນເປັນທັນສະໄໝ ແລະ ປັບປຸງບັນດາກົດໝາຍ,  ນິ ຕິກຳລຸ່ມກົດໝາຍໃຫ້ມີຄວາມສົມບູນຄົບຖ້ວນ ແລະ ເປັນລະບົບຄົບຊຸດ,ຄຽງຄູ່ກັບການພັດທະນາລະບົບທັນສະໄໝເຂົ້າໃນການຄຸ້ມຄອງວຽກງານການເງິນແລ້ວ ກະຊວງການເງິນຍັງໄດ້ເອົາໃຈໃສ່ປັບປຸງບັນດາກົດໝາຍ, ນິຕິກໍາລຸ່ມກົດໝາຍດ້ວຍຄວາມເຄັ່ງຮ້ອນ, ມີຄວາມຮັບຜິດຊອບສູງ ແລະ ໃນບັນດາກົດໝາຍທີ່ໄດ້ຮັບການປັບປຸງ, ຂະແໜງ ສ່ວຍສາອາກອນ.

ສ່ວຍສາອາກອນ ເປັນຂະແໜງການຫຼັກໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດກໍໄດ້ສຳເລັດ 4 ກົດໝາຍໃນລະຫວ່າງປີ 2018-2019. ສະນັ້ນ, ເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍໄດ້ຢ່າງຖືກຕ້ອງ,  ເຂັ້ມງວດ ແລະ ໄດ້ຮັບໝາກຜົນອັນດີດັ່ງທີ່ກ່າວມາຂ້າງເທິງນີ້. ໄດ້ຄົ້ນຄວ້າສ້າງຮ່າງຄຳແນະນຳຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ຈຶ່ງໄດ້ຈັດກອງປະຊຸມທາບທາມເປີດກວ້າງຂຶ້ນເພື່ອລະດົມຫຼາຍໆຄຳຄິດເຫັນນຳໄປຄົ້ນຄວ້າປັບປຸງບົດແນະນຳຈັດຕັ້ງປະຕິບັດກົດໝາຍອາກອນມູນຄ່າເພີ່ມໃຫ້ມີເນື້ອໃນສົມບູນຄົບຖ້ວນຂຶ້ນກວ່າເກົ່າ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ, ເຂັ້ມງວດ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ໃນກອງປະຊຸມ, ທ່ານ ພົມມີ ນາມມະວົງ ຊ່ຽວຊານພາຍໃນ ໄດ້ຂຶ້ນຜ່ານຮ່າງຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ແມ່ນເພື່ອການຜັນຂະຫຍາຍ ແລະ ອະທິບາຍບັນດາຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການກ່ຽວກັບການເກັບ, ການຄິດໄລ່, ການຫັກ ແລະ ສົ່ງຄືນ, ການແຈ້ງ ແລະ ການມອບ, ການຄຸ້ມຄອງ ແລະ ການຕິດຕາມກວດກາ ອາກອນມູນຄ່າເພີ່ມຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018 ເພື່ອໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງປະຕິບັດທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກີດ, ທຳມາຫາກິນ ແລະ ດຳລົງຊີວິດທີ່ຊົມໃຊ້ສິນຄ້າ ແລະ ບໍລິການຢູ່ ສປປ ລາວ ລວມທັງເຈົ້າໜ້າທີ່ສ່ວຍສາອາກອນ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ຈັດຕັ້ງປະຕິບັດພາຍໃຕ້ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

ຮ່າງຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມປະກອບມີ 3 ພາກ, 7 ໝວດ ແລະ 31 ມາດຕາ, ພາກທີ 1 ບົດບັນຍັດທົ່ວໄປ ມີ 4 ມາດຕາ, ພາກທີ 2 ລະບົບພື້ນຖານຂອງອາກອນມູນຄ່າເພີ່ມ, ມີ 7 ໝວດ 128 ມາດຕາ ແລະ ພາກທີ 3 ບົດບັນຍັດສຸດທ້າຍ ມີ 3 ມາດຕາ.

ແ່ງຂໍ້ມູນ: ກະຊວງການເງິນ

Comments