Alibaba ເພີ່ມໂຄງການຊື້ຮຸ້ນຄືນເປັນ 10.000 ລ້ານໂດລາ ຫຼັງຮຸ້ນຕົກລົງແຮງ…….

ຮຸ້ນຂອງ Alibaba Group Holding Ltd ທີ່ຈົດທະບຽນໃນຮົງກົງ ຫຼຸດລົງໃນວັນທີ 27 ທັນວາ 2020 ກວ່າ 7% ເປັນ 212.20 ໂດລາຮົງກົງ ( 27,37 ໂດລາສະຫະລັດ) ຫຼັງຈາກບໍລິສັດ ໄດ້ເພີ່ມໂຄງການຊື້ຮຸ້ນຄືນເປັນ 10.000 ລ້ານໂດລາ ຈາກ 6.000 ລ້ານໂດລາ.

Alibaba Acquires Controlling Stake in Sun Art | Business Wire

“ໂຄງການຊື້ຮຸ້ນຄືນນີ້ຈະມີຜົນເປັນໄລຍະເວລາ 2 ປີ ຈົນເຖິງ ໝົດປີ 2022” Alibaba ກ່າວໃນຖະແຫຼງການ bwnews.pr/38IF0r7 ໃນວັນທີ 26 ທັນວາ ທີ່ຜ່ານມາ.

ໜ່ວຍງານກວດສອບຕະຫຼາດຂອງຈີນ ເປີດຕົວການສອບສວນການຕໍ່ຕ້ານການຜູກຂາດໃນອາລີບາບາ ເມື່ອອາທິດທີ່ຜ່ານມາ ຊຶ່ງເປັນສ່ວນໜຶ່ງຂອງການເລັ່ງປາບປາມພຶດຕິກຳຕໍ່ຕ້ານການແຂ່ງຂັນໃນພື້ນທີ່ອິນເຕີເນັດທີ່ເຟື້ອງຟູຂອງຈີນ ໜ່ວຍງານກວດສອບທາງການເງິນໃນວັນທີ 26 ນີ້ ຍັງຮຽກຮ້ອງໃຫ້ Ant Group Co ຊຶ່ງເປັນບໍລິສັດ ໃນເຄືອຂອງ ອາລີບາບາ ແກ້ໄຂການລະເມີດກົດລະບຽບທາງການເງິນ ຫຼັງຈາກໜ່ວຍງານກວດສອບຂອງຈີນ ລະງັບການສະເໜີຂາຍ blockbuster ຂອງ Ant ຢ່າງກະທັນຫັນ 37 ພັນລ້ານໂດລາໃນ ຊຽງໄຮ້ ແລະ ຮົງກົງ.

Alibaba joins peers in offering small business support · TechNode
ບໍລິສັດ ອິນເຕເນັດຄູ່ແຂ່ງຂອງອາລີບາບາ Meituan ຫຼຸດລົງກວ່າ 5% ແລະ JD.com ຫຼຸດລົງຫຼາຍກວ່າ 2%
($ 1 = 7.7521 ໂດລາຮົງກົງ)

Comments