ເປີດຊຸດຝຶກອົບຮົມ ໃຫ້ພະນັກງານຂະແໜງຊັບສິນຂອງລັດທົ່ວປະເທດ……..

ເພື່ອເປັນການບຳລຸງ ແລະ ສ້າງເສີມສ້າງທັກສະດ້ານວິຊາສະເພາະໃຫ້ແກ່ພະນັກງານຂະແໜງຄຸ້ມຄອງຊັບສິນຂອງລັດໃນຂອບເຂດທົ່ວປະເທດ,ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃນການຄຸ້ມຄອງ, ກວດກາຕິດຕາມ, ຊຸກຍູ້ ແລະ ຄຸ້ມຄອງຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນເວລາ.

ໃນວັນທີ 7 ທັນວາ 2020 ຜ່ານມານີ້,ທີ່ສະຖາບັນເສດຖະກິດ-ການເງິນ ນະຄອນຫຼວງວຽງຈັນ, ໄດ້ເປີດຊຸດຝຶກອົບຮົມວຽກງານຄຸ້ມຄອງຊັບສິນຂອງລັດໃຫ້ພະນັກງານຂະແໜງຄຸ້ມຄອງຊັບສິນຂອງລັດທົ່ວປະເທດປະຈຳປີ 2020 ໂດຍການເປັນເປັນປະທານຂອງທ່ານ ພູດົງ ສຸຂະວົງ ຮັກສາການຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ, ມີທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຄະນະກົມຄຸ້ມຄອງຊັບສິນຂອງລັດ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ,ທ່ານ ອຸໄທ ອິນທິລາດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 3042/ກງ, ລົງວັນທີ 13 ພະຈິກ 2020 ວ່າດ້ວຍການອະນຸມັດເປີດຊຸດຝຶກອົບຮົມ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ຂະແໜງຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ປະຈຳປີ 2020, ຂໍ້ຕົກລົງ ສະບັບເລກທີ 2908/ຄຊລ, ລົງວັນທີ 17 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງພະນັກງານ-ລັດຖະກອນ ຂະແໜງຄຸ້ມຄອງຊັບສິນຂອງລັດ ເຂົ້າຮ່ວມຊຸດຝຶກອົບຮົມ ວຽກງານຄຸ້ມຄອງຊັບສິນຂອງລັດ ປະຈຳປີ 2020.

ສຳລັບຊຸດຝຶກອົບຮົມຄັ້ງນີ້, ມີພະນັກງານ-ລັດຖະກອນຂະແໜງຊັບສິນຂອງລັດ, ພະນັກງານຊັບສິນຂັ້ນທ້ອງຖິ່ນທົ່ວປະເທດທີ່ຂຶ້ນກັບກະຊວງການເງິນເຂົ້າຮ່ວມທັງໝົດ 105 ທ່ານ, ຊຶ່ງບັນດາເນື້ອໃນທີ່ນຳມາຝຶກອົບຮົມຄັ້ງນີ້ປະກອບມີດັ່ງນີ້: ວຽກງານຈົດທະບຽນເອກະສານບຽນເອກະສານ, ແນະນຳປື້ມຄູ່ມືວຽກງານກວດກາຊັບສິນຂອງລັດ; 

This image has an empty alt attribute; its file name is IMG_8586-1024x639.jpg

ວຽກງານເຊົ່າ – ສໍາປະທານຊັບສິນຂອງລັດ, ວຽກງານຂຶ້ນບັນຊີ, ການປະເມີນຊັບສິນຂອງລັດ (ປະເພດອະສັງຫາລິມະຊັບ); ວຽກງານຄຸ້ມຄອງສັງຫາລິມະຊັບການຂຶ້ນບັນຊີ, ການປະເມີນຊັບສິນຂອງລັດປະເພດ (ສັງຫາລິມະຊັບ) ສະເໜີກົດໝາຍ, ຄໍາແນະນໍາວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ; ສະເໜີແນະນຳການຈັດຕັ້ງປະຕິບັດ ລັດຖະບັດຍັດຂອງປະທານປະເທດ 001/ປປທ, ລົງວັນທີ 15 ທັນວາ 2015 ວ່າດ້ວຍອັດຕາຄ່າຊັບພະຍາກອນ ແລະ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດ, ວຽກງານຄຸ້ມຄອງຄ່າພາກຫຼວງໂດຍໃຊ້ໄລຍະເວລາຝຶກອົບຮົມທັງໝົດ 5 ວັນລັດຖະການ.

ແຫຼ່ງຂໍ້ມູນ: ກະຊວງການເງິນ

Comments