ປັດຈຸບັນທົ່ວປະເທດ ມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 8.475 ແຫ່ງ ສ້າງວຽກເຮັດງານທໍາ 161.584 ຄົນ; ສຳລັບທິດທາງແຜນການປີ 2021 ແມ່ນສືບຕໍ່ຫັນກາລະໂອກາດທີ່ໄດ້ຮັບສິດທິພິເສດດ້ານການຄ້າ ເພື່ອດຶງດູດການລົງທຶນໃນອຸດສາຫະກໍາແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະ ເກີບ ພ້ອມທັງຊອກຫາຕະຫຼາດໃໝ່, ເຮັດໃຫ້ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງເພີ່ມຂຶ້ນ ລະຫວ່າງ 8-10% ຕໍ່ປີ,
![Image may contain: 1 person, sitting and eyeglasses](https://scontent.fvte2-3.fna.fbcdn.net/v/t1.0-9/132663959_3607397686034400_6845997907410571350_o.jpg?_nc_cat=106&ccb=2&_nc_sid=b9115d&_nc_eui2=AeEOwfJDXqW_xFsp7GwbUvHRzqUiuihi9C7OpSK6KGL0LpFNKcCfu7XfwjijF2JQQWk3iBONzpdxmRHhmnSlEcFU&_nc_ohc=a_6iw3-Z4u4AX8NIJx3&_nc_ht=scontent.fvte2-3.fna&oh=23e196f1c20edcaafe0ba11f5296e45e&oe=600F0A60)
ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ສຳພາດ ວ່າ: ຂະແໜງອຸດສາຫະກຳ ແລະ ຫັດຖະກໍາປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ. ສະເພາະ ໃນໄລຍະປີ 2016-2020 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງຂະຫຍາຍໂຕສະເລ່ຍຕໍ່ປີ 9,22% (ແຜນການ 12%). ໃນນີ້ ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍໂຕແຮງ ປະກອບມີ: ໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍຕໍ່ປີ 42,38%; ໝວດການຜະລິດເຄື່ອງຄອມພີວເຕີ, ເຄື່ອງເອເລັກໂຕຼນິກ ແລະ ຜະລິດຕະພັນກ່ຽວກັບຮູບພາບແສງສີສຽງ ສະເລ່ຍຕໍ່ປີ 26,04%; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍຕໍ່ປີ 25,31%; ການຜະລິດຢາງ ແລະ ຜະລິດຕະພັນປລາສຕິກ ສະເລ່ຍຕໍ່ປີ 10,47%; ໝວດການຜະລິດເຄື່ອງດື່ມ ສະເລ່ຍຕໍ່ປີ 8,43%; ແລະ ໝວດການຜະລິດສະບຽງອາຫານ ສະເລ່ຍ 6,43% ເປັນຕົ້ນ.
![Image may contain: one or more people, sky, cloud and outdoor](https://scontent.fvte2-2.fna.fbcdn.net/v/t1.0-9/132839346_3607397289367773_3048006029229576457_o.jpg?_nc_cat=101&ccb=2&_nc_sid=b9115d&_nc_eui2=AeEr07z1rSmJf30ZGxkcrv6AJNKQ-6VMk7Ak0pD7pUyTsDTnt6-N0m_jyoI1WTTAO7oOUqWxinjpSn5bN09AoOkT&_nc_ohc=xjRBPOGkN2AAX8VWm4O&_nc_ht=scontent.fvte2-2.fna&oh=4a4fbde11629d76ec2853c4dc5ee7319&oe=600EABB8)
ສຳລັບ ວຽກຈຸດສຸມສໍາຄັນຂອງແຜນປີ 2021 ທ່ານ ປອ ບົວວັນ ວິລະວົງ ກ່າວວ່າ: ຈະສືບຕໍ່ຈັດຕັ້ງປະຕິບັດບັນດາວຽກທີ່ຍັງຄົງຄ້າງປີ 2020 ເປັນຕົ້ນ ການສ້າງລະບຽບການລຸ່ມກົດໝາຍ, ການປັບປຸງກົນໄກ, ຂັ້ນຂອດ ເພື່ອເອື້ອອຳນວຍ ຄວາມສະດວກໃນການລົງທຶນດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ແລະ ສືບຕໍ່ຍົກລະດັບການຮ່ວມມືກັບສາກົນ.
