ສະຖາບັນການທະນາຄານ (ສທຄ) ເປັນສະຖາບັນການສຶກສາຂັ້ນສູງຂອງຊາດທີ່ຂຶ້ນກັບທະນາຄານແຫ່ງ ສປປລາວ(ທຫລ) ຊຶ່ງມີວິໄສທັດ ພັດທະນາການສຶກສາ ທີ່ມີຄຸນນະພາບທາງດ້ານການເງິນ-ການທະນາຄານ ເພື່ອໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ມີພາລະກິດ ນຳໃຊ້ວິທະຍາສາດການສຶກສາ ແລະ ເຕັກໂນໂລຊີທີ່ກ້າວໜ້າ ເພື່ອສ້າງ ແລະ ຍົກລະດັບບຸກຄະລາກອນດ້ານການເງິນ- ການທະນາຄານໃຫ້ມີຄຸນນະພາບ ພ້ອມນີ້, ຍັງປະຕິບັດຍຸດທະສາດໃນການພັດທະນາຄູ ແລະ ຫລັກສູດການຮຽນ- ການສອນໃຫ້ມີລັກສະນະຊາດ, ລັກສະນະວິທະຍາສາດ (ກ້າວໜ້າທັນສະໄໝ) ແລະ ລັກສະນະມະຫາຊົນ.

ທ່ານ ປອ.ສັນຕິ ພົນເມືອງລາວ ຫົວໜ້າ ສທຄ ໄດ້ກ່າວໃນເວທີສົນທະນາວຽກງານການເງິນຈຸລະພາກ ໃນທ້າຍ ເດືອນພະຈິກຜ່ານມາວ່າ: ສທຄ ຮັບການສ້າງຕັ້ງຂຶ້ນໃນປີ 1979 ຊຶ່ງດຳເນີນການຮຽນ-ການສອນ ສາຂາການທະນາຄານ, ການເງິນ, ການບັນຊີ, ການເງິນຈຸລະພາກ ແລະ ສາຂາການບັນຊີ ແລະ ກວດສອບ ໂດຍມີຄູ-ອາຈານ ທີ່ມີຄວາມຮູ້-ຄວາມສາມາດໃນລະດັບທີ່ແນ່ນອນ; ມີນັກສຶກສາລະດັບຊັ້ນສູງ ແລະ ປະລິນຍາຕີໃນແຕ່ລະປີປະມານ 3.700 ຄົນ ສາມາດອອກຮັບໃຊ້ສັງຄົມປະມານ 1.200 ຄົນ; ສຳລັບຜົນການເຄື່ອນໄຫວ ແລະ ແຜນພັດທະນາຊັບພະຍາກອນມະນຸດ ສາຂາການເງິນຈຸລະພາກ ໂດຍເລີ່ມແຕ່ປີ 2011 ທຫລ ກໍຄືກົມຄຸ້ມຄອງສະຖາບັນການເງິນ ແລະ ສທຄ ໄດ້ຄົ້ນຄ້ວາສ້າງຫລັກສູດສາຂາ ການເງິນຈຸລະພາກ ຊຶ່ງໄດ້ຮັບການຊ່ວຍເຫຼືອລ້າຈາກໂຄງການ MAFIPP (ການສ້າງຄູ-ສ້າງຫລັກສູດ, ສະໜອງປຶ້ມແບບຮຽນ, ຝຶກອົບຮົມ-ສຳມະນາ) ໂດຍມີນັກສຶກສາທີ່ຮຽນຈົບໃນຂະແໜງການເງິນຈຸລະພາກ, ທະນາຄານທຸລະກິດ, ສະຫະກອນສິນເຊື່ອ-ເງິນຝາກປະຢັດ ແລະ ຂະແໜງການກ່ຽວຂ້ອງຈຳນວນ 248 ຄົນ; ຄາດຄະເນແຜນຮັບນັກສຶກສາ ສາຂາການເງິນຈຸລະພາກລະດັບປະລິນຍາຕີ ສົກປີ 2021- 2022 ຈຳນວນ 100-150 ຄົນ.