ວຽກຈຸດສຸ່ມ ຈະເນັ້ນໃສ່ : ສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງ ໃຫ້ເຕີບໂຕມີຄຸນນະພາບຕາມທິດສົມດຸນ, ສີຂຽວ ແລະ ຍືນຍົງ ເຮັດໃຫ້ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງເພີ່ມຂຶ້ນ ລະ ຫວ່າງ 8-10% ຕໍ່ປີ, ສົ່ງເສີມເກີດມີໂຮງງານອຸດສາຫະກໍາສີຂຽວ ຢ່າງໜ້ອຍ 2 ໂຮງງານ ຕໍ່ ປີ ແລະ ສົ່ງເສີມການຫຼຸດຜ່ອນອາຍແກ້ວ (Green House Gas Emission) ແລະ ການນໍາໃຊ້ພະລັງງານທົດແທນ ໃນພາກອຸດສາຫະກໍາປຸງແຕ່ງ;
![Image may contain: sky and outdoor](https://scontent.fvte2-2.fna.fbcdn.net/v/t1.0-9/132508074_3607397352701100_6928996439379676174_o.jpg?_nc_cat=101&ccb=2&_nc_sid=b9115d&_nc_eui2=AeHy8AX2v82_jgDYdilPs86aRlycRUQjsmBGXJxFRCOyYJKrBrHdeITSstI90he_hYtscp4zSoc_l-O3FmX_XvXh&_nc_ohc=d11Yy84lUoUAX-4_-BB&_nc_ht=scontent.fvte2-2.fna&oh=534ab2069b68cebdd114a9e610957bb7&oe=600C7AAC)
ສົ່ງເສີມ ແລະ ພັດທະນາອຸດສາຫະກໍາ ທີ່ມີທ່າແຮງ ແລະ ອຸດສາຫະກໍາສະໜັບສະໜູນ ໂດຍຫັນປ່ຽນຈາກການເອື່ອຍອີງໃສ່ຂະແໜງຊັບພະຍາກອນທໍາມະຊາດໄປສູ່ຂະແໜງການຜະລິດຜະລິດຕະພັນອຸດສາຫະກຳ ເພື່ອສ້າງ ຄວາມຫຼາກຫຼາຍ ແລະ ປ່ຽນ ແປງໂຄງປະກອບເສດຖະກິດ ຊຶ່ງຈະເນັ້ນໃສ່ ອຸດສາຫະກໍາປຸງແຕ່ງອາຫານ ແລະ ເຄື່ອງດື່ມ ໂດຍການຊຸກຍູ້ສົ່ງເສີມ 13 ມາດຕະການທີ່ກະຊວງກະສິກໍາ-ປ່າໄມ້ວາງອອກ ເພື່ອຊຸກຍູ້ການຜະລິດສະບຽງອາຫານແລະ ສິນຄ້າ. ສ່ວນອຸດສາຫະກໍາແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະ ເກີບ ຈະສືບຕໍ່ຫັນກາລະໂອກາດທີ່ໄດ້ຮັບສິດທິພິເສດດ້ານການຄ້າ ເພື່ອດຶງດູດານລົງທຶນໃນອຸດສາຫະກຳນີ້ ແລະ ຊອກຫາຕະຫຼາດໃໝ່; ດ້ານອຸດສາຫະກໍາວັດສະດຸກໍ່ສ້າງ ຈະເນັ້ນໃສ່ ອຸດສາຫະກຳຊີມັງຂອງລາວ ໃຫ້ມີຄວາມເຂັ້ມແຂງ ແລະ ມີການຂະຫຍາຍຕົວ; ເຕົ້າໂຮມ ແລະ ສ້າງ ຄວາມເຂັ້ມແຂງແກ່ກຸ່ມຜູ້ຜະລິດຊີມັງ; ຍົກລະດັບມາດຕະຖານໂຮງງານ ແລະ ຜະລິດຕະພັນຊີມັງ ໃຫ້ໄດ້ຄຸນນະພາບ ແລະ ໄດ້ຮັບການຢັ້ງຢືນໃນລະດັບທຽບເທົ່າສາກົນ; ອຸດສາຫະກໍາປຸງແຕ່ງຜະລິດຕະພັນຈາກກະສິກໍາ (ທີ່ບໍ່ແມ່ນສະບຽງອາຫານ) ແລະ ປ່າໄມ້ ຈະເນັ້ນໃສ່ການປຸງແຕ່ງຈາກພືດທີ່ເປັນທ່າແຮງ ສາມາດຜະລິດເປັນສິນຄ້າໄດ້ ເປັນຕົ້ນ: ສາລີມາຜະລິດຫົວອາຫານສັດ, ໃບຢາສູບ, ມັນຕົ້ນ, ການຜະລິດປຸ໋ຍຊີວະພາບ (ນໍາໃຊ້ກາກພືດຕ່າງໆຈາກການປຸງແຕ່ງ) ແລະ ອື່ນໆ.
![Image may contain: 1 person, indoor and food](https://scontent.fvte2-2.fna.fbcdn.net/v/t1.0-9/132652271_3607397806034388_7158527046895226414_o.jpg?_nc_cat=104&ccb=2&_nc_sid=b9115d&_nc_eui2=AeFUCtxXMzCtMnHOw5C5wXXYQedyoG2sz0pB53KgbazPSnpSM0PccC_opunRcp7OpIqN09isXQOV4RFX0pTanuEy&_nc_ohc=t30cPsDxjogAX87s6pr&_nc_ht=scontent.fvte2-2.fna&oh=e68b0e7addbf49eb76c86a9a485c5c57&oe=600E3BF2)
ສຸ່ມໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍແກ່ຂະແໜງອຸດສາຫະກໍາປຸງແຕ່ງ ໂດຍເນັ້ນໃສ່ການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຊຸກຍູ້ ແລະ ກໍານົດການພັດທະນາພື້ນຖານໂຄງລ່າງທີ່ມີຄວາມຈໍາເປັນໃຫ້ໄປໃນທິດທາງດຽວກັນ ໂດຍເນັ້ນໃສ່ການຈັດສັນ, ກຳນົດ ແລະ ບຸກເບີກສະຖານທີ່ ແລະ ສ້າງພື້ນຖານໂຄງລ່າງທີ່ຈໍາເປັນເພື່ອຮອງຮັບການສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງ ຢ່າງເປັນລະບົບ. ຊຸກຍູ້, ສົ່ງເສີມ ແລະ ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ການພັດທະນາເຂດ ແລະ ນິຄົມອຸດສະຫະກໍາ ທີ່ໄດ້ກໍານົດ ແລະ ເຫັນວ່າມີທ່າແຮງ, ມີຄວາມເໝາະສົມ ແລະ ເປັນໄປໄດ້ ຢູ່ຕາມແລວທາງເສດຖະກິດລາວ-ຈີນ ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ແຂວງ ວຽງຈັນ ແລະ ຕາມແລວທາງ ອອກ ຕົກ ເໜືອ ໃຕ້ ເປັນຕົ້ນ ແຂວງ ຄຳມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ
![laophatthananewspaper: ຢູ່ ລາວ ອຸດສາຫະກຳ ປຸງ ແຕ່ງ ກະສິກຳ ມີ ໜໍ່ ແໜງຂະຫຍາຍຕົວ ໄວ](https://3.bp.blogspot.com/-JFajQCA65NM/UmdAp5MF2EI/AAAAAAAAFxM/mcFRLcveDtw/s1600/lao+industry+increase.jpg)
ການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ: ສຸ່ມໃສ່ສ້າງແຜນນະໂຍບາຍການເຊື່ອມໂຍງການຜະລິດອຸດສາຫະກໍາເຄືອຂ່າຍ ແລະ ອຸດສາຫະກໍາສະໜັບສະໜູນ ກັບພາກພື້ນ ແລະ ສາກົນ; ສົ່ງເສີມການຮ່ວມມືພັດທະນາ ອຸດສາຫະກໍາໃນປະເທດແມ່ນໍ້າຂອງກັບຄູ່ຮ່ວມພັດທະນາ; ການເຊື່ອມໂຍງການຮ່ວມມືລະຫວ່າງ ລາວ-ຈີນ; ຮ່ວມມື ກັບອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເພື່ອການສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງ
![ກວດຕາຊິງໂຮງງານນ້ຳຕານມິດລາວ ເພື່ອຄວາມໂປ່ງໃສຕໍ່ຊາວກະສິກອນ - Laos Update](https://4.bp.blogspot.com/-0JGLXmUZT9c/Wf2GkD3P_5I/AAAAAAAAGl8/UHU2DdPHTeg05gP-ZAgz9q_WLtl8PVoQACLcBGAs/s1600/A6.jpg)
ວຽກງານການສົ່ງເສີມ ແລະ ພັດທະນາວຽກງານຫັດຖະກຳ: ສຸ່ມໃສ່ການຊຸກຍູ້ສົ່ງເສີມການສ້າງຕັ້ງກຸ່ມ; ສົ່ງເສີມການຜະລິດ ເພື່ອເປັນເງື່ອນໄຂເອື້ອອຳນວຍຄວາມສະດວກໃນການຂະຫຍາຍຕົວຂອງມູນຄ່າ ການສົ່ງອອກ ສິນຄ້າຫັດຖະກຳ; ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານສົ່ງເສີມ ແລະ ພັດທະນາຫັດຖະກຳ; ສົ່ງເສີມ ແລະ ພັດທະນາ ຜະລິດຕະພັນຫັດຖະກຳ.
ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