ພ້ອມນັ້ນ, ຍັງກະກຽມຄວາມພ້ອມສຳລັບການສອນຜ່ານທາງໄກ ແລະ ຫັນເປັນທັນສະໄໝ ໂດຍເນັ້ນພັດທະນາຄູ-ອາຈານ, ຫລັກສູດ, ແຜນການສອນ, ເຄື່ອງມື-ອຸປະກອນຮັບໃຊ້ ແລະ ຫ້ອງປະຕິບັດການສອນທາງໄກ. ມີຄູ-ອາຈານ ຈຳນວນໜຶ່ງຍັງເປັນຄູຝຶກຊ່ວຍສອນ ກ່ຽວກັບປະຊາສຶກສາທາງດ້ານການເງິນ, ນຳພານັກສຶກສາໄປທັດສະນະ ແລະ ສືບຕໍ່ຮ່ວມມືກັບບັນດາກົມພາຍໃນ ທຫລ, ສະຖາບັນການສຶກສາທັງພາຍໃນ ແລະ ຕ່າງປະເທດ, ສະມາຄົມການເງິນຈຸລະພາກ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ຫົວໜ້າ ສທຄ ໄດ້ແຈ້ງໃຫ້ເຫັນສິ່ງທ້າທາຍບາງດ້ານໃນການພັດທະນາຊັບພະຍາກອນມະນຸດຜ່ານມາ ຄູ-ອາ ຈານ ຍັງບໍ່ພຽງພໍ, ຈໍານວນໜຶ່ງເປັນຄູ-ອາຈານໃໝ່ ມີປະສົບການໃນການສອນໜ້ອຍ; ການຄົ້ນຄວ້າວິໄຈ ຍັງເຮັດບໍ່ທັນໄດ້ຫຼາຍ ໂດຍສະເພາະການຄົ້ນຄວ້າວິໄຈປະ ກອບເຂົ້າໃນການຮຽນ-ການສອນ; ນັກສຶກສາຈໍານວນໜຶ່ງມີຄວາມພ້ອມໃນ ການຮຽນມີຄວາມແຕກຕ່າງກັນ; ການນໍາໃຊ້ເຕັກໂນໂລຊີຂອງຄູ-ອາຈານ ແລະ ນັກສຶກສາຈໍານວນໜຶ່ງຍັງຈໍາກັດໃນຄວາມ ຮັບຮູ້ການໃຊ້ Application ແລະ ໂປຣແກຣມບໍ່ໄດ້ດີເທົ່າທີ່ຄວນ ໂດຍສະເພາະໄລຍະພະຍາດໂຄວິດ-19 ໃນການດໍາເນີນ ການສອນຜ່ານທາງໄກ ແລະ ອື່ນໆກວມເອົາ 96% ຂອງຈໍານວນວິຊາໃນພາກຮຽນທີ 2 ແລະ ໃນກໍລະນີ ທີ່ພະຍາດດັ່ງກ່າວຍັງເກີດຂຶ້ນ ສທຄ ຈະປັບປຸງພັດທະນາການສອນ ໂດຍຫັນສູ່ການສອນຜ່ານທາງໄກ ແລະ ທັນສະໄໝ, ສອບເສັງຜ່ານທາງອອນລາຍ, ຫ້ອງປະຕິບັດການສອນທາງໄກ ແລະ ຈະມີການປັບຕົວ ແລະ ນໍາໃຊ້ Fintect (ເຕັກໂນໂລ ຊີທາງການເງິນ) ຂອງບັນດາສະຖາບັນການເງິນ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຜູ້ບໍລິ ໂພກໃນຍຸກດິຈິຕອນ ແລະ ປ່ຽນພຶດຕິກໍາຜູ້ບໍລິໂພກຈາກແບບເກົ່າໄປສູ່ແບບໃໝ່.
ແຫຼ່ງຂໍ້ມູນ: ຂປລ